ລັດຖະບານ ອົດສະຕຣາລີ, ອົງການ USAID ແລະ ອົງການຢູນິເຊັບ ສົ່ງເສີມການລ້ຽງລູກທີ່ດີທົ່ວ ສປປ ລາວ

ອົງການຢູນິເຊັບ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ແລະ ອົງການ USAID, ໄດ້ຊ່ວຍເສີມສ້າງຄວາມສາມາດໃຫ້ແກ່ ສະຫາພັນແມ່ຍິງລາວ ໃນການສົ່ງເສີມການລ້ຽງລູກທີ່ດີໃນບັນດາຄອບຄົວທົ່ວ ສປປ ລາວ.

ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2024 – ໃນມື້ນີ້, ອົງການຢູນິເຊັບ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ແລະ ອົງການ USAID, ໄດ້ປະກອບສ່ວນ ອຸປະກອນ ໃຫ້ແກ່ ສະຫະພັນແມ່ຍິງລາວ ເພື່ອສະໜັບສະໜູນການຜັນຂະຫຍາຍ “ແຜນງານຮັກລູກໃຫ້ໃສ່ໃຈ” ເຊີ່ງມີເປົ້າໝາຍສົ່ງເສີມການລ້ຽງລູກໃນທາງບວກ ໃນບັນດາຄອບຄົວທົ່ວ ສປປ ລາວ.
ອຸປະກອນເຫຼົ່ານີ້ ຈະຊ່ວຍໃຫ້ພະນັກງານສັງຄົມສົງເຄາະ ສາມາດສື່ສານ ເເລະ ເຜີຍແຜ່ຂໍ້ມູນກ່ຽວກັບ ການລ້ຽງລູກທີ່ດີໃຫ້ແກ່ພໍ່ແມ່ ແລະ ຜູ້ລ້ຽງດູ ພາຍໃນຊຸມຊົນທ້ອງຖິ່ນ ຢ່າງມີປະສິດທິພາບ, ກໍເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ພວກເຂົາເຈົ້າ ໄດ້ມີຄວາມຮູ້ ແລະ ທັກສະທີ່ຈໍາເປັນ ໃນການລ້ຽງດູລູກຂອງພວກເຂົາເຈົ້າ.
ທ່ານ ນາງ ເມແກນ ໂຈນສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວ: “ແຜນງານຮັກລູກໃຫ້ໃສ່ໃຈ ເປັນໂຄງການ ທີ່ເນັ້ນໃຫ້ເຫັນເຖີງບົດບາດອັນສຳຄັນຂອງທັງ ແມ່ ແລະ ພໍ່ ໃນການລ້ຽງດູລູກ, ເພື່ອຮັບປະກັນວ່າ ພວກເຂົາສາມາດເລີ່ມຕົ້ນຊີວິດໄດ້ດີທີ່ສຸດ. ອົດສະຕຣາລີ, ພ້ອມດ້ວຍຄູ່ຮ່ວມພັດທະນາພວກເຮົາ, ມີຄວາມພາກພູມໃຈ ທີ່ໄດ້ສະໜັບສະໜູນໂຄງການລິເລີ່ມນີ້ ນຳພາໂດຍ ສະຫະພັນແມ່ຍິງລາວ ເຊິ່ງບໍ່ພຽງແຕ່ສົ່ງເສີມສະພາບແວດລ້ອມໃນການລ້ຽງດູເດັກທີ່ດີເທົ່ານັ້ນ ແຕ່ຍັງສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍອີກດ້ວຍ.”
ນັບຕັ້ງແຕ່ການເລີ່ມຕົ້ນໂຄງການດັ່ງກ່າວ, ແຜນງານຮັກລູກໃຫ້ໃສ່ໃຈ ໄດ້ສົ່ງຜົນກະທົບໃນທາງບວກຕໍ່ຄອບຄົວຫຼາຍກວ່າ 40,000 ຄອບຄົວ ໃນໄລຍະທົດລອງໂຄງການ. ​ໂຄງການ​ດັ່ງກ່າວ​ ມີກໍານົດໝາຍຈະຜັນຂະຫຍາຍອອກສູ່ 518 ໝູ່ບ້ານ ​ໃນ 6 ​ແຂວງ ພາຍ​ໃນ​ປີ 2025.
ທ່ານ ໄມເຄິລ ແມັກຄອດ, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ໄດ້ກ່າວ: “ອົງການ USAID ມີຄວາມມຸ່ງໝັ້ນໃນການຮັບປະກັນການເລີ່ມຕົ້ນຊີວິດທີ່ດີສຳລັບເດັກນ້ອຍທຸກຄົນ. ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືກັບ ລັດຖະບານ ເເຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາສາກົນ ເພື່ອຮັບປະກັນວ່າເດັກນ້ອຍ ໄດ້ຮັບການບໍລິການຄອບຄຸມທີ່ຈໍາເປັນ ສໍາລັບການພັດທະນາໃນໄລຍະຍາວຂອງພວກເຂົາ. ການຮ່ວມມືຂອງພວກເຮົາ ເເມ່ນມີຄວາມສຳຄັນໃນການສ້າງການປ່ຽນແປງແບບຍືນຍົງ ແລະ ເປັນຮູບປະທໍາ ທີ່ເປັນຜົນປະໂຫຍດແກ່ເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ ໃນທົ່ວ ສປປ ລາວ.”
ນອກຈາກການເສີມສ້າງປະຕິສຳພັນທາງບວກລະຫວ່າງ ພໍ່ແມ່ ແລະ ເດັກ, ພ້ອມການສົ່ງເສີມກິດຈະກຳການຮຽນຮູ້ກ່ອນໄວ ເພື່ອກະຕຸ້ນການພັດທະນາຄວາມຮູ້ຂອງເດັກແລ້ວ, ແຜນງານຮັກລູກໃຫ້ໃສ່ໃຈ ຍັງໃຫ້ຄຳແນະນຳກ່ຽວກັບສຸຂະພາບ, ໂພຊະນາການ ແລະ ການເບິ່ງແຍງດູແລລູກທີ່ດີ ໃຫ້ແກ່ຜູ້ປົົກຄອງອີກດ້ວຍ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກ່າວ: “ໄວເດັກ ເປັນຊ່ວງເວລາອັນສຳຄັນ ທີ່ເປັນຫາກຖານໃນການກຳນົດການພັດທະນາຂອງເດັກຕະຫຼອດຊີວິດ. ດັ່ງນັ້ນ, ການລົງທຶນໃນໄວເດັກກໍຄືການລົງທຶນໃນອະນາຄົດຂອງປະເທດຊາດ. ຂ້າພະເຈົ້າ ຂໍຊົມເຊີຍ ສະຫະພັນແມ່ຍິງລາວ ໃນການນຳພາ ແຜນງານຮັກລູກໃຫ້ໃສ່ໃຈ ແລະ ຂໍຂອບໃຈ ລັດຖະບານ ອົດສະຕຣາລີ ແລະ ອົງການ USAID ສໍາລັບການສະໜັບສະໜູນໂຄງການດັ່ງກ່າວ.”
ແຜນງານຮັກລູກໃຫ້ໃສ່ໃຈ ແມ່ນນໍາພາໂດຍ ສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ ອົງການຢູນິເຊັບ ແລະ ບັນດາກະຊວງຕ່າງໆ. ໂຄງການລິເລີ່ມດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ອົງການຢູນິເຊັບ ປະຈໍາ ອົດສະຕຣາລີ ຜ່ານ ໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງ ອົດສະຕຣາລີ ແລະ ອົງການ USAID.