ເປີດລະບົບການອອກອະນຸຍາດດໍາເນີນທຸລະກິດທ່ອງທ່ຽວ

ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີເປີດໂຕໂຄງການພັດທະນາລະບົບການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກຂຶ້ນຢ່າງເປັນທາງການເພື່ອຊຸກຍູ້ໃຫ້ເສດຖະກິດດີຈິຕອນຂອງປະເທດເຮົາມີການຂະຫຍາຍຕົວແນໃສ່ສ້າງສິ່ງອໍານວຍຄວາມສະດວກຮອບດ້ານບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເພື່ອດຶງດູດການລົງທຶນ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວພາຍໃນ ແລະຕ່າງປະເທດ, ຊຸກຍູ້ສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ການສົ່ງອອກສິນຄ້າ, ການສ້າງວຽກເຮັດງານທໍາ, ການກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ.

ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານວ່າ: ໂຄງການດັ່ງກ່າວໄດ້ເລີ່ມພັດທະນາລະບົບມາຕັ້ງແຕ່ເດືອນມີຖຸນາ 2023-ເດືອນກັນຍາ 2024 ເປັນເວລາ 15 ເດືອນ. ຜົນສໍາເລັດຂອງວຽກງານທີ່ຕິດພັນກັບກິດຈະກຳຂອງໂຄງການໃນໄລຍະຜ່ານມາເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວກະຊວງ ຖວທ ໄດ້ປັບປຸງປັບບັນດານິຕິກຳ ລຸ່ມກົດໝາຍໃນຂົງເຂດວຽກງານການທ່ອງທ່ຽວ ແລະ ກົດໝາຍວ່າດ້ວຍການທ່ອງທ່ຽວ ເພື່ອໃຫ້ສອດຄ່ອງ ແນວທາງຂອງພັກ ແລະນະໂຍບາຍຂອງລັດໃນໄລຍະໃໝ່ ຄື: 1. ປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ປີ 2013 ມາເປັນ ສະບັບປັບປຸງ ປີ 2024; 2. ປັບປຸງຂໍ້ຕົກລົງວ່າດ້ວຍໂຮງແຮມ ແລະ ເຮືອນພັກ ມາເປັນ ຂໍ້ຕົກລົງວ່າດ້ວຍສະຖານທີ່ພັກແຮມ; 3. ປັບປຸງຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ຮ້ານກິນດື່ມມາເປັນຂໍ້ຕົກລົງວ່າດ້ວຍຮ້ານອາຫານ; 4. ປັບປຸງບັນຊີກົດຈະຄວບຄຸມ, ກິດຈະການເຊົ່າ ແລະສຳປະທານໃນຂົງເຂດການທ່ອງທ່ຽວ; 5. ສ້າງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວເພື່ອຄຸ້ມຄອງແຫຼ່ງທ່ອງທ່ຽວແລະສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະສະຖານທີ່ທ່ອງທ່ຽວປະຫວັດສາດ; 6. ພັດທະນາລະບົບ ການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວ ເອເລັກໂຕຣນິກ, ລະບົບສະຖິຕິ ແລະ ຖານຂໍ້ມູນ; 7. ກຳນົດລາຍການກິດຈະການທຸລະກິດການທ່ອງທ່ຽວ ທີ່ມີຄວາມສ່ຽງ; 8. ສ້າງປຶ້ມຄູ່ມືການນໍາໃຊ້ລະບົບການອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ; 9. ລົງໂຄສະນາເຜີຍແຜ່ ແລະຈັດກອງປະຊຸມສໍາມະນາ, ຝຶກອົບຮົມນິຕິກຳລຸ່ມກົດໝາຍ, ການພັດທະນາລະບົບການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ, ລະບົບສະຖິຕິ ແລະຖານຂໍ້ມູນທຸລະກິດການທ່ອງທ່ຽວໃນຂອບເຂດທົ່ວປະເທດ.

ການພັດທະນາລະບົບການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ ແລະການປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍທັງໝົດດັ່ງກ່າວນັ້ນ ແມ່ນການປັບປຸງກົນໄກ, ເງື່ອນໄຂ ແລະສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ແລະການດໍາເນີນທຸລະກິດດ້ານທ່ອງທ່ຽວ ຢູ່ ສປປ ລາວ ເພື່ອຍົກສູງຄຸນນະພາບ, ມາດຕະຖານ ແລະການບໍລິການຂອງພາກລັດໃຫ້ມີຄວາມທັນສະໄໝ, ສະດວກວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ກ່າວວ່າ: ລະບົບດັ່ງກ່າວ ຈະເປັນລະບົບໜຶ່ງທີ່ມີຜົນປະໂຫຍດຍາວນານ ແລະສ້າງໂອກາດທີ່ດີໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະສ້າງສາຍພົວພັນທີ່ດີ ລະຫວ່າງພາກລັດ ແລະພາກທຸລະກິດ ໃຫ້ມີການຕິດຕໍ່ພົວພັນຊື້-ຂາຍຮ່ວມກັນຢ່າງບໍ່ມີພົມແດນ.

ພິທີ ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2024 ທີ່ ຫໍວັດທະນະທໍາແຫ່ງຊາດ ເປັນປະທານ ແລະໃຫ້ກຽດກົດປຸ່ມແຖບຜ້າເປີດງານໂດຍ ທ່ານ ນາງ ສວນ ສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ຖວທ ແລະໃຫ້ກຽດເຂົ້າຮ່ວມງານມີຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະການຄ້າ, ຮອງລັດຖະມົນຕີ ກະຊວງ ຖວທ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານຜູ້ຕາງໜ້າສະຖານທູດ ທູດດ້ານເສດຖະກິດ, ຫົວໜ້າໂຄງການ ຈາກທະນາຄານໂລກຊຶ່ງເປັນຜູ້ໃຫ້ທຶນສະໜັບສະໜູນໂຄງການ.
ຂ່າວ: ສາວລາວໃຕ້