ການຮ່ວມມື ຈີນ-ລາວ ຈະປະກອບສ່ວນຫລາຍກວ່າເກົ່າເຂົ້າໃນ ການພັດທະນາແບບສີຂຽວຂອງລາວ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝ ທີ 20 ໄດ້ກຳນົດເປົ້າໝາຍຕ່າງໆກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ໃນນັ້ນ, ລວມທັງການເລັ່ງການຫັນເປັນຮູບແບບ ສີຂຽວຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມ.

ເມື່ອບໍ່ດົນມານີ້, ສູນກາງພັກຄອມມູນິດຈີນ ແລະລັດຖະບານຈີນ ໄດ້ເຜີຍແຜ່ຄວາມເຫັນກ່ຽວກັບການເລັ່ງໃຫ້ຫັນເປັນຮູບແບບສີຂຽວຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມ ເຊິ່ງເປັນຄັ້ງທຳອິດ ທີ່ລັດຖະບານຈີນ ວາງແຜນຢ່າງເປັນລະບົບກ່ຽວກັບການຫັນເປັນຮູບ ແບບສີຂຽວຢ່າງຮອບດ້ານ. ເອກະສານດັ່ງກ່າວຍັງໄດ້ສະເໜີການເພີ່ມທະວີການຮ່ວມມືສາກົນກ່ຽວກັບການຫັນເປັນຮູບແບບສີຂຽວ, ສ້າງຂະບວນການນຳໜ້າຕໍ່ການຫັນເປັນຮູບແບບສີຂຽວທົ່ວໂລກ ແລະເພີ່ມທະວີການແລກປ່ຽນດ້ານນະໂຍບາຍ ແລະ ການຮ່ວມມືຕົວຈິງ.

ຫລາຍປີມານີ້, ໃນຂະນະທີ່ ຈີນຊຸກຍູ້ການຫັນເປັນຮູບແບບສີຂຽວ ຂອງຕົນຢ່າງຕັ້ງໜ້າ, ຈີນຍັງໄດ້ເພີ່ມທະວີການຮ່ວມມືກັບຫລາຍປະເທດ ອາຊີຕາເວັນອອກສຽງໃຕ້ ໃນດ້ານພະລັງງານສີຂຽວ, ຊຸກຍູ້ການຊ່ວຍຊູຍູ້ ໜູນກັນດ້ວຍທ່າແຮງຂອງດ້ານຊັບພະຍາກອນຂອງແຕ່ລະຝ່າຍ. ໃນນັ້ນ, ພາຍໃຕ້ການຊີ້ນຳຂອງແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ການຮ່ວມມືດ້ານພະລັງງານສີຂຽວ ຈີນ-ລາວ ໄດ້ຊຸກຍູ້ການ ຫັນເປັນຮູບແບບສີຂຽວ ແລະ ກາກບອນຕໍ່າກໍຄືການພັດທະນາແບບ ຍືນຍົງຂອງລາວ.

ລາວເປັນໜຶ່ງໃນປະເທດທີ່ມີຊັບພະຍາກອນນ້ຳທີ່ອຸດົມສົມບູນທີ່ສຸດ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ພະລັງງານທີ່ສະອາດ ແລະ ພະລັງງານໝູນວຽນແບບນີ້ໄດ້ຮັບຄວາມເອົາໃຈໃສ່ນັບມື້ນັບສູງຂຶ້ນໃນ ທົ່ວໂລກ. ຈີນເປັນແຫລ່ງທຶນໃຫຍ່ທີ່ສຸດ ແລະ ຄູ່ການຄ້າໃຫຍ່ອັນດັບ 2 ຂອງລາວ, ກໍແມ່ນຜູ້ເຂົ້າຮ່ວມ ແລະ ຜູ້ຊຸກຍູ້ຕົ້ນຕໍໃນການກໍ່ສ້າງເຂື່ອນ ໄຟຟ້າພະລັງງານນ້ຳຢູ່ປະເທດລາວ. ປັດຈຸບັນ, ວິສາຫະກິດຈີນ ໄດ້ລົງທຶນ ສ້າງເຂື່ອນໄຟຟ້າ 18 ແຫ່ງຢູ່ລາວເຊັ່ນ: ເຂື່ອນໄຟຟ້າພະລັງງານນ້ຳ ຕາມລ່ອງແມ່ນ້ຳອູ, ເຂື່ອນໄຟຟ້ານ້ຳລີກ 1-2 ແລະ ເຂື່ອນໄຟຟ້ານ້ຳງຽບ 2 ເປັນຕົ້ນ, ກຳລັງການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າມີເຖິງ 2.348 ເມກາວັດ ເຊິ່ງໄດ້ຊຸກຍູ້ການພັດທະນາໃນດ້ານຂະແໜງພະລັງງານໄຟຟ້າຂອງລາວ ຢ່າງຕໍ່ເນື່ອງ. ໂຄງການເຫລົ່ານີ້ບໍ່ພຽງແຕ່ໄດ້ສະໜອງພະລັງງານທີ່ສະອາດ ຢ່າງໝັ້ນທ່ຽງໃຫ້ແກ່ລາວເທົ່ານັ້ນ, ຍັງໄດ້ສ້າງໂອກາດວຽກເຮັດງານທຳໃຫ້ ແກ່ປະຊາຊົນທ້ອງຖິ່ນ ພ້ອມທັງໄດ້ສ້າງແລະ ບູລະນະເສັ້ນທາງ, ຂົວ, ໂຮງຮຽນ, ສວນສະໜຸກເດັກນ້ອຍ ແລະ ພື້ນຖານໂຄງລ່າງອື່ນໆໃຫ້ແກ່ ທ້ອງຖິ່ນຕ່າງໆຂອງລາວ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງທ້ອງຖິ່ນເຫລົ່ນັ້ນເປັນຢ່າງດີ.

ນອກຈາກນີ້ແລ້ວ, ຈີນຍັງໄດ້ດຳເນີນການຮ່ວມມືກັບລາວ ໃນຂົງເຂດ ພະລັງງານທີ່ສະອາດຕ່າງໆເຊັ່ນ: ການຜະລິດໄຟຟ້າດ້ວຍພະລັງງານ ແສງຕາເວັນ, ການຜະລິດໄຟຟ້າດ້ວຍພະລັງງານຈາກແຮງລົມເປັນຕົ້ນ. ຫວ່າງມໍ່ໆມານີ້, ວິສາຫະກິດຈີນ ແລະ ລັດຖະບານລາວ ໄດ້ຮ່ວມກັນລົງນາມ ໃນສັນຍາການພັດທະນາ ທີ່ຈະກໍ່ສ້າງສູນພະລັງງານທີ່ສະອາດເພື່ອເປັນ ບ່ອນລວມສູນການຜະລິດໄຟຟ້າດ້ວຍພະລັງງານຈາກແຮງລົມ, ພະລັງງານແສງຕາເວັນ, ພະລັງງານນ້ຳ ແລະ ການສະສົມພະລັງງານຢູ່ 3 ແຂວງທາງພາກເໜືອຂອງລາວ. ໃນນັ້ນ, ໂຄງການຜະລິດໄຟຟ້າດ້ວຍ ພະລັງງານແສງຕາເວັນໄລຍະ 1 ທີ່ກຳລັງຕິດຕັ້ງ 1.000 ເມກາວັດ ຢູ່ແຂວງອຸດົມໄຊ ທາງພາກເໜືອຂອງລາວ ກໍໄດ້ເຂົ້າສູ່ໄລຍະການ ກະກຽມແລ້ວ. ສ່ວນພິທີເຊັນສັນຍາໃນໄລຍະ 2 ຂອງໂຄງການດັ່ງກ່າວຄື ໂຄງການພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດຕັ້ງ 580 ເມກາວັດ ຢູ່ແຂວງຫລວງນ້ຳທາ ແລະ ພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດ ຕັ້ງ 420 ເມກາວັດ ຢູ່ແຂວງອຸດົມໄຊ ກໍໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນຫວ່າງມໍ່ໆມານີ້. ພາຍຫລັງໂຄງການດັ່ງກ່າວໄດ້ສຳເລັດທັງໝົດ ແລະ ເລີ່ມຜະລິດກະແສໄຟຟ້າ, ຄາດວ່າປະລິມານໄຟຟ້າທີ່ເຊື່ອມຕໍ່ເຂົ້າລະບົບ ຕາໜ່າງໄຟຟ້າຈະບັນລຸ 1.600 ກວ່າລ້ານກິໂລວັດໂມງຕໍ່ປີ, ສາມາດປະຢັດ ຖ່ານຫີນ ໄດ້ປະມານ 5 ແສນ 1 ໝື່ນໂຕນຕໍ່ປີ ເຊິ່ງຈະຊ່ວຍຊຸກຍູ້ການຫັນ ເປັນຮູບແບບສີຂຽວ ແລະ ການພັດທະນາແບບຍືນຍົງທາງດ້ານ ເສດຖະກິດ-ສັງຄົມຂອງລາວ. ໂຄງການຜະລິດໄຟຟ້າດ້ວຍພະລັງງານ ແຮງລົມ ທີ່ວິສາຫະກິດຈີນ ເປັນຜູ້ຮັບເໝົາກໍ່ສ້າງໄດ້ກາຍເປັນໂຄງການ ຜະລິດໄຟຟ້າດ້ວຍພະລັງງານແຮງລົມທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ແລະ ກໍແມ່ນໂຄງການຜະລິດໄຟຟ້າດ້ວຍພະລັງງານ ລົມແຫ່ງທຳອິດພາຍໃນປະເທດລາວ. ໂຄງການດັ່ງກ່າວຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕາປື ທາງພາກໃຕ້ຂອງລາວ. ເມື່ອໂຄງການດັ່ງກ່າວໄດ້ສ້າງ ສຳເລັດຕາມແຜນແລ້ວ, ຕົ້ນຕໍຈະສົ່ງພະລັງງານໄຟຟ້າໄປຂາຍໃຫ້ ຫວຽດນາມ ເຊິ່ງຄັ້ງນີ້ແມ່ນລາວ ໄດ້ສົ່ງໄຟຟ້າທີ່ຜະລິດດ້ວຍພະລັງງານ ສີຂຽວໄປຕ່າງປະເທດເປັນຄັ້ງທຳອິດ ແລະ ຊ່ວຍເຮັດໃຫ້ລາວ ບັນລຸວິໄສທັດ ໝໍ້ໄຟອາຊີຕາເວັນອອກສຽງໃຕ້ຕື່ມອີກ.

ຄຽງຄູ່ກັບ ຈີນ ແລະ ລາວ ດຳເນີນໂຄງການຮ່ວມມືນັບມື້ນັບຫລາຍກວ່າ ເກົ່າ, ການຮ່ວມມືດ້ານພະລັງງານສີຂຽວລະຫວ່າງສອງປະເທດກໍໄດ້ນັບມື້ ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຫລາຍກວ່າເກົ່າ. ພາຍໃຕ້ການ ຊີ້ນຳຈາກຄວາມເຫັນກ່ຽວກັບການເລັ່ງການຫັນເປັນຮູບແບບສີຂຽວ ຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມຂອງຈີນ ແລະ ແຜນ ປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ຈີນ ແລະ ລາວ ຈະຊອກຫາໂອກາດ ແລະ ຊ່ອງທາງການຮ່ວມມືດ້ານພະລັງງານສີຂຽວ ໃຫ້ຫລາຍກວ່າເກົ່າ ເພື່ອປະກອບສ່ວນຫລາຍກວ່າເກົ່າເຂົ້າໃນການ ພັດທະນາແບບສີຂຽວຂອງລາວ.