149 ບໍລິສັດ ຈາກ 9 ປະເທດ ເຂົ້າລົງທຶນເຂດພັດທະນາກວມລວມໄຊເຊດຖາ, ສ້າງວຽກເຮັດໃຫ້ຄົນລາວ 5 ພັນກວ່າຄົນ

ເຂດພັດທະນາກວມ ລວມໄຊເຊດຖາ ຕັ້ງຢູ່ບ້ານນາໂນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ມາຮອດປະຈຸບັນ ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດ ລວມທັງໝົດ 149 ບໍລິສັດ, ໃນນີ້ ມີ 73 ບໍລິສັດໄດ້ເລີ່ມທໍາການຜະລິດແລ້ວ ແລະ ອີກ 76 ບໍລິສັດ ແມ່ນຢູ່ໃນຂັ້ນຕອນການກະກຽມເພື່ອດໍາເນີນການກໍ່ສ້າງໂຮງງານ, ມີມູນຄ່າການລົງທຶນທັງໝົດປະມານ 1,3 ຕື້ໂດລາສະຫະລັດ, ເຊິ່ງເປັນນັກລົງທຶນທີ່ມາຈາກ 09 ປະເທດຄື: ສປ ຈີນ, ໄທ, ຢີ່ປຸ່ນ, ມາເລເຊຍ, ສິງກະໂປ, ສປປ ລາວ, ສະຫະລັດອາເມລິກາ, ສະວິດເຊີແລນ ແລະ ສ.ເກົາຫຼີ. ລວມມີບໍລິສັດທີ່ສໍາຄັນຄື: ສໍານັກງານໃຫຍ່ຂອງ ບໍລິສັດທາງລົດໄຟລາວ-ຈີນ, ກຸ່ມບໍລິສັດຄວາມຫວັງໃໝ່ ເປັນໂຮງງານຜະລິດຫົວອາຫານທີ່ມີຂະໜາດໃຫຍ່, ກຸ່ມບໍລິສັດໂຮຢາ ເປັນບໍລິສັດທີ່ໃຫຍ່ ແລະ ມີຊື່ສຽງ ຂອງ ປະເທດຢີ່ປຸ່ນ, ບໍລິສັດ ເປ້ເຕີເຄື່ອງນຸ່ງຫົ່ມ (ລາວ) ຈໍາກັດ ຊິ່ງເປັນໂຮງ ງານຜະລິດເຄື່ອງນຸ່ງຫົ່ມ, ບໍລິສັດ ຈົ່ງຫຼຸ້ນ ໂຊລ້າເຊວ ເປັນບໍລິສັດຜະລິດແຜງໂຊລ້າເຊວ ແລະ ບໍລິສັດອື່ນໆ ອີກຫຼາຍບໍລິ ສັດ, ກວມເອົາ 09 ຂະແໜງການ ຄື:ການຜະລິດເຄື່ອງເອເລັກໂຕຼນິກ, ອຸປະກອນໄຟຟ້າ, ຢາປົວພະຍາດ, ພະລັງງານສະອາດ, ການປຸງແຕ່ງຜະລິດຕະພັນກະສິກໍາ, ຜະລິດຕະພັນເພື່ອສຸຂະພາບ, ເຄື່ອງນຸ່ງຫົ່ມ, ເຄື່ອງໂລຫະ, ການຂົນສົ່ງ ແລະ ສາງສິນຄ້າເປັນຕົ້ນ.

ພາຍຫຼັງທີ່ບັນດາບໍລິສັດທັງໝົດກ່າວມາໃນຂ້າງເທິງນີ້ ໄດ້ລົງມືທໍາການຜະລິດຈະສາມາດສ້າງມູນຄ່າຜະລິດທັງໝົດ 1,8 ຕື້ໂດລາສະຫະລັດຕໍ່ປີ, ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 15,000 ຕໍາແໜ່ງງານ, ປະຈຸບັນມີແຮງງານທັງໝົດ 7,867 ຄົນ (ໃນນັ້ນມີແຮງງານລາວ 5,566 ຄົນ). ນອກຈາກນີ້ເຂດພັດທະນາກວມລວມໄຊເຊດຖາ ຍັງເປັນເຂດໜຶ່ງທີ່ຖືກກຳນົດເປັນເຂດຕົວແບບເພື່ອສ້າງເປັນ ເຂດສາທິດການປ່ອຍອາຍກາກບອນຕໍ່າ.

ທີ່ມາ: ຫນັງສືພິມປະຊາຊົນ