ກອງປະຊຸມຄະນະບໍລິຫານງານ ສະພາການຄ້າ ແລະອຸດສາຫະກຳແຂວງບໍລິຄຳໄຊ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກຳ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນ ວັນທີ 8 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການ ເປັນປະທານຂອງທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະອຸດສາຫະກຳແຂວງໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄໍາໄຊ, ມີບັນດາຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກຳແຂວງຕາງໜ້າພະແນກການອົງການຈັດຕັ້ງຕະ ຫຼອດຮອດແຂກຖືກເຊີນຈາກສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.

ໃນພິທີ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະອຸດສາກະກໍາແຂວງຍັງໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດລາຍງານການເຄື່ອນໄຫວວຽກງານໃນໄລຍະ 1 ສະໄໝ ຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າຊຶ່ງສະພາການຄ້າ ແລະອຸດສາຫະກໍາແຂວງເປັນອົງການຈັດຕັ້ງທາງສັງຄົມຂອງພາກທຸລະກິດມີພາລະບົດບາດ ເປັນຕົວແທນໃຫ້ແກ່ຜູ້ໃຊ້ແຮງ ງານ, ສະມາຄົມເສດຖະກິດ-ກຸ່ມທຸລະກິດສະຫະກອນ ຕະຫຼອດຮອດບັນດາຫົວໜ່ວຍທຸລະກິດຕ່າງໆ ທີ່ເຄື່ອນໄຫວຢູ່ພາຍໃນແຂວງເປັນຂົວຕໍ່ລະຫວ່າງພາກລັດ ກັບ ພາກທຸລະກິດໃນໄລຍະ 1 ສະ ໄໝຜ່ານມາ ສະພາການຄ້າ ແລະ ອຸດສາຫະກໍາແຂວງໄດ້ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານບໍລິການໃຫ້ກັບສະມາຊິກກໍຄືບັນດາຫົວໜ່ວຍທຸລະກິດ ແລະຈັດ ຕັ້ງປະຕິບັດວຽກງານປິ່ນອ້ອມ ຕາມພາລະບົດບາດ-ສິດໜ້າທີ່ຢ່າງເປັນປົກກະຕິໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມແຜນຍຸດທະສາດ ການພັດທະນາທຸລະກິດ ປີ 2021-2025 ຕາມ 6 ເສົາຄໍ້າ ທີ່ທາງສະພາການຄ້າ ແລະອຸດ ສາຫະກໍາແຫ່ງຊາດລາວ ໄດ້ກໍານົດໄວ້ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານບໍລິການ-ວຽກ ງານສະມາຊິກ,ວຽກງານການຊຸກຍູ້ສົ່ງເສີມການຜະລິດເປັນ ສິນຄ້າ, ວຽກງານຊຸກຍູ້-ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະກາງ (SME), ວຽກງານຄະນະກໍາມະການແຮງງານຂັ້ນແຂວງ, ວຽກງານຂະບວນການຊ່ວຍເຫຼື່ອສັງຄົມ ແລະວຽກງານລາຍ ຮັບ-ລາຍຈ່າຍຂອງຫ້ອງການມາຮອດປັດຈຸບັນສະພາການຄ້າ ແລະ ອຸດສາຫະກໍາແຂວງ ສາມາດ ຂະຫຍາ ຍສະມາຊິກໄດ້ຈໍານວນ 104 ຫົວໜ່ວຍທຸລະກິດໄດ້ສໍາເລັດການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກໍາຂັ້ນເມືອງໄດ້ 4 ເມືອງ ຄື ເມືອງທ່າພະບາດ, ເມືອງປາກກະດິງ, ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ໄດ້ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ ກັບ ບັນດາຫົວໜ່ວຍທຸລະກິດທີ່ ສົ່ງອອກສິນຄ້າໄປຕ່າງປະເທດ ໄດ້ຈໍານວນ 1.940 ຊຸດ ມີມູນຄ່າ 404.096.322,28 ໂດລາ.

ກອງປະຊຸມຍັງໄດ້ຮັບຟັງການຂຶ້ນຜ່ານຂໍ້ຕົກລົງ ເລກທີ 0008 ຂອງປະທານສະພາການຄ້າ ແລະອຸດສາຫະກໍາ ແຫ່ງຊາດລາວ ວ່າດ້ວຍການຍ້ອງຍໍ ແລະຊົມເຊີຍ ຄະນະບໍລິຫານງານສະພາການຄ້າ ແລະອຸດສາຫະກໍາແຂວງບໍລິຄໍາໄຊ ທີ່ມີຜົນງານດີເດັ່ນປະກອບສ່ວນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານສະພາການຄ້າ ແລະອຸດສາຫະກໍາ ແຂວງບໍລະຄໍາໄຊ ຕະຫຼອດໄລຍະ 1 ສະໄໝຜ່ານມາ. ແລະພ້ອມດຽວ ກັນນັ້ນ ຍັງໄດ້ມອບໂລ້ລາງວັນໃຫ້ກັບນັກທຸລະກິດດີເດັ່ນປະຈໍາປີ 2023 ຈໍານວນ 40 ກວ່າຫົວ ໜ່ວຍທຸລະກິດ. ຊຶ່ງໃຫ້ກຽດຂຶ້ນມອບໃບບ້ອງຍໍ-ຊົມເຊີຍ ແລະໂລ້ລາງວັນໃນຄັ້ງນີ້ໂດຍແມ່ນທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ ແລະຄະນະປະທານທີ່ເຂົ້າຮ່ວມຕາມລໍາດັບ.

ຕອນທ້າຍຂອງກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາປະທານສະພາການຄ້າ ແລະອຸດສາຫະກໍາຊຸດໃໝ່. ຜ່ານການປ່ອນບັດລົງຄະແນນສຽງກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາທ່ານ ໄຊຍະເພັດ ຈັນທິສອນ ເປັນປະທານສະພາ ການຄ້າ ແລະອຸດສາຫະກໍາແຂວງ ບໍລິຄໍາໄຊ ຄັ້ງທີ 6 ເລືອກເອົາ ທ່ານ ໄພວັນ ສີພັນດອນ ເປັນຮອງປະທານຊີ້ນໍາວຽກງານເສດຖະກິດ, ເລືອກເອົາທ່ານ ສົມສັກ ໄຊຍະວົງ ເປັນຜູ້ກວດກາ. ແລະ ເລືອກເອົາ ທ່ານ ທະນູສອນ ຫຼວງລາດບັນດິດ, ທ່ານ ນາງ ນຸດຄຸນ ພະໄຊ, ທ່ານນາງ ວຽງນະສອນ ອຸນາລົມ, ທ່ານ ຄອນສະຫວັນ ສອນຄໍາໄຊ, ທ່ານ ສິນທະນາ ພິມມະສອນ ແລະທ່ານ ພູຈິດ ວັດທະນາ ເປັນຄະນະ.
ຂ່າວ: ບໍລິຄຳໄຊ