ເຊີນທ່ຽວຊົມນ້ຳຕົກຕາດຜາຫວ່າງເມືອງຊຳໃຕ້

ຫຼາຍໆຄົນອາດຍັງບໍ່ທັນຮູ້ ກ່ຽວກັບສະຖານທີ່ທ່ອງທ່ຽວນ້ຳຕົກຕາດຜາຫວ່າງມື້ນີ້ຄໍລຳທ່ອງທ່ຽວໃຫ້ປະໂຫຍດພວກເຮົາຈະພາທ່ານໄປຮູ້ຈັກກັບຄວາມພິເສດຂອງສະຖານທີ່ດັ່ງກ່າວ: ນໍ້າຕົກຕາດຜາຫວ່າງຕັ້ງຢູ່ໃນຂອບເຂດພື້ນທີ່ຂອງ ບ້ານປາວເໜືອຊຶ່ງເມື່ອກ່ອນບ້ານ ປາວເໜືອແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະຂຶ້ນກັບເມືອງຊຳໃຕ້ ທີ່ມີມາແຕ່ບູຮານນະ ການອີງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເລົ້າສືບຕໍ່ກັນມາວ່າ: ຜູ້ທີ່ມາສ້າງເປັນບ້ານທຳອິດແມ່ນ ມີ 3 ຈຸ້ມຈາວຄື: ຈຸ້ມຈາວທີ 1 ເປັນຊົນເຜົ່າໄຕແດງທີ່ຍ້າຍມາແຕ່ ເມືອງປາວ,ຈຸ້ມຈາວທີ 2 ຍ້າຍມາ ແຕ່ເມືອງໂສຍ ແລະຈຸ້ມຈາວທີ 3 ຍ້າຍມາແຕ່ຮິ່ງຮ່າປ່າມູນລຽບແມ່ ນໍ້າແດງ (ພາກເໜືອຂອງ ສສ ຫວຽດນາມໃນປະຈຸບັນ)ມາຮ່ວມກັນແລ້ວສ້າງເປັນບ້ານຂຶ້ນເມື່ອປະມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບຄົວ ແລະເອີ້ນຊື່ບ້ານວ່າ: ບ້ານນາຄຳ, ແຕ່ໃນໄລຍະຕໍ່ມາໄດ້ປ່ຽນຊື່ບ້ານຈາກບ້ານນາຄຳມາເປັນ ບ້ານປາວເໜືອ ໂດຍກຳນົດຊື່ເອີ້ນ ຕາມສາຍນ້ຳເພາະວ່າບ້ານຕັ້ງຢູ່ ລຽບຫ້ວຍນ້ຳປາວຕອນເໜືອນອກ ນັ້ນຍັງມີຫ້ວຍນໍ້າຮໍ ຊຶ່ງເປັນຍອດ ນໍ້າປາວ ທີ່ໄຫຼມາແຕ່ພູພຽງນໍ້າຍື່ງ ເຂດກະສອນ ໂດຍນໍ້າດັ່ງກ່າວໄດ້ໄຫຼລອດຜາຫວ່າງອອກມາເປັນນໍ້າຕົກ ຕາດທີ່ສວຍງາມຊາວບ້ານເຂດນີ້ ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ ວ່າ: ຕາດຜາຫວ່າງສືບຕໍ່ກັນມາຈົນ ເຖິງປະຈຸບັນ.

ນໍ້າຕົກຕາດຜາຫວ່າງ ເປັນນໍ້າ ຕົກຫີນເກັດຕັ້ງຢູ່ບ້ານປາວເໜືອ ເມືອງຊຳໃຕ້  ຫ່າງຈາກເທສະບານ ເມືອງ 30 ກິໂລແມັດ ເປັນນໍ້າຕົກ ຕາດອອກຈາກຮູຜາຫີນທີ່ຢຽດຍາວ ໄປຕາມສາຍພູສູງ ແລະມີແມ່ນ້ຳ ໄຫຼຕະຫຼອດປີເປັນນ້ຳຕົກຕາດທຳມະ ຊາດທີ່ສວຍງາມອາດເປັນອັນດັບ ໜຶ່ງຂອງປະເທດລາວມີຄວາມຍາວທັງໝົດ 700 ແມັດ ກວ້າງສະເລ່ຍ 15-20 ແມັດມີ 21 ພັກແຕ່ລະພັກມີຄຸນລັກສະນະຄວາມງາມແຕກຕ່າງ ກັນເປັນຕາດທີ່ມີສະເໜດຶງດູດຈິດໃຈຜູ້ມາທ່ຽວຊົມຍ້ອນຄວາມງາມ ຂອງທຳມະຊາດທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນອາໄສຢູ່ຫຼາກ ຫຼາຍ, ອາກາດສົດຊື່ນເຢັນສະບາຍ, ສອງຟາກຫ້ວຍມີຕົ້ນໄມ້ຫຼາຍຢ່າງ ຂຽວງາມ, ມີສັດສາວາສິ່ງຫຼາຍຊະ ນິດເປັນຕົ້ນນົກ, ກະຮອກ ແລະຊະ ນິດອື່ນໆຢ່າຫຼວງຫຼາຍພິເສດແມ່ນມີໂຕທະນີ 7ໂຕແຕ່ລະມື້ຈະອອກມາຮ້ອງຢ່າງມີຄວາມສຸກໃນຂອບເຂດບໍລິເວນດັ່ງກ່າວນອກນັ້ນໃນ ຂອບເຂດນ້ຳຕົກຕາດຜາຫວ່າງຍັງມີຮ່ອງຮອຍທາງປະຫວັດສາດ, ວັດທະນະທຳຫຼາຍຢ່າງທີ່ເປັນຕາ ງຶດງໍ້ເຊັ່ນ: ຫີນຕັ້ງ, ຫີນໜູນີກາ (ຮູບອະໄວຍະວະເພດຍິງຊາຍຢູ່ຮ່ວມກັນ), ມີຮອຍຕີນເຢື້ອຍ, ເຕົ່າ ຫີນຕີນຜາຮໍ ແລະຖໍ້າມ້າຫີນຜູ້ເຖົ້າຜູ້ ແກ່ບູຮານເພີ່ນເຄີຍເວົ້າກັນວ່າ: ຖໍ້າມ້າສາລີກາບຜາຮໍຊຶ່ງມີຄວາມເໝາະ ສົມແກ່ການໄປທ່ຽວຊົມ ແລະພັກ ຜ່ອນໃນມື້ວັນພັກຕ່າງໆ.

ສ່ວນສາເຫດທີ່ມາຂອງຊື່ຜາຫວ່າງນັ້ນຕາມການບອກເລົ່າຂອງຊາວບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜານີ້ມີໂຕຫວ່າງຫຼາຍບວກໃສ່ກັບຜາຫີນ ສູງຍາວມີນໍ້າໄຫຼອອກຈາກຮູຜາໃນລະດູຝົນໄຫຼອອກຈາກຮູນໍ້າລອດບໍ່ ທັນນໍ້າໄດ້ໄຫຼອອກຈາກຫວ່າງຜາຂອງສອງຜາຮຽງກັນຈິ່ງໄດ້ເອີ້ນຊື່ວ່າ: ຜາຫວ່າງ.

ນສພ ເສດຖະກິດ-ສັງຄົມ