ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫາລືຫຼາຍບັນຫາພັດທະນາແຜນຍຸດທະສາດຫຼັງປີ 2025

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຮ່ວມກັບລັດຖະມົນຕີປະທານຂະແໜງການຂອງເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ, ຜູ້ຊົງຄຸນວຸດທິ ແລະ ສະມາຊິກລັດຖະສະພາອາຊຽນເພື່ອປຶກສາຫາລື ພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ຂຶ້ນໃນວັນທີ 13 ສິງຫາ ນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍມີບັນດາລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ລັດຖະມົນຕີປະທານຂະແໜງການຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມແຫ່ງຕີມໍ ແລັດສະເຕ ພ້ອມດ້ວຍຫົວໜ້າຄະນະຜູ້ແທນອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນວາລະພິເສດ ແລະ ເປັນຄັ້ງທຳອິດທີ່ໄດ້ຈັດຮ່ວມກັບບັນດາປະທານຂະແໜງການຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ເພື່ອພ້ອມກັນປຶກສາຫາລື, ແລກປ່ຽນທັດສະນະ ແລະ ຂໍ້ສະເໜີທີ່ເປັນທິດທາງຍຸດທະສາດຂອງປະຊາຄົມວັດທະນະທຳ-ສັງຄົມອາ ຊຽນຫຼັງປີ 2025 ຊຶ່ງເປັນປັດໄຈທີ່ມີຄວາມສຳຄັນທີ່ສຸດ ບັນດາທິດທາງຍຸດທະສາດເຫຼົ່ານັ້ນຈະຖືກຄັດຈ້ອນ ເປັນຍຸດທະສາດຂອງຂະແໜງການເພື່ອຮັບປະກັນ ແລະ ຮັກສາໄດ້ປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ແຂງແກ່ນ, ຍືນຍົງ, ກວມລວມ ແລະ ປັບຕົວໄດ້ທຸກສະພາບການ ທັງເພີ່ມທະວີການຄາດຄະເນລ່ວງໜ້າຂອງຍຸດທະສາດທີ່ເປັນສິ່ງທ້າທາຍ ແລະ ທ່າແຮງບົ່ມຊ້ອນໃນພາກພື້ນ ແລະ ທົ່ວໂລກ ທັງເປັນການຊອກຫາວິທີທາງໃນອະນາຄົດທີ່ຈະເປັນໄປໄດ້ເພື່ອສະໜັບສະໜູນໃຫ້ແກ່ການພັດທະນາຍຸດທະສາດນະໂຍບາຍ ແລະ ການແກ້ໄຂບັນຫາ.


ທ່ານນາງ ສວນສະຫວັນ ວິຍະເກດ ກ່າວຕື່ມອີກວ່າ: ກອງປະຊຸມໃນຄັ້ງນີ້ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຄາດການລ່ວງໜ້າຂອງຍຸດທະສາດທີ່ຈະສ່ອງແສງເຖິງການປ່ຽນແປງຂອງປະຊາຄົມອາຊຽນຫຼັງປີ 2025 ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ ໂດຍລວມແລ້ວໄດ້ສະແດງໃຫ້ເຫັນເຖິງການຮັບ ປະກັນໃນການດຳເນີນງານຢ່າງແຂງແຮງຂອງບັນດາແຜນຍຸດທະສາດຂອງຂະແໜງການຂອງຕົນ, ບັນຫາຊໍ້າຊ້ອນເສົາຄ້ຳ ແລະ ການເຊື່ອມຈອດອາຊຽນ. ພ້ອມນິີ້, ໄດ້ຍົກໃຫ້ເຫັນບັນດາບາດກ້າວທີ່ສຳຄັນ ແລະ ຂໍ້ສະເໜີ ໂດຍສະເພາະການແກ້ໄຂທ່າອ່ຽງ ແລະ ສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນໃຫ້ມີການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງລວມທັງການຜັນຂະຫຍາຍວຽກງານຂອງເສົາຄໍ້າວັດທະນະທຳ - ສັງຄົມອາຊຽນໃຫ້ດີຂຶ້ນເປັນກ້າວໆ. ການປຶກສາຫາລືໃນຄັ້ງນີ້, ເປັນຂີດໝາຍສຳຄັນຂອງເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມອາຊຽນ ເພື່ອແລກປ່ຽນ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ລວມເຖິງການເຊື່ອມໂຍງໃນພາກພື້ນ ແລະ ຄວາມເປັນແກນກາງຂອງອາຊຽນອີກດ້ວຍ.
ຂ່າວ-ພາບ: ຍຸພິນທອງ