ກຽມສ້າງສູນເພາະພັນໄກ່ລາດພື້ນເມືອງ ໃຫ້ກຸ່ມເປົ້າໜາຍລ້ຽງໄກ່ເປັນສິນຄ້າ ຢູ່ເມືອງລະຄອນເພັງ

ເມືອງລະຄອນເພັງ ແຂວງສາລະວັນ ແລະບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ຮ່ວມກັບ ອໍານາດການປົກຄອງໃນ 11 ບ້ານ ເມືອງລະຄອນເພັງ ປຶກສາຫາລື ການລະດົມ ແລະ ລົງຊຸກຍູ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນ ສ້າງສູນເພາະພັນ ໄກ່ລາດພື້ນເມືອງກັບທີ່ ແລະ ລ້ຽງໄກ່ລາດເປັນສິນຄ້າ ເພື່ອສະໜອງວັດຖຸດິບໃຫ້ແກ່ຮ້ານອາຫານປີ້ງໄກ່ນາປົ່ງ ແລະສົ່ງຂາຍອອກຮັບໃຊ້ໃຫ້ແກ່ສັງຄົມ ເຊິ່ງກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 12 ສິງຫາ 2024 ຢູ່ເມືອງລະຄອນເພັງ ໂດຍມີ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ, ມີຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ, ພ້ອມດ້ວຍພາກສວນກ່ຽວຂ້ອງ, ອໍານາດການປົກຄອງ 11 ບ້ານເຂົ້າຮ່ວມ.

ທ່ານ ນາງ ສອນທິດາ ອຸນາພົມ ໄດ້ມີຄໍາເຫັນວ່າ: ການຊຸກຍູ້ສົ່ງເສີມສ້າງສູນເພາະພັນ ແນວພັນໄກ່, ການລ້ຽງໄກ່ລາດພື້ນເມືອງເປັນສິນຄ້າໃຫ້ໄດ້ລົງມືປະຕິບັດຢ່າງເປັນຮູບປະທໍາເນື່ອງຈາກພໍ່ແມ່ປະຊາຊົນເຄີຍມີມູນເຊື້ອມາແລ້ວເພື່ອຕອບສະໜອງຄວາມຕ້ອງການວັດຖຸດິບ (ໄກ່ລາດ)ໃຫ້ແກ່ຮ້ານປີ້ງໄກ່ນາປົ່ງເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກ ແລະມີຊື່ສຽງຂອງແຂວງສາລະວັນ ໂດຍບໍລິສັດຈະໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ, ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນສ້າງສູນເພາະພັນ ແນວພັນໄກ່ກັບທີ່ ເຊິ່ງເປັນສູນລວມຂອງບ້ານ ແລະສ້າງເປັນສູນລວມຕະຫລາດຈໍາໜ່າຍ. ທັງນີ້, ກໍເພື່ອສົ່ງເສີມອາຊີບທີ່ເປັນມູນເຊື້ອ, ສ້າງວຽກເຮັດ ແລະ ສ້າງລາຍໄດ້ໃຫ້ປະຊາຊົນ, ເພື່ອເຊື່ອມໂຍງວົງຈອນການທ່ອງທ່ຽວ ລະຫວ່າງ ແຂວງພາກໃຕ້ ຈໍາປາສັກ-ສາລະວັນ ແລະ ກະກຽມຄວາມພ້ອມຮອບດ້ານໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ເດີນທາງມາທ່ອງທ່ຽວ ສປປ ລາວ ໃນປີທ່ອງທ່ຽວລາວ 2024 ນີ້.

ໃນໂອກາດດຽວກັນ, ທ່ານ ທອງດີ ຈັນທະວົງ ກໍໄດ້ມີຄໍາເຫັນວ່າ: ເພື່ອເຮັດໃຫ້ໂຄງການນີ້ເກີດຜົນປະໂຫຍດສູງສູດ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີ, ຊຸກຍູ້ໃຫ້ກັບປະຊາຊົນມີລາຍຮັບເພີ່ມຂຶ້ນ, ພ້ອມທັງຍົກການຜະລິດພາຍໃນ ແລະ ທົດແທນການນໍາເຂົ້າອາຫານສັດຈາກຕ່າງປະເທດ ຈຶ່ງຮຽກຮ້ອງມາຍັງອໍານາດການປົກຄອງຈົ່ງເປັນເຈົ້າການ ພ້ອມກັນນໍາໃຊ້ທ່າແຮງຂອງຕົນທີ່ມີມູນເຊື້ອໃນການລ້ຽງໄກ່ພື້ນບ້ານ ຫັນໄປສູ່ການລ້ຽງໄກ່ເປັນສິນຄ້າເພື່ອສະໜອງໃຫ້ກັບສັງຄົມ ແລະ ທັງເປັນການຮັບປະກັນໃຫ້ແກ່ການສະໜອງຕະຫລາດປີ້ງໄກ່ນາປົ່ງນີ້ໄດ້ຢ່າງພຽງພໍ.

ສໍາລັບ ເມືອງນະຄອນເພັງ ລວມມີ 11 ບ້ານ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ, ໃນນັ້ນ, ແຕ່ລະບ້ານຈະສ້າງໃຫ້ມີສູນເພາະພັນໄກ່ລາດພື້ນເມືອງ ເພື່ອສະໜອງລູກໄກ່ນ້ອຍໃຫ້ ພໍ່-ແມ່ ປະຊາຊົນ 1.500 ກວ່າຄອບຄົວ. ນອກຈາກນັ້ນ, ກໍສະໜອງໃຫ້ບ້ານໃກ້ຄຽງທີ່ຕ້ອງການ. ປັດຈຸບັນ, ມີ 1 ຄອບຄົວ ຢູ່ບ້ານຖໍ້າພວງ ເປັນຄອບຄົວຕົວແບບ ເຊິ່ງມີພໍ່-ແມ່ພັນປະມານ 400 ໂຕ ແລະ ເດືອນ 1 ສາມາດສະ ໜອງ ລູກໄກ່ນ້ອຍໄດ້ປະມານ 700 ກວ່າໂຕ. ຂະນະດຽວກັນ, ທາງເມືອງມີແຜນຈະຈັດຝຶກອົບຮົມ ເຕັກນິກຕ່າງໆ ໃນການເພາະພັນໄກ່ ໃຫ້ກັບ 11 ບ້ານເປົ້າໝາຍ. ຄາດວ່າເມືອງນະຄອນເພັງ ຈະຜະລິດ ແລະ ຈໍາໜ່າຍລູກໄກ່ໃຫ້ກະສິກອນ ຢ່າງໜ້ອຍ 15.000-20.000 ໂຕ/ປີ ແລະ ຈໍາໜ່າຍອອກສູ່ຕະ ຫລາດໃຫ້ໄດ້ຢ່າງໜ້ອຍ 100.000 ໂຕ/ປີ ຫລື ເທົ່າກັບ 50-100 ໂຕນ/ປີ.

ພ້ອມກັນນີ້, ທ່ານ ທອງດີ ຈັນທະວົງ ໄດ້ມີຄຳເຫັນເປັນເອກະພາບ ໃຫ້ອໍານາດການປົກຄອງບ້ານ ໄດ້ລົງມືຈັດຕັ້ງປະຕິບັດຢ່າງຈິງຈັງ ແລະໃຫ້ເກີດດອກອອກຜົນ. ພ້ອມທັງ ເກັບກໍາຈໍານວນຄອບຄົວ ຫລືຜູ້ສົນໃຈການລ້ຽງໄກ່ລາດເພື່ອເປັນຂໍ້ມູນພື້ນຖານໃຫ້ ບໍລິສັດ ໄດ້ດໍາເນີນຊຸກຍູ້ສົ່ງໃນຂັ້ນຕໍ່ໄປ.
ຂ່າວ-ພາບ: ຂັນໄຊ