ພົອ ວິໄລ ຫລ້າຄໍາຟອງ ຢໍ້າ 5 ບັນຫາ ໃນການຄຸ້ມຄອງອາວຸດເສິກ ແລະວັດຖຸລະເບີດ

ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ເນັ້ນຢໍ້າ 5 ບັນຫາ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 563/ປກສ ວ່າດ້ວຍການຂຶ້ນບັນຊີເກັບກູ້, ຄຸ້ມຄອງອາວຸດເສິກ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 8 ສິງຫາ 2024 ດັ່ງນີ້:
1. ຕ້ອງກວດກາຄືນກົງຈັກການຈັດຕັ້ງຂັ້ນຂອງຕົນໃຫ້ມີຄວາມຮັບປະກັນ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດ.
2. ຍູ້ແຮງໃນການຄຸ້ມຄອງ ແລະ ການຖອນອາວຸດປືນເສິກຂອງພະນັກງານ ຜູ້ທີ່ກະສຽນອາຍຸ, ໄດ້ຮັບອຸດໜູນບຳນານ ແມ່ນມອບໃຫ້ກົມກອງ, ກອງບັນຊາການເປັນເຈົ້າການ ຖອນ ແລະ ເກັບກູ້ຄືນຕາມລະບຽບການ.
3. ເປັນເຈົ້າການສັງລວມບັນຊີອາວຸດ ກັບພາກສ່ວນທີ່ເຫັນວ່າບໍ່ມີຄວາມ ຈໍາເປັນນໍາໃຊ້ ແລະ ອາວຸດທີ່ໄດ້ມາຈາກການດໍາເນີນຄະດີ ເພື່ອຖອນ, ເກັບກູ້ຕາມລະບຽບຫລັກການ ແລະ ດໍາເນີນໃຫ້ສໍາເລັດໂດຍໄວ.
4. ເພີ່ມທະວີການປະສານສົມທົບ ກັນພາກສ່ວນອື່ນທີ່ກ່ຽວຂ້ອງໂຄສະນາ ເຜີຍແຜ່ໃຫ້ທົ່ວສັງຄົມ, ເຫັນໄດ້ຄວາມອັນຕະລາຍຂອງອາວຸດ ແນໃສ່ ສະກັດກັ້ນ ແລະ ແກ້ໄຂບັນຫາອາວຸດໃຫ້ໄດ້.
5. ຄົ້ນຄວ້າສະໜອງງົບປະມານ ຮັບໃຊ້ວຽກງານການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ ອາວຸດເສິກ ແລະ ທາດລະເບີດ ໃຫ້ມີຄວາມຮັບປະກັນ, ເໝາະສົມ ແລະ ທັນເວລາ ເພື່ອໃຫ້ການເຄື່ອນໄຫວວຽກງານມີປະສິດທິຜົນ ແລະ ບັນລຸຄາດໝາຍ.