ມອບເຮືອນພັກຊົ່ວຄາວ 450 ຫຼັງ ໃຫ້ຜູ້ປະສົບໄພເມືອງສະໝາມໄຊ

  ໃນວັນທີ 12 ເມສາ 2019 ໄດ້ຈັດພິທີມອບ-ຮັບເຮືອນພັກຊົ່ວຄາວຈຳນວນ 450 ຈາກບໍລິສັດ ທີເຄ ໂຊຊິງ ຈຳກັດ ໃຫ້ແກ່ປະຊາຊົນຜູ້ປະສົບໄພຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ, ເຂົ້າຮ່ວມມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ຄຳຜາຍ ຈັນສີສະໝຸດ ປະທານ ທີ່ປຶກສາບໍລິສັດ ທີເຄ ໂຊຊິງ ຈຳກັດ, ມີບັນດາທ່ານໃນຄະນະນຳຂອງແຂວງ ແລະເມືອງພ້ອມດ້ວຍປະຊາຊົນເຂົ້າຮ່ວມ.

 ບໍລິດສັດ ທີເຄ ໂຊຊິງ ຈຳກັດ ໄດ້ຮັບການມອບໝາຍໃຫ້ເປັນຜູ້ສະໜອງເຮືອນພັກຊົ່ວຄາວຈຳນວນ 450 ຫຼັງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື ສະບັບເລກທີ 1276/ຈຂອປ, ລົງວັນທີ 22 ກັນຍາ 2018 ແລະຕາມສັນຍາສະບັບຄັ້ງວັນທີ 24 ກັນຍາ 2018 ມາຮອດວັນທີ 15 ກຸມພາ 2019 ໂຄງ ການດັ່ງກ່າວໄດ້ສຳເລັດ 100% ໂດຍ ສະເພາະແມ່ນການຕິດຕັ້ງໂຄງສ້າງເຮືອນເຫຼັກ, ຫ້ອງນໍ້າ, ລະບົບໄຟພາຍໃນເຮືອນເທົ່ານັ້ນ, ສ່ວນຮາກຖານຕີນເສົາ ແລະລະດັບຂອງເຮືອນ, ຕາຂ່າຍໄຟຟ້ານອກເຮືອນ, ຮ່ອງລະບາຍນໍ້າ ແລະການເດີນທໍ່ຈາກຮ່ອງນໍ້າຫາຖັງສ້ວມແມ່ນຄວາມຮັບຜິດຊອບຂອງພາກສ່ວນອື່ນ.

 ສະນັ້ນ, ການມອບ-ຮັບຄັ້ງນີ້ມີເຮືອນທັງໝົດ 450 ຫຼັງ ຊຶ່ງໄດ້ແບ່ງອອກ 4 ຈຸດຄື: ຈຸດຕະມໍຢອດ ມີ 230 ຫຼັງ, ໃນ ນັ້ນ, ຈັດເປັນເຮືອນດ່ຽວ 137 ຫຼັງ, ເຮືອນຄູ່ 62 ຫຼັງ, ປະກອບເປັນຕູ້ 31 ຕູ້ ສະເພາະຢູ່ສູນຕະມໍຢອດປະຊາຊົນແມ່ນໄດ້ເລີ່ມເຂົ້າຢູ່ແຕ່ຕົ້ນເດືອນທັນວາ 2018 ເຖິງປະຈຸບັນສຳເລັດ 100 % . ຈຸດດອນບົກມີເຮືອນທັງໝົດ 146 ຫຼັງ, ຈັດເປັນເຮືອນດ່ຽວ 114 ຫຼັງ, ເຮືອນຄູ່ 32 ຫຼັງ ປະຊາຊົນໄດ້ເຂົ້າມາຢູ່ 100%. ຈຸດປິ່ນດົງມີເຮືອນທັງໝົດ 104 ຫຼັງ, ເຮືອນດ່ຽວ 81 ຫຼັງ ແລະເຮືອນຄູ່ 23  ຫຼັງ ປະປະຊາຊົນໄດ້ເຂົ້າຢູ່ 100%.

  ທັງໝົດນັ້ນເພື່ອເປັນການກະຕຸກຊຸກຍູ້ປະຊາຊົນຜູ້ທີ່ຖືກປະສົບໄຟຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພາຍຫຼັງທີ່ໄດ້ຮັບການກອບກູ້ຊ່ວຍເຫຼືອໄປພັກທີ່ ເຕັ້ນໃນເບື້ອງຕົ້ນມາຮອດປະຈຸບັນປະຊາຊົນແມ່ນໄດ້ຍົກຍ້າຍໄປພັກທີ່ສູນພັກຊົ່ວຄາວເປັນທີ່ຮຽບຮ້ອຍແລ້ວ ແລະ ໄດ້ຮັບການເບິ່ງແຍງຈາກພັກ-ລັດຢ່າງ ໃກ້ຊິດຕະຫຼອດເວລາເພື່ອລໍຖ້າອີກໄລຍະໜຶ່ງຈະໄດ້ຮັບເຮືອນທີ່ຢູ່ອາໃສຖາວອນ.

ຂ່າວ: ຊິບປະໄຊ