ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອການກະກຽມ ແລະດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2024 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອການກະກຽມແລະດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ ແລະພະນັກງານກ່ຽວ ຂ້ອງຈາກບັນດາກະຊວງຂະແໜງການຕ່າງໆເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດໃນຄັ້ງນີ້ ໄດ້ປຶກສາຫາລື ແລະກວດກາຄືນຄວາມຄືບໜ້າບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ, ໂດຍສະເພາະການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ເຊັ່ນ: ວຽກງານດ້ານເນື້ອໃນ, ດ້ານພະລາທິການ, ພາຫະນະ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ, ວຽກງານປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ຄວາມພ້ອມຂອງສະໜາມບິນເພື່ອຮັບຮອງບັນດາຍົນພິເສດ, ວຽກງານປະດັບປະດາຕົວເມືອງນະຄອນຫຼວງວຽງຈັນ, ວຽກງານເຜີຍແຜ່ໂຄສະນາ ແລະວຽກອື່ນໆ ທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ສະຫຼຸບຕີລາຄາຕໍ່ຜົນສຳເລັດໃນການເປັນເຈົ້າພາບ ແລະປະທານກອງປະຊຸມ ໃນໄລຍະ 7 ເດືອນຜ່ານມາ ພາຍຫລັງທີ່ ສປປ ລາວ ໄດ້ເລີ່ມປະຕິ ບັດການເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນມາ, ໂດຍສະເພາະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ທີ່ເປັນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນເດືອນຕຸລາ 2024.

ຜ່ານການປຶກສາຫາລືເຫັນວ່າການກະກຽມຄວາມພ້ອມຂອງບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ແມ່ນມີຄວາມຄືບຫນ້າຫລາຍສົມຄວນ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາ ແລະ ມອບໝາຍໃຫ້ແຕ່ລະອະນຸກໍາມະ ການ ສືບຕໍ່ດໍາເນີນການໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ, ໂດຍສະເພາະການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຈະຈັດຂື້ນໃນວັນທີ 8-11 ຕຸລາ 2024, ຊຶ່ງຈະມີບັນດາຜູ້ນໍາຂັ້ນປະມຸກລັດ ຫຼືຫົວໜ້າລັດຖະບານ ຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມືພາຍນອກອາຊຽນເຂົ້າຮ່ວມ.