ທ່ານ ເພັດ ພົມພິພັກ ເຄື່ອນໄຫວຢ້ຽມຢາມຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 8 ສິງຫາຜ່ານມາ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ), ກະຊວງແຜນການ ແລະການລົງທຶນ ໂດຍການຕ້ອນຮັບຂອງ ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມດ້ວຍຄະນະນໍາ ແລະສະມາຊິກພະນັກງານຫຼັກແຫຼ່ງປະຈໍາ ຫຂສພ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນປະເສີດ ດາລາວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາ ເຂດເສດຖະກິດພິເສດ (ຂສພ) ໃນໄລຍະຜ່ານມາ ຊຶ່ງ ຫຂສພ ແມ່ນກົງຈັກການຈັດຕັ້ງໜຶ່ງ, ມີພາລະບົດບາດ ເປັນເສນາທິການໃຫ້ກະຊວງແຜນການ ແລະ ການລົງທຶນ ໃນການຄຸ້ມຄອງບັນດາເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ. ສ່ວນຢູ່ຂັ້ນທ້ອງຖິ່ນບ່ອນທີ່ມີເຂດເສດຖະກິດພິເສດຕັ້ງຢູ່ ແມ່ນໄດ້ຈັດຕັ້ງເປັນຄະນະຄຸ້ມຄອງເຂດແຂວງ ແລະ ນະຄອນຫຼວງວຽງຈັນ ມີຖານະເທົ່າພະແນກການຂອງແຂວງ ເປັນຜູ້ບໍລິຫານຄຸ້ມຄອງເຂດເສດຖະກິດພິເສດຕາມສິດ ແລະ ພາລະບົດບາດທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖຸນາ 2018.

ສໍາລັບການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ໄດ້ເລີ່ມຕົ້ນນັບແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ຊຶ່ງມາເຖິງປັດຈຸບັນທົ່ວປະເທດໄດ້ມີ ຂສພ ທັງໝົດ 21 ເຂດ, ຕັັ້ງຢູ່ໃນ 7 ແຂວງໄດ້ມີເນື້ອທີ່ຕາມສັນຍາພັດທະນາຈໍານວນ 33.088 ເຮັກຕາ ແຕ່ປັດຈຸບັນເນື້ອທີ່ພັດທະນາຕົວຈິງມີພຽງແຕ່ 15 ພັນກວ່າເຮັກຕາ, ສ່ວນທີ່ເຫຼືອຍັງຢູ່ໃນຂັ້ນຕອນສືບຕໍ່ການຊົດເຊີຍ. ເຖິງຢ່າງໃດກໍຕາມພື້ນທີ່ດັ່ງກ່າວແມ່ນສາມາດດຶງດູດເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໄດ້ແລ້ວ 1.643 ບໍລິສັດ (ພາຍໃນ 218 ບໍລິສັດ, ຕ່າງປະເທດ 1.350 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 75 ບໍລິສັດ), ສ່ວນໃຫຍ່ເປັນບໍລິສັດທີ່ມາຈາກ ສປ ຈີນ, ຍີ່ປຸ່ນ, ແດນມາກ, ຝຣັ່ງ, ໄທ ແລະ ອື່ນໆ, ມີທຶນຈົດທະບຽນປະມານ 20 ຕື້ກວ່າໂດລາ ແລະ ແຜນການລົງທຶນ 66 ຕື້ກວ່າໂດລາ. ນອກຈາກນັ້ນຍັງມີຫົວໜ່ວຍທຸລະກິດຂະໜາດຫນ້ອຍ-ກາງ ເຂົ້າມາລົງທຶນໃນຂະແໜງການຄ້າ, ການບໍລິການເຖິງ 3.000 ກວ່າຫ້າງຮ້ານ; ສາມາດປະຕິບັດພັນທະເຂົ້າງົບປະມານໄດ້ທັງໝົດ 1.300 ລ້ານກວ່າກີບ; ແລະ ຂສພ ສາມາດຜະລິດເພື່ອສົ່ງອອກແລ້ວເປັນມູນຄ່າຫຼາຍກວ່າ 3.35 ຕື້ກວ່າໂດລາ ຊຶ່ງການສົົ່ງອອກສ່ວນໃຫຍ່ເປັນຊິ້ນສ່ວນເອເລັກໂຕຣນິກ, ເລນແວ່ນຕາ, ກ້ອງຖ່າຍຮູບນິຄອນ, ຜະລິດຕະພັນເຄື່ອງນຸ່ງຫົ່ມ, ວິກຜົມ, ເຄື່ອງຫຼິ້ນເດັກນ້ອຍ ແລະ ອື່ນໆ ໂດຍສະເລ່ຍການສົົ່ງອອກ ປະມານ 400-500 ລ້ານໂດລາຕໍ່ປີ ແລະ ຈະມີແນວໂນ້ມເພີ່ມຂຶ້ນໄປເລື້ອຍໆ; ຊຶ່ງປັດຈຸບັນ ຂສພ ສາມາດ ສ້າງວຽກເຮັດງານທໍາໄດ້ທັງໝົດ 84.540 ຄົນ (ລາວ 38.544 ຄົນ ແລະ ຕ່າງປະເທດ 45.996 ຄົນ) ນອກຈາກນີ້ ຂສພ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ໃຫ້ແກ່ປະຊາຊົນເຂດອ້ອມຂ້າງໂຄງການ ໂດຍສະເພາະແມ່ນພື້ນຖານໂຄງລ່າງ ທີ່ຜູ້ພັດທະນາເຂດກໍ່ສ້າງເຊັ່ນ: ເສັ້ນທາງພາຍໃນ ແລະ ເຊື່ອມຕໍ່ເຂົ້າຫາເຂດ, ລະບົບໄຟຟ້າ ແລະ ນໍ້າປະປາ. ນອກຈາກນັ້ນ ຍັງໄດ້ສ້າງອາຊີບທີ່ຕິດພັນກັບການພັດທະນາເຂດ ໂດຍສະເພາະການສະໜອງ ແລະ ຜະລິດຕະພັນ ສະບຽງອາຫານ ໃຫ້ແກ່ບັນດາໂຮງງານ ທີ່ຕັ້ງຢູ່ພາຍໃນເຂດ ແລະ ການບໍລິການອື່ນໆໃຫ້ແກ່ເຂດ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ກໍໄດ້ມີບາງຄໍາເຫັນເພື່ອເປັນທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດ ຊຶ່ງກ່ອນອື່ນເພີ່ນກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບການເອົາໃຈໃສ່ຂອງຄະນະພັກ-ຄະນະນໍາຂອງ ຫຂສພແລະບັນດາຄະນະຄຸ້ມຄອງເຂດເສດຖະກິດພິເສດທີ່ໄດ້ເປັນກຳລັງແຮງຊ່ວຍຂັ້ນເທິງໃນການສ້າງພື້ນຖານເສດຖະກິດ ຊຶ່ງເຫັນໄດ້ຈາກການປະກອບສ່ວນຂອງເຂດເສດຖະກິດພິເສດ ໄລຍະຜ່ານມາທີ່ນໍາໃຊ້ເນື້ອທີ່ຕົວຈິງພຽງ 15 ພັນເຮັກຕາ ຊຶ່ງຖ້າທຽບໃສ່ກັບໂຄງການອື່ນແມ່ນຖືວ່າເປັນເນື້ອທີ່ທີ່ບໍ່ຫຼາຍ, ແຕ່ກໍສ້າງສາມາດສ້າງເປັນຜົນປະໂຫຍດໃຫ້ແກ່ການພັດທະນານັບມື້ເພີ່ມຂຶ້ນ, ສະນັ້ນ, ເພື່ອຮອງຮັບໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ ແມ່ນພວກເຮົາຈໍາເປັນຕ້ອງໄດ້ສືບຕໍ່ປັບປຸງຕື່ມບາງຈຸດເປັນຕົ້ນແມ່ນດ້ານບຸກຄະລາກອນ, ກົງຈັກການຈັດຕັ້ງ, ການກວດກາປະເມີນຄືນບັນດາສັນຍາຂອງແຕ່ລະເຂດເພື່ອເຮັດແນວໃດໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ການພັດທະນາ, ກໍຄືການສ້າງ ຂສພ ໃຫ້ກາຍເປັນຖານເກັບລາຍຮັບທີ່ໝັ້ນຄົງໃຫ້ແກ່ລັດຖະບານ ກໍຄືສ້າງວຽກເຮັດງານທໍາ-ການຖ່າຍທອດເຕັກນິກວິຊາການມາສູງ ສປປ ລາວ ໃຫ້ນັບມື້ຫຼາກຫຼາຍ ແລະ ມີຄຸນນະພາບ ລວມເຖິງການສ້າງໂຄງການມີສ່ວນຮ່ວມລະຫວ່າງເຂດເສດຖະກິດພິເສດ ແລະ ຊຸມຊົມອ້ອມຂ້າງ. ພ້ອມກັນນີ້ກໍຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບການແກ້ໄຂບັນຫາການຊົດເຊີຍທີ່ດິນ, ບົດປະເມີນສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.