ປຶກສາຫາລື ແລະກວດກາຄືນຄວາມຄືບໜ້າບັນດາໜ້າວຽກຮີບດ່ວນ ຂອງ 14 ອະນຸກໍາມະການ

ໃນຕອນເຊົ້າຂອງວັນທີ 9 ສິງຫານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດເພື່ອການກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ ແລະ ພະນັກງານກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການຊີ້້ນຳລະດັບຊາດໃນຄັ້ງນີ້ໄດ້ປຶກສາຫາລື ແລະກວດກາຄືນຄວາມຄືບໜ້າບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ, ໂດຍສະເພາະການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ເຊັ່ນ: ວຽກງານດ້ານເນື້ອໃນ, ດ້ານພະລາທິການ, ພາຫະນະ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມພ້ອມຂອງສະໜາມບິນເພື່ອຮັບຮອງບັນດາຍົນພິເສດ, ວຽກງານປະດັບປະດາຕົວເມືອງນະຄອນຫຼວງວຽງຈັນ, ວຽກງານເຜີຍແຜ່ໂຄສະນາ ແລະວຽກອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ຮັບຟັງການລາຍງານ ແລະສະຫຼຸບຕີລາຄາຕໍ່ຜົນສຳເລັດໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມ ໃນໄລຍະ 7 ເດືອນຜ່ານມາ ພາຍຫຼັງທີ່ ສປປ ລາວ ໄດ້ເລີ່ມປະຕິບັດການເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນມາ, ໂດຍສະເພາະກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ທີ່ເປັນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນເດືອນຕຸລາ 2024.

ຜ່ານການປຶກສາຫາລືເຫັນວ່າການກະກຽມຄວາມພ້ອມຂອງບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການແມ່ນມີຄວາມຄືບໜ້າຫຼາຍສົມຄວນ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ໃຫ້ທິດຊີ້ນໍາ ແລະມອບໝາຍໃຫ້ແຕ່ລະອະນຸກໍາມະການສືບຕໍ່ດໍາເນີນການໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ, ໂດຍສະເພາະການກະກຽມເປັນເຈົ້າພາບ ແລະປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນວັນທີ 8-11 ຕຸລາ 2024 ຊຶ່ງຈະມີບັນດາຜູ້ນໍາຂັ້ນປະມຸກລັດ ຫຼື ຫົວໜ້າລັດຖະບານ ຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມືພາຍນອກອາຊຽນ ເຂົ້າຮ່ວມ.
(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນຈາກ: ກະຊວງການຕ່າງປະເທດ)