ເຈົ້າແຂວງຈຳປາສັກ​ ພົບປະສື່ມວນຊົນແຂວງ ເພື່ອຊຸກຍູ້ຊີ້ນຳການຈັດຕັ່ງປະຕິບັດວຽກງານ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍທີ່ໝູນວຽນ​ ຄົບຮອບ 74 ປີ (13 ສິງຫາ 1950 - 13 ສິງຫາ 2024),​ ວັນທີ 8 ສິງຫາ 2024,​ ທ່ານ ປອ.​ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳແຂວງ,​ ການນໍາພະແນກການກ່ຽວຂ້ອງ​ ໄດ້ເຄື່ອນໄຫວພົບປະຢ້ຽມຢາມສະຖານີວິທະຍຸ,​ ໂທລະພາບ ແລະ ກອງສື່ສິ່ງພິມ ທີ່ຂຶ້ນພະແນກ​ຖະແຫຼງ​ຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ)​ ແຂວງ ເພື່ອຊຸກຍູ້ຊີ້ນຳການຈັດຕັ່ງປະຕິບັດວຽກງານຂອງສື່ມວນຊົນ​ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ໃຫ້ກຽດ​ຕ້ອນຮັບ​ ມີ​ທ່ານ​ ປອ.​ວັນນະໄຊ ຊາດຕະກຸນ​ ຫົວໜ້າພະແນກ​ ຖວທ​ ແຂວງ​ ພ້ອມດ້ວຍ​ ຄະນະນໍາ​ ຂະແໜງການຕ່າງໆພາຍໃນພະແນກ,​ ຄະນະນໍາ​ ແລະພະນັກງານ​ວິຊາການ​ກອງວິທະຍຸ​ -​ ໂທລະພາບ​ ແລະ​ກອງສື່ສິ່ງພິມ​ເຂົ້າຮ່ວມ.​

ກ່ອນອື່ນ,​ ທ່ານ ປອ.​ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກພ້ອມຄະນະນຳແຂວງ,​ການນໍາພະແນກການກ່ຽວຂ້ອງ​ໄດ້ເຄື່ອນໄຫວຢ້ຽມຢາມ​ຕິດຕາມເບີ່ງພື້ນຖານໂຄງລ່າງ,​ ອຸປະກອນເຕັກນິກ,​ ເຄື່ອງສົ່ງ,​ ຫ້ອງອ່ານຂ່າວ,​ ຫ້ອງຈັດລາຍການ,​ ຫ້ອງອອກອາກາດສົດ​ ແລະ​ ຫ້ອງເຕັກນິກ​ -​ ຈັດໜ້າຂອງກອງສື່ສິ່ງພິມ.​ ຈາກນັ້ນ,​ ກໍໄດ້ພົບປະໂອ້ລົມຄະນະນຳ ແລະ ພະນັກງານສື່ມວນຊົນ 3 ພາກສ່ວນຂອງແຂວງ​ ເຊິ່ງການພົບປະໂອ້ລົມຈັດຂຶ້ນຢູ່ຫ້ອງປະຊຸມສະຖານນີວິທະຍຸກະຈາຍສຽງແຂວງ.​ ໂອກາດນີ້,​ ທ່ານ​ ນະ​ ຂັນທະວົງ​ ຫົວໜ້າຄະນະບັນນາທິການກອງສື່ສິ່ງພິມ​ ໄດ້ຕາງໜ້າໃຫ້ການນໍາສື່ມວນຊົນແຂວງ​ ລາຍງານ​ການເຄື່ອນໄຫວວຽກງານສື່ມວນຊົນໂດຍຫຍໍ້ ເຊິ່ງຍົກໃຫ້ເຫັນສະພາບລວມ,​ ດ້ານການຈັດຕັ້ງ ແລະ​ການເຄື່ອນໄຫວວຽກງານ​ວິຊາສະເພາະ​ເຊິ່ງທັງຜົນງານດ້ານດີ,​ ດ້ານອ່ອນ,​ ຂໍ້​ຄົງ​ຄ້າງ​ ແລະ​ ບາງ​ບົດຮຽນ​ທີ່​ຖອດຖອນ​ໄດ້​ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.​

ຕໍ່ມາ,​ ທ່ານ ປອ.​ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ​ ກໍ​ມີຄໍາເຫັນ​ໂອ້ລົມ,ກ່ອນອື່ນທ່ານໄດ້ຫວນຄືນມູນເຊື້ອຂອງສື່ມວນຊົນລາວໂດຍຍົກໃຫ້ເຫັນປະຫວັດການເຄື່ອນໄຫວ,​ ມູນເຊື້ອອັນດີງາມຂອງສື່ມວນຊົນລາວ​ ແຕ່ອະດີດເຖິງປັດຈຸບັນ ຕິດພັນກັບຄວາມຈົງຮັກພັກດີ ແລະ​ ອຸດົມການທີ່ໜັກແໜ້ນ ພາຍໃຕ້ການນໍາພາຂອງພັກ​ ເພື່ອໃຫ້ການນໍາ ແລະ​ ພະນັກງານ​ສື່ມວນຊົນແຂວງ​ ມີຄວາມຮັບຮູ້ເຂົ້າໃຈ ແລະ ເສີມຂະຫຍາຍມູນເຊື້ອອັນດີເລີດຂອງສື່ມວນຊົນລາວ ທັງເພີ່ມທະວີ​ການປະຕິບັດໜ້າທີ່ຄວາມຮັບຊອບຂອງຕົນໃຫ້ສູງຂື້ນ ຕາມທີ່ພັກ -​ ລັດ ກໍຄື​ການຈັດຕັ້ງ​ ແລະ​ ປະຊາຊົນມອບໝາຍໃຫ້.​ ພ້ອມນີ້,​ ເຈົ້າແຂວງ​ຍັງເນັ້ນໜັກໃຫ້ການນໍາ​ສື່ມວນຊົນແຂວງ​ ເອົາໃຈໃສ່ຍົກສູງການນໍາພາວຽກງານດ້ານການເມືອງ​ -​ ແນວຄິດ,​ ສ້າງຄວາມເປັນແບບຢ່າງໃນການນໍາພາ -​ ຊີ້ນໍາ,​ ລົງໃກ້ສິດຕິດແທດກັບມະຫາຊົນ ແລະ​ ທ້ອງຖິ່ນຮາກຖານ ຕິດພັນກັບ​ການ​ແກ້ໄຂບັນຫາ​ຕົວຈິງ​ ເພື່ອສ້າງໃຫ້ພະນັກງານ​ພາຍໃນກົມກອງຂອງຕົນ ມີຄວາມເຊື່ອໝັ້ນຕໍ່ການນໍາພາ​ -​ ຊີ້ນໍາຂອງພັກ; ສືບຕໍ່ເພີ່ມທະວີຄວາມສາມັກຄີ​ ຕິດພັນກັບຄວາມເປັນເອກະພາບ ພາຍໃນຄະນະພັກ​ -​ ຕະນະນໍາ ໃຫ້ເປັນປຶກແຜ່ນແໜ້ນໜາ ໂດຍສະເພາະແມ່ນການກໍານົດທິດທາງໃນການເຄື່ອນໄຫວວຽກງານຕ່າງໆ ແລະ​ ການຈັດວາງບຸກຄະລາກອນ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງພັກຂັ້ນຕົນ,​ ຄວາມເປັນເອກະພາບ​ທາງດ້ານເສດຖະກິດ ຕ້ອງລະອຽດ​ຈະ​ແຈ້ງ,​ ເປີດເຜີຍ,​ ສາມາດກວດສອບໄດ້ ແລະ​ ມີຄວາມເປັນເອກະພາບໃນການຈັດວາງງົບປະມານ​.​ ນອກນີ້​ ກໍໃຫ້ເອົາໃຈໃສ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.​ ສ່ວນວຽກງານວິຊາສະເພາະ ໃຫ້ເອົາໃຈໃສ່ບາງບັນຫາ,​ ໃນນັ້ນ,​ ວຽກງານ​ກອງສື່ສິ່ງພິມ,​ ຕ້ອງມີຄໍລໍາມູນເຊື້ອຂອງສື່ມວນຊົນ,​ ການຈັດວາງໜ້າ​ ແລະ​ ຄໍລໍາໜັງສືພິມ,​ ແຍກຂ່າວທີ່ພົ້ນເດັ່ນໃນແຕ່ລະຂົງເຂດ​ ແລະ​ ຂອງທົ່ວສັງຄົມ,​ ຫົວໜ່ວຍທຸລະກິດ,​ ວຽກດີຄົນເດັ່ນ,​ ຄອບຄົວຕົວແບບ ເພື່ອນໍາສະເໜີຂ່າວ​ ໃຫ້ມີຄຸນນະພາບ ທັງດ້ານ​ເນື້ອໃນ​ ແລະ​ ດ້ານຮູບການ​ ໃຫ້ອຸດົມສົມບູນ.​ ນອກນີ້​ ກໍຊອກຄູ່ຮ່ວມງານໃນການຂຽນບົດ​ -​ ຂຽນຂ່າວ,​ ຊອກຫານັກຊີດນັກຂຽນທີ່ມາປະສົບການ,​ ມີຊື່​ສຽງ​ ແລະ​ ມີຄວາມຊໍານານງານ​ ຂຽນຂ່າວບົດລໄງໜ້າໜັງສືພິມ​ ເພື່ອດຶງດູດຜູ້ອ່ານ.​ ການຂຽນຂ່າວ​ ຕ້ອງ​ມີລັກສະນະວິເຄາະຂ່າວພ້ອມ,​ ສ້າງການຫັນປ່ຽນດ້ານເຕັກນິກໃນການຂຽນຂ່າວ.​ ສ່ວນສະຖານີວິທະຍຸ,​ ໃຫ້ເອົາໃຈໃສ່ເກັບກໍາຄື້ນຄວາມຖີ່ຂອງວິທະຍູກະຈາຍສຽງແຂວງ ກວມເອົາພື້ນທີ່ຂອງແຂວງຫຼາຍປານໃດ,​ ປັບປຸງ​ລາຍການວິທະຍຸ​ ໃຫ້ມີລາຍການກ່ຽວກັບສຸຂະພາບ,​ ການຜະລິດ,​ ທຸລະກິດ, ລາຍການທໍາມະ ແລະ​ ລາຍການ​ ການນໍາພົບປະ ພໍ່ແມ່ປະຊາຊົນ,​ ຄົ້ນຄວ້າອຸປະກອນ,​ ເຕັກນິກ ແລະ​ພາຫານະຮັບໃຊ້ ວຽກງານໃຫ້ພຽງພໍ.​

ໂອກາດນີ້,​ ທ່ານເຈົ້າແຂວງຈຳປາສັກ​ ຍັງໄດ້ມອບເງິນ 220 ລ້ານກ່ວາກີບ ເເລະ ຄອມພິວເຕີ ໂນດບຸກ 1 ໜ່ວຍ ໃຫ້ສື່ມວນຊົນຄື: ວິທະຍຸ, ໂທລະພາບ ແລະໜັງສືພິມ ເພື່ອນຳໃຊ້ເຂົ້າໃນການປັບຸງພື້ນຖານເຕັກນິກ, ອຸປະກອບຮັບໃຊ້ ໃຫ້ສະດວກ,​ ວ່ອງໄວ ທັນສະໄໝ,​ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງພັກ ໃນໄລຍະໃໝ່.

ໃນວັນດຽວກັນ,​ ຍັງມີກິດຈະກໍາແຂ່ງຂັນຟຸດຊໍມິດຕະພາບ​ ລະຫວ່າງ​ ການນໍາພະແນກ​ ຖວທ​ ແຂວງ​ ກັບ​ ບໍລິສັດ​ ເບຍລາວ​ ແຂວງຈໍາປາສັກ.​ ການແຊ່ງຂັນຈັດຂຶ້ນຢູ່ເດີ່ນຟຸດຊໍໂພນງານ​ ນະຄອນປາກເຊ​ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ໂສມ​ ບຸດຕະກຸນ​ ຮອງເຈົ້າແຂວງ​ຈໍາປາສັກ,​ ທ່ານ​ ປອ.​ວັນນະໄຊ ຊາດຕະກຸນ​ ຫົວໜ້າພະແນກ​ ຖວທ​ ແຂວງ​.​ ມີການນໍາ ແລະ​ ນັກກີລາ​ທັງສອງຝ່າຍ​ ເຂົ້າຮ່ວມ.​ ຈຸດປະສົງ​ ກໍ​ເພື່ອ​ສ້າງຜົນງານ,​ ສ້າງ​ຂະບວນການ​ຕ້ອນຮັບວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ແຫ່ງຊາດລາວ ທີ່ໝູນວຽນ​ ຄົບຮອບ 74 ປີ (13 ສິງຫາ 1950 - 13 ສິງຫາ 2024) ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ​ ແລະ​ ມີເນື້ອໃນຄວາມໝາຍເລິກເຊິ່ງ.​
ຂ່າວ​-ພາບ​: ທູນທອງໃຈ​