ສອວ ບາສີສູ່ຂວັນອວຍພອນປີໃໝ່

  ວັນທີ 12 ເມສາ 2019 ຜ່ານມານີ້ສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ໄດ້ຈັດພິທີບາສີສູ່ຂວັນໃນໂອກາດປີໃໝ່ລາວເພື່ອສົ່ງທ້າຍປີເກົ່າ ພສ 2561 ແລະຕ້ອນຮັບປີໃໝ່ ພສ 2562 ໂດຍການເຂົ້າຮ່ວມຂອງ ທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ບັນດາທ່ານການນຳພັກ-ລັດ, ແຂກອາວຸໂສ ແລະສະມາຊິກ ສອວ ເຂົ້າຮ່ວມ.

  ທ່ານ ສົມພົງ ມົງຄົນວິໄລ ກ່າວວ່າ: ສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ໄດ້ກຳເນີດຂຶ້ນປີ 2011 ມາເຖິງປະຈຸບັນນີ້ແມ່ນຄົບຮອບ 8 ປີແລ້ວ ແລະ ເຫັນວ່າມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆທັງດ້ານປະລິມານ ແລະ ດ້ານຄຸນນະພາບໂດຍເລີ່ມແຕ່ມີສະມາຊິກຈຳນວນ 35 ທ່ານ ຈົນມາເຖິງ 521 ທ່ານ ແລະເມື່ອລວມສະມາຊິກຂອງ 3 ເມືອງສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງມີຈຳນວນສະມາຊິກທັງໝົດ 1 ພັນກວ່າຄົນສຳຄັນໄປກວ່ານັ້ນ ສະມາຊິກພວກເຮົາມີຄວາມຮັກແພງສາມັກຄີກັນດີ, ຕັ້ງໜ້າສຶກສາອົບຮົມແນວຄິດຜູ້ອາຍຸສູງລວມທັງອົບຮົມລູກຫຼານທີ່ດຳລົງຊີວິດຢູ່ໃນນະຄອນຫຼວງວຽງ ຈັນ ໃຫ້ມີການທຳມາຫາກິນ ແລະເຄື່ອນໄຫວຖືກຕ້ອງຕາມແນວທາງນະໂຍບາຍຂອງພັກລັດ.

 ສະນັ້ນມື້ນີ້ເປັນໂອກາດຍາມດີ ສອວ ພ້ອມດ້ວຍຄະນະຮັບຜິດຊອບທັງຫຼາຍຈັດພິທີບາສີສູ່ຂວັນໃນໂອກາດປີໃໝ່ລາວເພື່ອຂໍພອນໄຊອັນປະເສີດ,ທັງເປັນກາ ນສົ່ງທ້າຍປີເກົ່າ ພສ 2561 ແລະ ຕ້ອນຮັບປີໃໝ່ ພສ 2562 ແລະຍັງໄດ້ສະແດງເຖິງຄວາມຮູ້ບຸນຄຸນຮັກສາມູນເຊື້ອຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຊາດລາວເຮົາໄວ້ຕະຫຼອດຊົ່ວກາລະນານ.

ຂ່າວ: ແພງຕາ