ຫົວໜ້າ ຄອສພ ຊີ້ນຳການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຢູ່ແຂວງສະຫວັນນະເຂດ

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ, ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງສະຫວັນນະເຂດ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ,ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງແລະການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ເມື່ອວັນທີ 8 ສິງຫາຜ່ານມາທີ່ຫ້ອງວ່າການແຂວງໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂງ, ເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈຳພັກແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ເປັນການຢັ້ງຢືນໃຫ້ເຫັນເຖິງຄວາເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນໄລຍະໃໝ່ ຂອງຄະນະພັກ-ອົງການປົກຄອງໃນແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະປະຊາຊົນບັນດາເຜົ່າໃນທົ່ວແຂວງສະຫວັນນະເຂດ.

ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນວ່າ: ການລົງມາເຮັດວຽກໃນຄັ້ງນີ້, ເພື່ອເປັນການຮັບປະກັນການກະກຽມກອງປະຊຸມໃຫ່ຍຂອງພັກດຳເນີນໄປຢ່າງຮອບດ້ານ, ມີເນື້ອໃນຢ່າງເລິກເຊິ່ງທີ່ຕິດພັນກັບ ການຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນໄລຍະທ້າຍສະໄໝໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ, ແຜນພັດທະນາຂອງແຕ່ລະທ້ອງຖິ່ນຕົນ ແລະຕິດພັນກັບສອງ ວາລະແຫ່ງຊາດ. ພ້ອມນັ້ນ, ໄດ້ເຜີຍແຜ່ນິຕິກໍາຕ່າງໆໃຫ້ບັນດາການນໍາຂອງແຂວງກໍາໄດ້ຢ່າງເລິກເຊິ່ງ, ເພື່ອນໍາໄປຈັດຕັ້ງປະຕິບັດ, ເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້, ແນະນໍາບົດປະກອບຄໍາເຫັນຂອງບັນດາຕົວແທນຈາກແຂວງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂດຍສະເພາະແມ່ນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງ ແຂວງສະຫວັນນະເຂດ.
ຂ່າວ: ແຂວງສະຫວັນນະເຂດ