ສຳເລັດເກືອບ 60% ເຈາະອຸໂມງທາງລົດໄຟລາວ-ຈີນ ໄລຍະຜ່ານອຸດົມໄຊ

   ແລວທາງລົດໄຟລາວ-ຈີນຜ່ານ ແຂວງອຸດົມໄຊ ມີຄວາມຍາວທັງໝົດ 126,6 ກິໂລແມັດໃນນີ້ມີອຸໂມງ 32 ແຫ່ງ, ຄວາມຍາວ 84,9 ກິໂລແມັດກວມ 44% ຂອງຄວາມຍາວອຸໂມງລວມທັງໝົດຂອງໂຄງການຊຶ່ງມາຮອດປະຈຸບັນການກໍ່ສ້າງແມ່ນສຳເລັດແລ້ວປະມານ 49,8 ກິໂລແມັດ, ເທົ່າກັບ 58,7% ຂອງຄວາມຍາວອຸໂມງທັງໝົດພາຍໃນແຂວງ.

  ໃນຕອນເຊົ້າຂອງວັນທີ 13 ເມສາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງລົດໄຟລາ ວ-ຈີນ, ກຸ່ມຜະລິດພືດຜັກປອດສານພິດ, ກຸ່ມຜະລິດຫັດຖະກຳໄຕລື້ ແລະໂຮງງານປຸງແຕ່ງໄມ້ສຳເລັດຮູບລາວເຊີນ ຢູ່ເມືອງໄຊ, ແຂວງອຸດົມໄຊ.

 ສະເພາະການຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ກ່ອນອື່ນທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຢູ່ຈຸດສະຖານີເມືອງໄຊ, ຊຶ່ງໜ່ວຍງານທີ່ກ່ຽວຂ້ອງໄດ້ລາຍງານໃຫ້ທ່ານຊາບວ່າ: ແລວທາງລົດໄຟຜ່ານແຂວງອຸດົມໄຊ ມີຄວາມຍາວທັງໝົດ 126,6 ກິໂລ ແມັດ, ປະກອບມີ 9 ສະຖາ ນີ, ແຕ່ຈະສ້າງໄລຍະທຳອິດຈຳນວນ 3 ສະຖານີຄືສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະສະຖານີເມືອງງາ; ມີຂົວທັງໝົດ 60 ແຫ່ງ, ຄວາມຍາວລວມຂອງຂົວ 12,7 ກິໂລແມັດ, ກວມ 34% ຂອງຄວາມຍາວຂົວທັງໝົດ; ມີອຸໂມງ 32 ແຫ່ງ,ຄວາມຍາວ 84,9 ກິໂລແມັດ, ກວມ 44% ຂອງຄວາມຍາວອຸໂມງທັງໝົດ; ການກໍ່ສ້າງປະກອບມີ 3 ສັນຍາ (3 ຊ່ວງຮັບເໝົາ), ສະເພາະການເຈາະອຸໂມງມາຮອດປະຈຸບັນແມ່ນສຳເລັດແລ້ວປະມານ 49,8 ກິໂລແມັ ດ, ເທົ່າກັບ 58,7% ຂອງຄວາມຍາວອຸໂມງທັງໝົດພາຍໃນແຂວງ.

  ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະຮັບຜິດຊອບໄດ້ເອົາໃຈໃສ່ດຳເນີນການກໍ່ສ້າງມີຄວາມຄືບໜ້າດີ,ເປັນໄປຕາມແຜນການທີ່ວາງໄວ້, ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບໂຄງການຜ່ານຊ້ວງແຂວງອຸດົມໄຊເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ມີຄຸນນະພາບ, ມີຜົນສຳເລັດ ແລະສາມາດເປີດນຳໃຊ້ຢ່າງເປັນທາງການຕາມແຜນການທີ່ວາງໄວ້.

  ຫຼັງຈາກນັ້ນ, ຄະນະຂອງທ່ານນາຍົກລັດຖະມົນຕີກໍໄດ້ໄປຢ້ຽມຢາມກຸ່ມຜະລິດພືດຜັກປອດສານພິດ, ກຸ່ມຜະລິດຫັດຖະກຳໄຕລື້ ແລະໂຮງງານປຸງແຕ່ງໄມ້ສຳເລັດຮູບລາວເຊີນຕື່ມອີກ.

ຂ່າວ: ຫສນຍ