ອິນທິຣາກຣຸບ ເນັ້ນບໍລິການທ່ອງທ່ຽວທາງທໍາມະຊາດ

ອິນທິຣາກຣຸບ ສ້າງຕັ້ງມາແຕປີ 1998 ມາຮອດປັດຈຸບັນມີທຸລະກິດໃນເຄືອຂ່າຍຫລາຍຢ່າງທີ່ຕິດພັນກັບການທ່ອງທ່ຽວເຊັ່ນ: ບໍລິສັດກຣິນດິສໂຄເວີລີ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ, ເປັນບໍລິສັດໜຶ່ງທີ່ເຂົ້າຮ່ວມງານຕະຫລາດນັດສາກົນ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຕາມແລວເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໃນວັນທີ 2-7 ສິງຫາ 2024 ເພື່ອຂະຫຍາຍການຕະຫລາດ ແລະ ພົບປະກັບຄູ່ຮ່ວມທຸລະກິດການທ່ອງທ່ຽວທີ່ເຂົ້າມາຮ່ວມງານດັ່ງກ່າວ ໂດຍສະເພາະຜູ້ປະກອບການທຸລະກິດການທ່ອງທ່ຽວຢູ່ຫວຽດນາມໃຫ້ຫລາຍຂຶ້ນ ແລະນໍາເອົານັກທ່ອງທ່ຽວຢູ່ຫວຽດນາມ ເຂົ້າມາທ່ອງທ່ຽວຢູ່ລາວ ແລະນໍານັກທ່ອງທ່ຽວຈາກລາວມາທ່ຽວຢູ່ຫວຽດນາມ.

ທ່ານ ເພັດອາລຸນ ພົມສຸວັນ ພະນັກງານຝາຍຂາຍ ບໍລິສັດ ກຣິນດິສໂຄເວີລີ ໄດ້ໃຫ້ຮູ້ວ່າ: ອິນທິຣາກຣຸບ ມີທຸລະກິດກ່ຽວກັບບໍລິການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຢູ່ ສປປ ລາວ ແຕ່ພາກເໜືອ ຈົນເຖິງພາກໃຕ້ ເຊັ່ນ: ເດີວິວ ຢູ່ຕາດກວາງຊີ ແຂວງຫລວງພະບາງ ເປັນຮ້ານກາເຟຢູ່ເທິງຕົ້ນໄມ້, ສູນອານຸລັກຊ້າງຢູ່ແຂວງໄຊຍະບູລີ, ໂຮງແຮມ ແລະ ຮ້ານອາຫານອິນທິຣາວັງວຽງ, ໂຮງແຮມອິນທິຣາທ່າແຂກ, ສະຖານທີ່ທ່ອງທ່ຽວເດີຣ໋ອກ ວິວພອຍ ພູຜາມ່ານວິວ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ສະຖານທີ່ທ່ອງທ່ຽວນໍ້າຕົກຕາດຟານ ແລະ ສະຖານທີ່ທ່ອງທ່ຽວກຳລັງເປີດໃໜ່ຢູ່ນໍ້າຕົກຕາດຫລີຜີ ເຊິ່ງມີຂົວອູ່ ນັກທ່ອງທ່ຽວສາມາດຢ່າງຊົມທໍາມະຊາດ ຂອງນໍ້າຕົກຕາດໄດ້ແບບສວຍສົດງົດງາມຂອງຈຸດຊົມວິວ, ມີກິດຈະກຳຂີ່ສະລິງອ້ອມເກາະດອນຕ່າງໆ. ສ່ວນຢູ່ນະຄອນຫລວງວຽງຈັນ ມີຮ້ານອາຫານຂອບໃຈເດີ ແລະລາຟໍເລທ໌ ເຊິ່ງເປັນແຫລ່ງທ່ອງທ່ຽວທໍາມະຊາດກໍາລັງຈະເປີດໃນໄວໆນີ້.

ທ່ານ ເພັດອາລຸນ ພົມສຸວັນ ຍັງໃຫ້ຮູ້ອີກວ່າ: ການເຂົ້າມາຮ່ວມງານຕະຫລາດນັດຄັ້ງນີ້, ພວກເຮົາໄດ້ນໍາເອົາຜະລິດຕະພັນການທ່ອງທ່ຽວຕ່າງໆ ມານໍາສະເໜີໃຫ້ນັກທ່ອງທ່ຽວໄດ້ຮູ້ກ່ຽວກັບການບໍລິການຂອງບໍລິສັດພວກເຮົາ ເຊິ່ງເປັນໂອກາດອັນດີເພື່ອໂຄສະນາ ໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ຂໍ້ມູນ ແລະສັງເກດເຫັນວ່າ ແຂກທີ່ມາເລາະຊື້ສິນຄ້າ ແລະເລາະຊົມໃນງານມີຄວາມສົນໃຈຢາກໄປທ່ອງທ່ຽວຢູ່ ສປປ ລາວ ໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວ ແລະທີ່ພັກໂຮງແຮມ.
ຂ່າວ-ພາບ: ວີລະວັນ