ໂອເວີຊີ ຈະເພີ່ມບໍລິການນັກທ່ອງທ່ຽວຈາກຫວຽດນາມ ເຂົ້າມາທ່ຽວລາວ

ບໍລິສັດທ່ອງທ່ຽວ ໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມງານ ຕະຫລາດນັດສາກົນການຄ້າ-ການທ່ອງທ່ຽວ ແລະການລົງທຶນ ຢູ່ນະຄອນດາໜັງ ສສ ຫວຽດນາມ ໃນລະຫວ່າງທີ 2-7 ສິງຫາ 2024 ເພື່ອເຂົ້າຮ່ວມພົບປະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານການທ່ອງທ່ຽວ, ຮູບແບບການຈັດລາຍການທ່ອງທ່ຽວ, ການຮັບ-ສົ່ງນັກທ່ອງທ່ຽວ ແລະ ກ່າວໄປເຖິງການຊື້-ການຂາຍລາຍການທ່ອງທ່ຽວເຊິ່ງກັນ ແລະ ກັນ ເຊິ່ງເປັນຮູບແບບໜຶ່ງຂອງການໂຄສະນາຜະລິດຕະພັນການທ່ອງທ່ຽວ, ທັງເປັນການໂຄສະນາ ໃຫ້ແກ່ປີທ່ອງທ່ຽວລາວ 2024. ຂະນະດຽວກັນ, ບໍລິສັດດັ່ງກ່າວ ກໍມີແຜນຈະເພີ່ມການບໍລິການນໍາສົ່ງນັກທ່ອງທ່ຽວ ຈາກ ສສ ຫວຽດນາມ ເຂົ້າມາທ່ອງທ່ຽວ ສປປ ລາວ.

ທ່ານ ດິວທິງຮົວ ປະທານບໍລິສັດ ທ່ອງທ່ຽວ ໂອເວີຊີ ຈໍາກັດ ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ໃນວທີ 2 ສິງຫາ 2024 ນີ້ວ່າ: ບໍລິສັດທ່ອງທ່ຽວ ໂອເວີຊີ ຈໍາກັດ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2014 ໂດຍໄດ້ບໍລິການນໍາສົ່ງນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ເປັນຕົ້ນ ຈາກກວາງໂຈ, ຄຸນໝິງ, ເສີນຕູ, ຫາງໂຈ ແລະ ນັກທ່ອງທ່ຽວຈາກໄທ ເຂົ້າມາທ່ອງທ່ຽວລາວ ແລ້ວຂີ່ລົດໄຟລາວ-ຈີນໄປທ່ອງທ່ຽວຢູ່ສິບສອງພັນນາ, ຄຸນໝິງ ສປ ຈີນ ແລະ ນໍານັກທ່ອງທ່ຽວລາວອອກໄປທ່ຽວ ສປ ຈີນ. ປັດຈຸບັນ, ມີເສັ້ນທາງລົດໄຟລາວ-ຈີນ ການໄປມາຫາສູ່ກັນລະຫວ່າງລາວ-ຈີນ ກໍມີຄວາມສະດວກສະບາຍໃນການນໍາພານັກທ່ອງທ່ຽວ ຈີນເຂົ້າມາທ່ຽວຢູ່ລາວໄດ້ຫລາຍຂຶ້ນ.

ທ່ານ ດິວທິງຮົວ ຍັງໄດ້ກ່າວຕື່ມວ່າ: ການມາຮ່ວມງານຕະຫລາດນັດສາກົນການຄ້າ, ການທ່ອງທ່ຽວ ແລະການລົງທຶນ ຢູ່ນະຄອນດາໜັງ ສສ ຫວຽດນາມ ນໍາກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍສະເພາະກົມໂຄສະນາການທ່ອງທ່ຽວໃນຄັ້ງນີ້, ສະເພາະບໍລິສັດ ທ່ອງທ່ຽວ ໂອເວີຊີ ຈໍາກັດ ແມ່ນໄດ້ເຂົ້າຮ່ວມພົບປະແລກປ່ຽນບົດຮຽນຂໍ້ມູນຂ່າວສານການທ່ອງທ່ຽວທີ່ຈະນໍາເອົານັກທ່ອງທ່ຽວ ຈາກ ສສ ຫວຽດນາມ ໄປທ່ຽວຢູ່ ສປປ ລາວ ໃຫ້ຫລາຍຂຶ້ນເຊິ່ງປີ 2024 ນີ້, ກໍເປັນປີໜຶ່ງທີ່ມີຄວາມໜາຍຄວາມສໍາຄັນສໍາລັບ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລະທັງເປັນປີທ່ອງທ່ຽວລາວອີກດ້ວຍ. ຜູ້ທີ່ສົນໃຈບໍລິການຈາກບໍລິສັດພວກເຮົາ ສາມາດຕິດຕໍ່ໄດ້ທີ່ ເບີໂທລະສັບ : 020 521316666.
ຂ່າວ-ພາບ: ວີລະວັນ