ສັດຕູພືດ ປະເພດບົ້ງຝູງ ທຳລາຍເຂົ້ານາປີຂອງຊາວກະສິກອນຫຼາຍບ້ານໃນເມືອງໂຂງ ແຂວງຈໍາປາສັກ ທ່ານ ພົງສະຫວັດ ກິສຸວັນນະລາດ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ ວັນທີ 5 ສິງຫານີ້ວ່າ: ເກີດການລະບາດຂອງບົ້ງຝູງ ທໍາລາຍເຂົ້ານາປີ ຂອງຊາວກະສິກອນ ຢູ່ກຸ່ມ ນາຝັ່ງ, ລັກສະນະທໍາລາຍ ສາມາດເຫັນໄດ້ຄ້າຍຄືສັດໃຫຍ່ປະເພດງົວ, ຄວາຍກັດກິນໃບເຫຼືອແຕ່ລຳຕົ້ນ. ເຊິ່ງການລະບາດຮຸນແຮງແມ່ນຢູ່ກຳປູເຈຍ ທີ່ມີຊາຍແດນຕິດກັບພາກໃຕ້ຂອງລາວ ແລະ ສໍາລັບພາຍໃນປະເທດພວກເຮົາແມ່ນພົບເຫັນການລາຍງານຢູ່ຫຼາຍແຂວງເຊັ່ນ: ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ ແລະ ແຂວງຈຳປາສັກ; ລັກສະນະຂອງບົ້ງຝູງຕາກ້າ ເກີດຈາກແມງກະບີ້ກາງຄືນ, ປີກຄູ່ມີສີເທົາປົນນໍ້າຕານ, ຄວາມກ້ວາງຂອງປີກປະມານ 3,5-4 mm, ປີກຄູ່ຫຼັງສີຂາວ, ສາມາດບິນໄດ້ໄກຫຼາຍກິໂລແມັດ, ໂຕແມ່ວາງໄຂ່ເປັນກຸ່ມຢູ່ບໍລິເວນຍອດອ່ອນຂອງຕົ້ນເຂົ້າ, ໂຕອ່ອນມີສີເທົາປົນຂຽວແກມດໍາ, ດ້ານຫຼັງມີລາຍຕາມຄວາມຍາວຂອງລໍາໂຕ ຈາກຫົວຮອດທ້າຍແຕ່ລະປ້ອງມີຈຸດສີດໍາ, ໂຕອ່ອນຈະແຕກອອກຈາກໄຂ່ເວລາຕອນເຊົ້າ ແລະ ຢູ່ຮ່ວມກັນເປັນກຸ່ມກັດກິນສ່ວນປາຍໃບເຂົ້າອ່ອນ, ຕອນກາງເວັນບົ້ງຈະລີ້ຢູ່ໃນດິນ, ກ້ອງເສດພືດ, ໃນພື້ນທີ່ແຈ້ງ ແລະ ບາງໂຕຈະຢູ່ເທິງຕົ້ນເຂົ້າ; ເຂົ້າດັກແດ້ຢູ່ໃນດິນ ຫຼືຕົ້ນຫຍ້າຕາມຄັນນາ. ສຳລັບການທໍາລາຍບົ້ງຈະທໍາລາຍເຂົ້າໃນເວລາກາງຄືນ ໄລຍະທຳອິດຈະກັດກິນຜິວໃບເຂົ້າ ເມື່ອຈະເລີນເຕີບໂຕຂື້ນຈະກັດກິນທັງໃບ ແລະຕົ້ນເຂົ້າເຫຼືອໄວ້ແຕ່ກ້ານໃບ, ນາເຂົ້າທີ່ຖືກທໍາລາຍຈະເລີ່ມເຫັນເປັນເດີ່ນ ແລະອາດເສຍຫາຍໄດ້ພາຍໃນ1-2 ວັນ ຄວາມເສຍຫາຍເກີດຂຶ້ນໄດ້ຢ່າງວ່ອງໄວເນື່ອງຈາກບົ້ງມີການເຄື່ອນຍ້າຍເປັນກຸ່ມຄ້າຍຄືຝຸງມົດ,ຈາກການຂະຫຍາຍພັນຕາມຄັນນາແລ້ວຍ້າຍລົງສູ່ຕາກ້າ ແລະ ນາເຂົ້າ, ຈາກໄຮ່ໜຶ່ງໄປອີກໄຮ່ໜຶ່ງ.
ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ໃຫ້ຮູ້ຕື່ມວ່າ: ຈາກສະພາບການລະບາດຂອງສັດຕູພືດທີ່ກ່າວມານັ້ນ ຫ້ອງການກະສິກໍາເມືອງໂຂງ ໄດ້ສົ່ງພະນັກງານວິຊາການລົງໄປໃຫ້ຄຳປຶກສາແກ່ພໍ່ແມ່ປະຊາຊົນຢ່າງໃກ້ຊິດ ເພື່ອໃຫ້ຊາວກະສິກອນ ຮູ້ວິທີປ້ອງກັນ ແລະ ກຳຈັດ ໃນນັ້ນໃຫ້ຮູ້ວິທີການກຳຈັດວັດຊະພຶດຕາມຄັນນາ ຫຼື ບໍລິເວນໃກ້ຄຽງ ເພື່ອທໍາລາຍແຫຼ່ງອາໄສຂອງບົ້ງ; ໃຊ້ແສງໄຟ ເພື່ອລໍ້ເອົາໂຕແກ່ໄປທຳລາຍຖິ້ມ; ຖ້າພົບເຫັນການລະບາດຂອງບົ້ງຝູງໃຫ້ລະບາຍນໍ້າເຂົ້າແປງກ້າຈົນຖ້ວມຍອດຂອງຕົ້ນກ້າ ຫຼືຕົ້ນເຂົ້າແລ້ວເອົາສະວິງຊ້ອນເກັບເອົາໂຕບົ້ງໄປທໍາລາຍ; ໃຫ້ໝັ້ນລົງສໍາຫຼວດຕິດຕາມຕາກ້າ ແລະ ເຂົ້ານາເປັນປະຈໍາ ຫຼື ຖ້າຫາກຊາວນາມີຄວາມສົນໃຈບັນຫາອື່ນໆກ່ຽວກັບສັດຕູພືດແມ່ນໃຫ້ເຂົ້າໄປພົວພັນສອບຖາມຂໍ້ມູນຢູ່ຫ້ອງການກະສິກຳ-ປ່າໄມ້ເມືອງໄດ້ທຸກວັນ ໃນໂມງລັດຖະການ.
ໂດຍ: ພຸດທະສິນ ວົງວິໄລທອງ ເມືອງໂຂງ