ປະຈຸບັນທົ່ວແຂວງຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 86,975 ເຮັກຕາ

ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການຜະລິດເຂົ້ານາປີ 2024 ທົ່ວແຂວງມີເນື້ອທີ່ແຜນການທໍາການຜະລິດທັງໝົດ 91,272 ເຮັກຕາ , ຄາດຄະເນຜົນຜະລິດໃຫ້ໄດ້ 341,810 ໂຕນ ,ຄາດຄະເນໝົດແນວເຂົ້າປູກ 5,476 ໂຕນ, ໃນນີ້ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານ 61,317 ເຮັກຕາ , ຄາດຄະເນຜົນຜະລິດ 226,555 ໂຕນ , ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າ 29,955 ເຮັກຕາ , ຄາດຄະເນຜົນຜະລິດ 115,255 ໂຕນ.

ຊາວນາພາຍໃນແຂວງໄດ້ເລີ້ມລົງມືທໍາການຜະລິດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາເນື່ອງຈາກວ່າສະພາບດິນຟ້າອາກາດໄດ້ມີການເອື້ອອໍານວຍຄວາມສະດວກໃຫ້ເປັນຢ່າງດີບວກກັບໂຄງການຊົນລະປະທານທີ່ມີຢູ່, ມາຮອດປະຈຸບັນນີ້ການປູກເຂົ້ານາປີໃນທົ່ວແຂວງບັນລຸໄດ້ 86,975 ເຮັກຕາ ເທົ່າກັບ 95.29 % ຂອງເນື້ອທີ່ແຜນການ,ໃນນັ້ນນາຫວ່ານປະຕິບັດໄດ້ແລ້ວ 22,455 ເຮັກຕາ ເທົ່າກັບ 24.60 % ຂອງເນື້ອທີ່ແຜນການທັງໝົດ,ນາດໍາປະຕິບັດໄດ້ແລ້ວ 64,520 ເຮັກຕາ ເທົ່າກັບ 70.69 % ຂອງເນື້ອທີ່ແຜນການທັງໝົດ , ເນື້ອທີ່ການຜະລິດເປັນສະບຽງອາຫານປະຕິບັດໄດ້ແລ້ວ 57,924 ເຮັກຕາ ເທົ່າກັບ 94.47 % ຂອງເນື້ອທີ່ແຜນການ, ເນື້ອທີ່ຜະລິດເປັນສິນຄ້າປະຕິບັດໄດ້ແລ້ວ 29,051 ເຮັກຕາ ເທົ່າກັບ 96.98 % ຂອງເນື້ອທີ່ແຜນການ . ຄາດວ່າການປັກດໍານາໃນທົ່ວແຂວງຈະໃຫ້ສໍາເລັດໃນກາງເດືອນສິງຫາ 2024 ນີ້.

ທົ່ວແຂວງໄດ້ນໍາໃຊ້ກົນຈັກທີ່ທັນສະໄໝກວມເອົາອັດຕາສ່ວນຫຼາຍໂດຍສົມທົບກັບການຜະລິດແບບດັ່ງເດີມ . ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດຫຼາຍກວ່າໝູ່ແມ່ນເມືອງໜອງບົກ , ເມືອງທ່າແຂກ ແລະ ເມືອງມະຫາໄຊ,ໄຊບົວທອງ ແລະ ຍົມມະລາດຕາມລໍາດັບ . ຊາວກະສິກອນໄດ້ປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 308 ເຮັກຕາເຊິ່ງມີ 02 ເມືອງຄື : ເມືອງບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 178 ເຮັກຕາ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ