ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວເຂດສະຫງວນຄອງນໍ້າວຽງຈັນ

ກຸ່ມບໍລິສັດ ອຸດສາຫະກໍາເຕັກໂນໂລຊີກະສິກໍາລາວ ຈໍາກັດ ໄດ້ຮັບອະນຸຍາດໃຫ້ສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວດ້ານກະສິກໍາ (ເຂດສະຫງວນຄອງນໍ້າວຽງຈັນ) ແຕ່ສະໜາມກ໋ອບເລັກວິວ ຫາ ຂົວນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ(ນວ) ໂດຍຄາດວ່າຈະໃຊ້ເວລາສຶກສາສໍາຫຼວດ 12 ເດືອນ ແລະ ໃຊ້ງົບປະມານໃນການລົງ ທຶນ 10 ລ້ານໂດລາສະຫະລັດ ແລະໃຊ້ເວລາໃນການສຶກສາ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ຈັດຂຶ້ນວັນທີ 26 ກໍລະກົດ 2024 ຢູ່ພະແນກແຜນການ ແລະ ການ ລົງທຶນ ນວ ເຊິ່ງລົງນາມໂດຍ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານ YU JUNTAO ຜູ້ອໍານວຍການກຸ່ມບໍລິສັດ ອຸດສາຫະກໍາເຕັກໂນໂລຊີກະ ສິກໍາລາວ ຈໍາກັດ.

ທ່ານ YU JUNTAO ກ່າວວ່າ: ໂຄງການລົງທຶນພັດທະນາແຫຼ່ງທ່ອງທ່ຽວດ້ານກະສິກໍາ (ເຂດສະ ຫງວນຄອງນໍ້າວຽງຈັນ) ແຕ່ສະໜາມ ກ໋ອບເລັກວິວ ຫາ ຂົວນາຄວາຍ ມີຄວາມຍາວປະ ມານ 4.858 ແມັດ ໂດຍຜ່ານ 9 ບ້ານ ຄື: ບ້ານໂຊກນ້ອຍ ບ້ານຊໍາເຄ່ ບ້ານໂພນທອງ ບ້ານນາບຽນ ບ້ານຂາມງອຍ ບ້ານດຸງ ບ້ານນາສ້າງໄພ ບ້ານໄຮ່ຄໍາ ແລະ ບ້ານນາຄວາຍກາງ ເພື່ອພັດທະນາແຫຼ່ງທ່ອງທ່ຽວດ້ານກະສິກໍາ ກັບ ອົງການປົກຄອງ ນວ ໃຫ້ສໍາເລັດຕາມຈຸດປະສົງທີ່ວາງໄວ້ ແລະ ເພື່ອເປັນບ່ອນອີງໃຫ້ບໍລິສັດເຂົ້າເຖິງຂໍ້ມູນທີ່ຈໍາເປັນລະອຽດຊັດເຈນຈາກຂະແໜງການກ່ຽວ ຂ້ອງຂອງລັດ ໃນການນໍາໃຊ້ຂໍ້ມູນດັ່ງກ່າວເຂົ້າໃນການສຶກສາຄວາມເປັນໄປໄດ້ໃນການລົງທຶນ ເພື່ອສະເໜີອົງການປົກຄອງ ນວ ຄົ້ນຄວ້າ ແລະ ພິຈາລະນາໃນການລົງນາມສັນຍາພັດທະນາໂຄງການຕາມກົດໝາຍ ແລະລະບຽບການທີ່ລັດຖະບານລາວວາງອອກ.