ກຽມຄວາມພ້ອມແຜນຮັບມືສຸກເສີນຂອງບັນດາເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດໃນຊ່ວງລະດູຝົນ

ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫຼງການກະກຽມຄວາມພ້ອມ ແລະ ແຜນຮັບມືສຸກເສີນຂອງບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດໃນໄລຍະລະດູຝົນ ປີ 2024 ນີ້”
ຕໍ່ສື່ມວນຊົນໃນວັນທີ 26 ກໍລະກົດນີ້ວ່າ:
ມາຮອດທ້າຍປີ 2023 ແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 MWຂື້ນໄປ ມີທັງໝົດ 98 ແຫ່ງ ລວມກໍາລັງຕິດຕັ້ງ 11.692,14 MW, ຄວາມອາດສາມາດ ຜະລິດພະລັງງານໄຟຟ້າ 58.884,27 GWh/ປີ ໃນນີ້, (ໃນນັ້ນ, ພະລັງງານນໍ້າ 81 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ), ເຫັນໄດ້ວ່າ: ໂຄງສ້າງ ພະລັງງານໄຟຟ້າທີ່ ເປັນພະລັງງານນໍ້າ ກວມເອົາ 82%, ພະລັງງານຄວາມຮ້ອນຖ່ານຫີນ ກວມ 16% ແລະ ພະລັງງານທົດແທນ (ແສງຕາເວັນ ແລະ ຊີວະມວນ) ກວມ 2%. ທຽບໃສ່ ມະຕິສະພາແຫ່ງຊາດ ກໍານົດເອົາ (ພະລັງງານນໍ້າ 75%, ພະລັງງານຄວາມຮ້ອນຖ່ານຫີນ 14% ແລະ ພະລັງງານທົດແທນ 11%) ແມ່ນຕ້ອງໄດ້ສຸມໃສ່ພັດທະນາແຫຼ່ງຜະລິດພະລັງງານທົດແທນ ເປັນຕົ້ນ: ແສງຕາເວັນ, ລົມ, ຊີວະມວນ ເພື່ອໃຫ້ສັດສ່ວນສົມດຸນຕາມໂຄງສ້າງທີ່ວາງໄວ້ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ມີພາລະບົດບາດຕົ້ນຕໍ ຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຄຸ້ມຄອງຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການບໍລິຫານຈັດການອ່າງນ້ຳຂອງເຂື່ອນ ແລະ ການປ້ອງກັນນ້ຳນອງ ແລະ ອຶ່ນໆທີ່ກ່ຽວຂ້ອງກັບເຕັກນິກ ດ້ານຄວາມປອດໄພຂອງເຂື່ອນ. ການຈັດຕັ້ງປະຕິບັດ ສິດ ແລະ ໜ້າທີ ທີ່ກ່າວມາຂ້າງເທິງນີ້ ໃນຊຸມປີຜ່ານມາ ແລະ ປີ 2024, ໄດ້ດຳເນີນການກະກຽມຄວາມພ້ອມແຜນຮັບມືສຸກເສີນ ຂອງບັນດາໂຄງການເຂື່ອນໄຟຟ້າໃນໄລຍະລະດູຝົນມີດັ່ງນີ້:
ແຜນຮັບມືສຸກເສີນ ຂອງບັນດາໂຄງການເຂື່ອນໄຟຟ້າ ແມ່ນໄດ້ຖືກສ້າງຂຶ້ນຢູ່ 3 ໄລຍະຄື : ໄລຍະກ່ອນການລົງມືກໍ່ສ້າງໂຄງການເຂື່ອນໄຟຟ້າ, ໄລຍະກ່ອນການກັກເກັບນໍ້າເຂົ້າອ່າງເທື່ອທຳອິດ ແລະ ໄລຍະກ່ອນການດຳເນີນງານ ຂອງໂຄງການເຂື່ອນ (ໄລຍະດຳ ເນີນງານແມ່ນມີຄວາມຈຳເປັນໃນການສຳຫລວດແລະປັບປຸງຄືນເປັນແຕ່ລະໄລຍະ)
ໃນຊຸມປີຜ່ານມາ ກປພ, ເຈົ້າຂອງເຂື່ອນ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດ ແຜນຮັບມືສຸກເສີນ ໄດ້ຫຼາຍໂຄງການ ເປັນຕົ້ນ ວຽກງານເຜີຍແຜ່ແຜນຮັບມືສຸກເສີນ ແລະ ການຝຶກຊ້ອມຢູ່ພາກສະໜາມຕົວຈິງຂອງບັນດາໂຄງການເຂື່ອນໄຟຟ້າ ໃນໄລຍະກ່ອນລະດູຝົນແມ່ນໄດ້ຈັດຂຶ້ນທຸກໆປີ.
ສຳລັບ ການກະກຽມຄວາມພ້ອມ ແລະ ແຜນຮັບມືສຸກເສີນ ຂອງບັນດາໂຄງການເຂື່ອນໄຟຟ້າ ໃນຊ່ວງລະດູຝົນ 2024 ນີ້ ແມ່ນຖອດຖອນບົດຮຽນໄດ້ຈາກ ຊຸມປີທີ່ຜ່ານມາ ທຸກໆປີ ກ່ອນຈະກ້າວເຂົ້າລະດູຝົນ ແລະ ກປພ ໄດ້ອີງຕາມເອກະສານແຈ້ງເຕືອນກ່ຽວກັບສະພາບດິນຟ້າອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ , ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອ ແຈ້ງການໃຫ້ບັນດາໂຄງການເຂື່ອນໄຟຟ້າ ກຽມຄວາມພ້ອມ ທາງດ້ານເຕັກນິກ , ດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການຄຸ້ມຄອງນ້ຳນອງ ແລະ ການເຝົ້າລະວັງເຂື່ອນ ຂອງຕົນໃຫ້ມີຄວາມປອດໄພ ຮອບດ້ານ.
ມາເຖິງປັດຈຸບັນນີ້, ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການຄຸ້ມຄອງນ້ຳນອງ ແລະ ການເຝົ້າລະວັງເຂື່ອນ ໄດ້ມີການຕິດຕາມກວດກາ ຂໍ້ມູນຂ່າວສານ ເປັນຂໍ້ມູນທັນການ Real time ຊຶ່ງມີທັງການນຳພັກລັດ ທັງສູນກາງ ແລະ ທ້ອງຖິ່ນ, ເຈົ້າຂອງເຂື່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມໄປພ້ອມໆກັນ ທຸກໆວັນ ດ້ວຍການນຳໃຊ້ກຸ່ມວອດແອບ. ກປພ ໄດ້ມີການຄົ້ນຄ້ວາ ແລະ ວິເຄາະວິໄຈ ບັນດາຂໍ້ມູນນ້ຳ ແລະ ຂໍ້ມູນດ້ານຄວາມປອດໄພຂອງເຂື່ອນ ແລະ ລາຍງານໃຫ້ການນຳພັກລັດ ໄດ້ຮັບຊາບ ຢ່າງເປັນປົກກະຕິ ມາ ເຖິງປັດຈຸບັນ.

ທ່ານ ບົວເທບ ມາໄລຄໍາ ກ່າວອີກວ່າ: ການກະກຽມຄວາມພ້ອມຮັບມືສຸກເສີນ ນັ້ນ ຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຕາມຂັ້ນຕອນຕາມຄຳແນະນຳວ່າດ້ວຍແຜນຮັບມືສຸກເສີນ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງໂດຍລວມແລ້ວແມ່ນ ມີຂັ້ນຕອນດັ່ງລຸ່ມນີ້ :
1. ແຕ່ລະໂຄງການຈະຕ້ອງໄດ້ສຶກສາຈຳລອງກໍລະນີນໍ້ານອງແລະໂຄງການເປີດປະຕູລະບາຍນໍ້າອອກຈາກອ່າງເກັບນໍ້າເພື່ອຄວາມປອດໄພຂອງເຂື່ອນ, ຈາກການຈຳລອງໃນຄອມພິວເຕີນັ້ນ ແມ່ນຈະຮູ້ໄດ້ວ່າ ມວນນໍ້າ ຈະໄຫຼອອກຈາກອ່າງເກັບນໍ້າ ເທົ່າໃດ, ຈະໄຫຼໄປຮອດໃສແນ່ , ໃຊ້ເວລາ ເທົ່າໃດ ທີ່ນໍ້າຈະໄຫຼໄປ ຫາແຕ່ລະບ່ອນ, ແຕ່ລະເຂດ ຈະມີລະດັບນໍ້າຂື້ນສູງປານໃດ, ພາຍຫຼັງການສຶກສາຈຳລອງແລ້ວ, ໂຄງການຈະຮູ້ວ່າຈຸດໃດ ນໍ້າຖ້ວມ ແລະ ຈຸດໃດທີ່ມີຄວາມປອດໄພ ແລະ ເອົາຈຸດທີ່ປອດໄພ ດັ່ງກ່າວເປັນບ່ອນເຕົ້າໂຮມ ສຸກເສີນ.
2. ພາຍຫຼັງສຳເລັດການສຶກສາແລ້ວໂຄງການຈະສ້າງແຜນຮັບມືສຸກເສີນ ແລ້ວ ສົມທົບກັບ ຄະນະປ້ອງກັນໄພພິບັດຂັ້ນສູນກາງ, ແຂວງ ແລະ ເມືອງ ເພື່ອນຳໄປເຜີຍແຜ່ ໃຫ້ບໍລິເວນໂຄງການ ໂດຍສະເພາະແມ່ນປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນໄດ້ເຂົ້້າໃຈ .
3. ໂຄງການໄດ້ ດຳເນີນການຝືກຊ້ອມ ເພື່ອໃຫ້ຜູ້ຢູ່ລຸ່ມເຂື່ອນ ມີຄວາມເຂົ້າໃຈແລະມີບົດຮຽນ ໃນກໍລະນີເກີດເຫດການມາ.

ໃນທິດທາງຕໍ່ໜ້າ ກປພ ກໍຄືກະຊວງ ພບ ໄດ້ມີການວາງແຜນ ສຶກສາຄົ້ນຄວ້າ ການສ້າງສູນຄວບຄຸມດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ ແລະ ການປ້ອງກັນນ້ຳຖ້ວມ ໃຫ້ເປັນລະບົບຄົບຊຸດ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ທັນເຫດການ ແລະ ທັນເວລາ ໃນການແຈ້ງເຕື່ອນໄພລ່ວງໜ້າ ຢ່າງຮອບດ້ານ. ຈຸດປະສົງ ແນໃສ່ຮັບປະກັນການປ້ອງກັນ ຜົນກະທົບດ້ານລົບ ບໍ່ໃຫ້ເກີດຂຶ້ນ ຕໍ່ຜູ້ພັດທະນາເຂື່ອນ, ຕໍ່ໂຄງການເຂື່ອນ, ຕໍ່ຊີວິດຊັບສິນຂອງລັດ, ປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມອ້ອມຂ້າງເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຕາມທິດສີຂຽວ ແລະ ຍືນຍົງດ້ວຍ 2 ໜ້າທີ່ຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີບາດກ້າວທີ່ໝັ້ນທ່ຽງຮຸ່ງເຮືອງສີວິໄລ.
ຂ່າວ-ພາບ: ພູວຽງຄຳ