ມອບເສັ້ນທາງປູຢາງໃຫ້ແກ່ຊຸມຊົນບ້ານໂນນສົມບູນ ເມືອງວິລະບູລີ

ເມື່ອວັນທີ່ 18 ກໍລະກົດ 2024, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ຈັດພິທີມອບ-ຮັບ ໂຄງການເສັນທາງປູຢາງ 2ຊັ້ນ ໃຫ້ແກ່ປະຊາຊົນຊາວບ້ານໂນນສົມບູນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວາລີຍະ ສີຈັນທອງທິບ, ເຈົ້າເມືອງວິລະບູລີ ແລະ ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ LXML, ເຂົ້າຮ່ວມໃນພິທີມີ ທ່ານ ວັນນິວົງ ຈັນທະລາສີ, ຫົວໜ້າ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງວິລະບູລີ, ອໍານາດການປົກຄອງເມືອງວິລະບູລີ, ບໍລິສັດຜູ້ຮັບເໝົາ, ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນຊາວບ້ານໂນນສົມບູນ, ບັນດາພະນັກງານວິຊາການຈາກ LXML.

ໂຄງການກໍ່ສ້າງທາງປູຢາງ 02 ຊັ້ນ ເຂົ້າບ້ານໂນນສົມບູນ ແມ່ນໄດ້ຮັບທຶນຈາກກອງທຶນພັດທະນາທ້ອງຖິ່ນ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (Community Trust Fund). ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນດັ່ງກ່າວແມ່ນເລີ່ມແຕ່ທາງເລກທີ 6305 (28A) ຫາຂົວຫ້ວຍຄຽງ ເຊິ່ງມີຄວາມຍາວ 620 ແມັດ, ກວ້າງ 5 ແມັດ, ລວມມູນຄ່າ US$52.855.ພາຍຫຼັງການກໍ່ສ້າງເສັ້ນທາງດັ່ງກ່າວສຳເລັດ ໄດ້ສ້າງສິ່ງເອື້ອອຳນວຍຄວາມສະດວກຫຼາຍຢ່າງໃຫ້ແກ່ຊາວບ້ານໂນນສົມບູນກໍ່ຄືຊາວເມືອງ ວິລະບູລີ ສາມາດໄປມາຫາສູ່ ແລະຈະລາຈອນສິນຄ້າເຂົ້າເຖິງຕະຫຼາດໄດ້ສະດວກສະບາຍຫຼາຍຂຶ້ນ.

ນັບຕັ້ງແຕ່ບໍ່ຄຳ-ທອງ ເຊໂປນ ເລີ່ມດຳເນີນງານມາແຕ່ປີ 2003 ບໍລິສັດ ໄດ້ສະໜອງທຶນໃສ່ກອງທຶນພັດທະນາທ້ອງຖິ່ນ ຫຼາຍກວ່າ US$14 ລ້ານ, ເຊິ່ງໄດ້ສ້າງ ຜົນປະໂຫຍດຫຼວງຫຼາຍໃຫ້ແກ່ຊຸມຊົນທ້ອງຖິ່ນ ທີ່ດໍາລົງຊີວິດຢູ່ອ້ອມຂ້າງບໍ່ຄຳ-ທອງ ເຊໂປນ. ການສະໜອງທຶນໄດ້ເພີ່ມຂຶ້ນທຸກໆປີຕາມລຳດັບຈາກ 96,000ໂດລາຕໍ່ປີ ຂຶ້ນເປັນ 750,000 ໂດລາ ຕໍ່ປີ ແລະ ຈະຍັງສືບຕໍ່ສະໜອງທຶນດັ່ງກ່າວຈົນເຖິງໄລຍະສຸດທ້າຍຂອງການຂຸດຄົ້ນ ຫຼື ປິດບໍ່, ທຶນດັ່ງກ່າວນີ້ ໄດ້ສຸມໃສ່ 3ເສົາຄໍ້າທີ່ສຳຄັນ ເຊັ່ນດ້ານສາທາລະນະສຸກ, ການສຶກສາ, ດ້ານກະສິກຳ ແລະສະໜອງສິ່ງອຳນວຍຄວາມສະດວກທາງສາທາລະນະ, ເຊິ່ງລວມມີເສັ້ນທາງ, ການຂະຫຍາຍຕາຂ່າຍພະລັງງານໄຟຟ້າ ໃຫ້ເຂົ້າເຖິງພື້ນທີ່ຫ່າງໄກຊອກຫຼີກ.

ນອກຈາກກອງທຶນພັດທະນາທ້ອງຖິ່ນແລ້ວ,LXML ຍັງໄດ້ສະໜອງທຶນໃຫ້ແກ່ໂຄງການຊ່ວຍເຫຼືອກຸ່ມຜູ້ດ້ອຍໂອກາດ (FADG) ໂດຍນໍາໃຊ້ວິທີການການພັດທະນາແບບມີສ່ວນຮ່ວມຈາກຜູ້ໄດ້ຮັບຜົນປະໂຫຍດ ໂດຍຜ່ານການເລືອກເຟັ້ນເອົາຄອບຄົວທີ່ດຸໝັ່ນ, ມີຄວາມພ້ອມທາງດ້ານແຮງງານ ໂດຍຜ່ານການຕັດສິນໃຈຂອງຄະນະຄຸ້ມຄອງກອງທຶນເປັນຜູ້ອະນຸມັດ. ມາຮອດປະຈຸບັນ LXML ໄດ້ ສະໜອງທຶນໃຫ້ແກ່ກອງທຶນດັ່ງກ່າວຫຼາຍ US$3,4ລ້ານ ນັບຕັ້ງແຕ່ປີ 2010 ຮອດປັດຈຸບັນ.

ການສະໜັບສະໜູນຂອງ LXML ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການລົງທຶນທີ່ສໍາຄັນເຂົ້າໃນໂຄງສ້າງພື້ນຖານການພັດທະນາຊີວິດການເປັນຢູ່ຂອງຊຸມຊົນບ້ານອ້ອມຂ້າງ.ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະຊຸກຍູ້ການປ່ຽນແປງໄປໃນທິດທາງການພັດທະນາທີ່ດີ ແລະຍັງຈະສືບຕໍ່ສະໜອງການແກ້ໄຂພື້ນຖານໂຄງລ່າງແບບຍືນຍົງໃຫ້ແກ່ຊຸມຊົນໃນພື້ນທີທີ່ພວກເຮົາດໍາເນີນໂຄງການຢູ່.