ເປັນຫຍັງ ຄະນະຜູ້ແທນຜູ້ບໍລິຫານລະດັບສູງຂອງວິສາຫະກິດອາເມຣິກາ ມາຢ້ຽມຢາມຈີນ ໃນໄລຍະນີ້?

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫລັງຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ສິ້ນສຸດລົງບໍ່ເທົ່າໃດມື້, ຄະນະຜູ້ແທນ ຜູ້ບໍລິຫານລະດັບສູງ ຂອງວິສາຫະກິດອາເມຣິກາ ເຊິ່ງລວມທັງ ບໍລິສັດ FedEx, ບໍລິສັດ Goldman Sachs, ບໍລິສັດ Apple ໄດ້ເດີນທາງມາຢ້ຽມຢາມຈີນ. ນັກວິເຄາະເຫັນວ່າ ຄະນະຜູ້ແທນ ຜູ້ບໍລິຫານລະດັບສູງ ຂອງວິສາຫະກິດທີ່ສຳຄັນຂອງອາເມຣິກາ ມາຢ້ຽມຢາມຈີນ ໃນໄລຍະນີ້ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າຕັ້ງໃຈຢາກຮັບຮູ້ເຖິງນະໂຍບາຍຂອງຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກນັ້ນຢ່າງຮີບດ່ວນ, ພ້ອມທັງຫວັງຢາກໄດ້ຮັບໂອກາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ສິ່ງທີ່ດຶງດູດຕໍ່ບຸກຄົນສຳຄັນໃນວົງການອຸດສາຫະກຳການຄ້າ ຂອງອາເມຣິກາ ມາຢ້ຽມຢາມຈີນ ໃນເວລານີ້, ຍັງມີຂໍ້ໜຶ່ງ ເຊິ່ງກໍຄືຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າ ເສດຖະກິດຈີນ ໄດ້ສືບຕໍ່ຮັກສາທ່ວງທ່າທີ່ຟື້ນຟູດີຂຶ້ນ, ໃນຫົກເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນປະເທດຈີນຫລື GDP ມີເຖິງ 61.700 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສຳລັບກຸ່ມເສດຖະກິດທີ່ມີຂະໜາດໃຫຍ່ປານນີ້, ຍັງສາມາດບັນລຸຈັງຫວະການພັດທະນາໄດ້ໄວ້ຄືແນວນີ້ແມ່ນຫາຍາກຫລາຍ.
ນັກວິເຄາະສາກົນຫລາຍຄົນໄດ້ສັງເກດເຫັນວ່າ ໃນຂໍ້ຕົກລົງຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ກ່ຽວກັບການປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ ມີປະໂຫຍກໜຶ່ງຂຽນວ່າ ອີງໃສ່ທ່າແຮງທີ່ເປັນຕະຫລາດຂະໜາດໃຫຍ່ພິເສດຂອງຈີນ, ຍົກສູງຄວາມສາມາດການເປີດປະຕູສູ່ພາຍນອກໃນການເປີດກວ້າງການຮ່ວມມືສາກົນ. ອີງຕາມການຄາດຄະເນວ່າ ອັດຕາການຫັນເປັນຕົວເມືອງຂອງຈີນ ເພີ່ມຂຶ້ນ 1% ໃດກໍສາມາດຊຸກຍູ້ໃຫ້ມີການລົງທຶນເພີ່ມຂຶ້ນໃໝ່ 140 ຕື້ໂດລາ ແລະ ຄ່າບໍລິໂພກທີ່ເພີ່ມຂຶ້ນໃໝ່ 28 ຕື້ໂດລາ. ຄຽງຄູ່ກັບຈີນ ລົງເລິກການປະຕິຮູບໃນດ້ານຕ່າງໆ, ເຊັ່ນ: ສ້າງຕະຫລາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ທີ່ຖືຄົນເປັນຫລັກ, ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນ ແລະອື່ນໆຢ່າງບໍ່ຢຸດຢັ້ງ, ຕະຫລາດຂະໜາດໃຫຍ່ພິເສດຂອງຈີນ ກໍຈະຍົກສູງຄຸນນະພາບ ແລະຂະຫຍາຍວົງກວ້າງອອກຢ່າງຕໍ່ເນື່ອງ ແລະຈະຂຸດຄົ້ນກຳລັງບົ່ມຊ້ອນດ້ານຄວາມຕ້ອງການພາຍໃນຫລາຍກວ່າເກົ່າ.
ໃນອະນາຄົດ, ຄຽງຄູ່ກັບມາດຕະການປະຕິຮູບສຳຄັນ 300 ກວ່າລາຍການທີ່ສະເໜີອອກໃນເອກະສານຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ພະລັງຊີວິດຂອງຕະຫລາດຈີນ ຈະຖືກຂຸດຄົ້ນອອກມາຢ່າງບໍ່ຢຸດຢັ້ງ, ເຊິ່ງຈະເປັນການເພີ່ມກຳລັງຂັບເຄື່ອນໃຫ້ແກ່ຄວາມທັນສະໄໝແບບຈີນ ແລະສ້າງພື້ນທີ່ການພັດທະນາອັນກວ້າງຂວາງກວ່າເກົ່າໃຫ້ແກ່ວິສາຫະກິດປະເທດຕ່າງໆເຊິ່ງລວມທັງວິສາຫະກິດອາເມຣິກາ ອີກດ້ວຍ.