ສພຂ ຄໍາມ່ວນ ສືບຕໍ່ດໍາເນີນກອງປະຊຸມເປັນມື້ທີ 2

ວັນທີ 25 ກໍລະກົດ 2024 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງແມ່ນເປັນມື້ທີ 2 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 07 ຂອງສະພາປະຊາຊົນແຂວງ ຄໍາມ່ວນ ຊຸດທີ II ໂດຍການເປັນປະທານຄວບຄຸມກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ. ເຊິ່ງໃນວາລະຂອງການດໍາເນີນກອງປະຊຸມແມ່ນໄດ້ຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງພາຍໃນ 10 ເມືອງຂອງແຂວງເປັນຕົ້ນການຊີ້ແຈ້ງທີ່ຕິດພັນກັບຂະແໜງການຂອງອົງການປົກຄອງແຂວງເຊັ່ນ : ສຶກສາທິການ ແລະ ກິລາແຂວງ , ແຮງງານ ແລະ ສະຫວັດດີການສັງຄົມແຂວງ ,​ ປກສ ແຂວງ ,ກະສິກໍາ ແລະປ່າໄມ້ແຂວງ, ພ້ອມນັ້ນຍັງໄດ້ຮັບຟັງການຊີ້ແຈງສັງລວມຂອງທ່ານວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ , ແຜນງົບປະມານໄລຍະປະຈໍາ 06 ເດືອນຕົ້ນປີ  ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2024 ແລະ ການຕອບຄໍາຊັກຖາມຂອງ ສສຂ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະ ( 2021 2023 ) ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024 ຂອງແຂວງເຊິ່ງລາຍງານໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.

ສໍາລັບວາລະຂອງການດໍາເນີນກອງປະຊຸມໃນມື້ທີ 02 ແມ່ນພ້ອມກັນສຸມໃສ່ຄົ້ນຄວ້າ-ພິຈາລະນາເຂົ້າໃນ 04 ວາລະຄື : ສືບຕໍ່ຄົ້ນຄວ້າ-ພິຈາລະນາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2024 ຂອງແຂວງ,ຄົ້ນຄວ້າ-ພິຈາລະນາລາຍງານການຈັດຕັ້ງປະຕິບັດຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະ ( 2021 2023 ) ປະຈໍາ 06ເດືອນຕົ້ນປີ ແລະທິດທາງແຜນການ 06 ເດືອນທ້າຍປີ 2024 ຂອງແຂວງ ແລະໃນຕອນບ່າຍຂອງວັນດຽວກັນແມ່ນພ້ອມກັນສຸມໃສ່ຄົ້ນຄວ້າ-ພິຈາລະນາ ລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາຢູ່ແຂວງຄໍາມ່ວນ ສະບັບເລກທີ 333 / ຈຂ.ຄມ ,ລົງວັນທີ 03 ມີນາ 2020, ຜ່ານມະຕິຕົກລົງຂອງກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໃນການຮັບຮອງເອົາບັນຫາສໍາຄັນຕ່າງໆໃນໄລຍະກອງປະຊຸມສະໄໝສາມັນເທື່ອທີ 06-07 ແລະຄົ້ນຄວ້າ-ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 06 ຫາ ສະໄໝກອງປະຊຸມສະໄໝສາມັນເທື່ອທີ 07 ແລະແຜນການເຄື່ອນ ໄຫວວຽກງານຮອດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ II .

ຂ່າວ-ພາບ : ແດງສະຫວັດ ແສນພານິດ .