ທະນາຄານແຫ່ງ ສປປ ລາວ ຊີ້ແຈງການຊໍາລະເງິນກີບ ແລະການກໍານົດອັດຕາແລກປ່ຽນ

ຈາກຄວາມຕື່ນຕົວຂອງສັງຄົມທີ່ພໍ່ຄ້າ-ຊາວຂາຍຊູກຍູ້ການນໍາໃຊ້ເງິນກີບຢ່າງກ້ວາງຂວາງເຊິ່ງເປັນໜ້າຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ ໄດ້ມີບາງທັດສະນະຜ່ານສື່ສັງຄົມອອນລາຍນໍາສະເໜີວ່າ ເປັນການເອົາປຽບລູກຄ້າ, ນັກທ່ອງທ່ຽວ,  ກຳນົດອັດຕາແລກປ່ຽນທີ່ຕໍ່າກວ່າຄວາມເປັນຈິງ, ຫ້າມ ຫຼື  ແບນເງິນຕາຕ່າງປະເທດ ແລະ ອື່ນໆ. 

ຕໍ່ທັດສະນະດັ່ງກ່າວ, ໃນນາມທະນາຄານແຫ່ງ ສປປ ລາວ ມີໜ້າທີ່ ຄຸ້ມຄອງເງິນຕາຕ່າງປະເທດ  ຕາງໜ້າໂດຍ ທ່ານ ພານຸສັກ ແກ່ນວົງພາຈັນ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງເພີ່ມເຕີມໃຫ້ບັນດາທ່ານຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງວ່າ: ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ທີ່ມີຜົນບັງຄັບໃຊ້ ໃນເດືອນ ກໍລະກົດ ປີ 2022 ໄດ້ກໍານົດຄື:

  1. 1. ເງິນກີບເທົ່ານັ້ນທີ່ເປັນສື່ກາງໃນການຊໍາລະ, ຮັບຊໍາລະ ທີ່ຖືກຕອ້ງຕາມກົດໝາຍ, ທຸກການຕິດປະກາດລາຄາສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບ;
  2. 2. ການແລກປ່ຽນເງິນຕາຕ່າງປະເທດ ຕ້ອງດຳເນີນຜ່ານທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ;
  3. 3. ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດເປັນຜູ້ກຳນົດພຽງຜູ້ດຽວ, ການກຳນົດລາຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງທະນາຄານ ຈື່ງຖືວ່າຖືກຕ້ອງຕາມກົດໝາຍ;
  4. 4. ບຸກຄົນ,ນິຕິບຸກຄົນ, ການຈັດຕັ້ງສາມາດຄອບຄອງເງິນຕາຕ່າງປະເທດ, ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ແລະ ດຳເນີນທຸລະກໍາເງິນຕາຕ່າງປະເທດ ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍທີ່ລະບຽບການກຳນົດ.

ສໍາລັບຄວາມຕື່ນຕົວຂອງສັງຄົມໃນການສົ່ງເສີມການນໍາໃຊ້ເງິນກີບໃນໄລຍະຜ່ານມາ  ຂ້າພະເຈົ້າ ຂໍໃຫ້ບັນດາທ່ານມີຄວາມເຂົ້າໃຈໃຫ້ຖືກຕ້ອງ, ບໍ່ຄວນຖືເປັນປະເດັນ ທີ່ຈະສ້າງຄວາມສັບສົນ ແລະ ເຂົ້າໃຈຜິດກັນ.  ນັ້ນເປັນພຽງການສະແດງອອກດ້ວຍຄວາມສະໝັກໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາໃຊ້ເງິນກີບເຂົ້າໃນການຊໍາລະຢູ່ພາຍໃນ, ຫລຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດທີ່ມີຄວາມຊິນເຄີຍນໍາໃຊ້ກັນຢ່າງຊະຊາຍ ເພື່ອຫລຸດຜ່ອນ ຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນຕາຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ໄປແລກປ່ຽນນໍາທະນາຄານ ເອົາເງິນກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍຄືກັບປະເທດອື່ນໆ ທີ່ປະຕິບັດ.  ທຸກສະກຸນເງິນຕາຂອງແຕ່ລະປະເທດ ກໍ່ລ້ວນແລ້ວແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາໃຊ້ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດໄວ້. ໃນອານາຄົດອັນໃກ້ນີ້ ທະນາຄານແຫ່ງ ສປປ ລາວ ຈະອອກຂໍ້ຕົກລົງ ແລະ ຄຳແນະນໍາລະອຽດໃນການຊໍາລະຄ່າສິນຄ້າ, ຄ່າບໍລິການ ແລະ ຊໍາລະໜີ້ສິນຢູ່ ສປປ ລາວ ວ່າຄວນປະຕິບັດແບບໃດ ຈຶ່ງສອດຄ່ອງເໝາະສົມເປັນອັນລະອຽດຕື່ມ.

ດັ່ງນັ້ນ, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງບັນດາທ່ານຈົ່ງໃຫ້ການຮ່ວມມື  ສົ່ງເສີມການນໍາໃຊ້ເງິນກີບໃນການຊໍາລະພາຍໃນ ດັ່ງຄໍາຂັວນ: ຢູ່ເມືອງລາວ ໃຊ້ແຕ່ເງິນກີບ, ກໍານົດອັດຕາແລກປ່ຽນໃຫ້ຖືກຕ້ອງ ແລະ ແລກປ່ຽນເງິນຕາກັບທະນາຄານ ກ່ອນຈະໃຊ້ຈ່າຍ ເພື່ອຈັດຕັ້ງປະຕິບັດນິຕິກໍາຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ.

ຂ່າວ: ສາວລາວໃຕ້