ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວໃນລະດັບ 4,52%

ໃນໄລຍະ 6 ເດືອນຕົ້ນປີເສດຖະກິດຂອງແຂວງຄຳມ່ວນ ສືບຕໍ່ຂະຫຍາຍຕົວໃນລະດັບ 4,52% (ສະພາຮັບຮອງ ໝົດປີໃຫ້ບັນລຸ 5,59%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 13.258 ຕື້ກີບ ເທົ່າກັບ 65% (ສະພາຮັບຮອງໝົດປີ ໃຫ້ບັນລຸ 20.426 ຕື້ກີບ), ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.374 ໂດລາ(ສະພາຮັບຮອງໝົດປີໃຫ້ບັນລຸ 2.286 ໂດລາ), ໄດ້ລະດົມແຫຼ່ງທຶນທົ່ວສັງຄົມກວມ 17% ຂອງ GDP ຫຼືເທົ່າກັບ 2.302 ຕື້ກີບ (ສະພາຮັບຮອງໝົ້ດປີ ໃຫ້ໄດ້ 4.980 ຕື້ກີບ ຫຼືເທົ່າກັບ 24% ຂອງ GDP, ດ້ານການລົງທຶນ ແມ່ນສາມາດລະດົມແຫຼ່ງທຶນເພື່ອການພັດທະນາໄດ້ 2.302 ຕື້ກີບ ເທົ່າກັບ 46% ຂອງມະຕິສະພາຮັບຮອງ ໃນນີ້ ການລົງທຶນຂອງລັດ ປະຕິບັດໄດ້ 250 ໂຄງການ, ມູນຄ່າ 159 ຕື້ກີບ ເທົ່າກັບ 35% ຂອງແຜນການປີ, ການຊ່ວຍເຫຼືອທາງການເພື່ອການພັດທະນາ 2 ໂຄງການ ມູນຄ່າ 11 ຕື້ກີບ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 40 ໂຄງການ ມູນຄ່າ 1.280 ຕື້ກີບ ເທົ່າກັບ 37% ຂອງແຜນການປີ, ການລົງທຶນໃນລະບົບທະນາຄານ ສາມາດລະດົມທຶນໄດ້ທັງໝົດ 8.550 ຕື້ກີບ ແລະ ປ່ອຍສິນເຊື່ອໄດ້ 851 ຕື້ກີບ ລື່ນມະຕິສະພາ 11%, ສຳລັບການຈັດເກັບລາຍຮັບ ຕາມແຜນລາຍຮັບງົບປະມານຂອງແຂວງ ທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ມີທັງໝົດ 2.417 ຕື້ກີບ, ໄລຍະ 6 ເດືອນຕົ້ນປີປະຕິບັດໄດ້ 1.971 ຕື້ກີບ ເທົ່າກັບ 81,52% ຂອງແຜນການປີ ໃນນີ້ ລາຍຮັບສູງກາງ ແຜນການປີ 1.045 ຕື້ກີບ, ປະຕິບັດໄດ້ 584,81 ຕື້ກີບ ເທົ່າກັບ 55,96%, ລາຍຮັບທ້ອງຖິ່ນ ແຜນການປີ 1.372 ຕື້ກີບ, ປະຕິບັດໄດ້ 1.386 ຕື້ກີບ ເທົ່າກັບ 100,98%, ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄດ້ສຸມທຶນຮອນ, ງົບປະມານຂອງລັດ, ທຶນຊ່ວຍເຫຼືອເພື່ອການພັດທະນາ ຈາກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆເຂົ້າໃນການປັບປຸງໂຄງລ່າງພື້ນຖານຢູ່ເຂດຊົນນະບົດເປັນຕົ້ນ: ການກໍ່ສ້າງທາງ, ຂົວ, ຊົນລະປະທານ, ຈັດສັນເນື້ອທີ່ທຳການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຄ່າຍໄຟຟ້າ, ຕິດຕັ້ງລະບົບໄຟຟ້າແສງຕາເວັນ, ສ້າງໂຮງຮຽນ, ໂຮງໝໍນ້ອຍ, ສຸກສາລາ, ລະບົບການສະໜອງນໍ້າສະອາດ, ສ້າງຕັ້ງກອງທຶນພັດທະນາບ້ານ ແລະ ການຝຶກອົບຮົມວິຊາຊີບໃນຂະແໜງການຕ່າງໆ. ຜ່ານການຈັດຕັ້ງປະຕິບັດແມ່ນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ. ໃນປັດຈຸບັນທົ່ວແຂວງມີເມືອງພົ້ນທຸກ 6 ເມືອງ, ບ້ານພົ້ນທຸກ 456 ບ້ານ ກວມ 80% ຂອງຈຳນວນບ້ານໃນທົ່ວແຂວງ, ບ້ານທຸກຍາກຍັງເຫຼືອ 114 ບ້ານ ກວມ 20%, ຄອບຄົວທຸກຍາກຍັງເຫຼືອ 16.042 ຄອບຄົວ ກວມ 19,26%, ບ້ານພັດທະນາມີ 230 ບ້ານ ກວມ 40,35%, ຄອບຄົວພົ້ນທຸກ 67.230 ຄອບຄົວ ກວມ 80,73%, ຄອບຄົວພັດທະນາມີ 55.338 ຄອບຄົວ ກວມ 66,45%, ໄດ້ນໍາໃຊ້ລະບົບໄຟຟ້າ 10 ເມືອງ ກວມ 100%, ບ້ານໄດ້ຊົມໃຊ້ໄຟຟ້າ 554 ບ້ານ ເທົ່າກັບ 97% ແລະ ຄອບຄົວຊົມໃຊ້ໄຟຟ້າ 83.066 ຄອບຄົວ ເທົ່າກັບ 94% ຂອງຈໍານວນຄອບຄົວທັງໝົດໃນທົ່ວແຂວງ.
ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2024 ແມ່ນສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດວຽກງານຈຸດສຸມທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ບັນດາມະຕິຂອງຄະນະບໍລິຫານງານພັກແຂວງ, ມະຕິກອງປະຊຸມສະພາປະຊາຊົນແຂວງ ບົນຈິດໃຈສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຮັບປະກັນໃຫ້ແຂວງຄຳມ່ວນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ສ້າງສະພາບແວດລ້ອມ, ໂຄສະນາດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ການເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນໃຫ້ເປັນປີທີ 4 ຕິດຕໍ່ກັນ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍໃຫ້ເຂັ້ມງວດ, ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຕາມທ່າແຮງຂອງແຂວງ ເປັນຕົ້ນ: ເຂົ້າ, ຊີ້ນ, ປາ, ພືດ, ຜັກ, ໝາກໄມ້ ເພື່ອຕອບສະໜອງພາຍໃນ ທົດແທນການນໍາເຂົ້າ, ກໍ່ສ້າງ ຟື້ນຟູ ໂຄງລ່າງພື້ນຖານໃຫ້ແກ່ການຂະຫຍາຍພື້ນທີ່ການຜະລິດ, ຊຸກຍູ້, ສົ່ງເສີມ ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງດອກເບ້ຍຕໍ່າ, ໂຄສະນາ, ຊຸກຍູ້, ສົ່ງເສີມ ພະນັກງານ-ລັດຖະກອນ ແລະ ປະຊາຊົນ ນໍາໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ມີມາດຕະການສະກັດກັ້ນ ການນໍາເຂົ້າສິນຄ້າປະເພດຕ່າງໆທີ່ເຮົາມີຢູ່ພາຍໃນ.
ທັງໝົດນີ້ ແມ່ນການລາຍງານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໃນວັນທີ 24 ກໍລະກົດ 2024 ທີ່ສະໂມສອນແຂວງຄຳມ່ວນ. (ໂດຍ: ກອງຄຳ)2322 6776