ໄຊຍະ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ 5,5% ໃນປີ 2024 ນີ້

ການຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆ ທາງດ້ານເສດຖະກິດໂດຍສະເພາະໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຜ່ານການປະຕິບັດຕົວຈິງໄດ້ມີຜົນສໍາເລັດ ແລະໝາກຜົນຈໍານວນໜຶ່ງເຮັດໃຫ້ເສດຖະກິດຂອງແຂວງໄຊຍະບູລີ ຂະຫຍາຍຕົວຕໍ່ເນື່ອງ, ຄາດວ່າໝົດປີ 2024 ສະເລ່ຍໃນລະດັບ 5,5%.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ II ໃນວັນທີ 24 ກໍລະກົດ 2024 ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ໂດຍລວມເຫັນວ່າ ບັນຍາກາດການຜະລິດ, ທຸລະກິດ ແຂວງໄຊຍະບູລີ ຍັງສືບຕໍ່ເປັນຂະບວນການດີ ໂດຍສະເພາະ ການຜະລິດສະບຽງອາຫານ, ຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກ, ພື້ນຖານຫັດຖະກໍາ, ອຸດສາຫະກໍາປຸງແຕ່ງຈໍານວນໜຶ່ງ ຂະຫຍາຍຕົວເພີ່ມຂຶ້ນ ຄາດວ່າໝົດປີ ອັດຕາເຕີບໂຕເສດຖະກິດຂອງແຂວງ ບັນລຸຕາມຄາດໝາຍວາງໄວ້ 5,5% ລວມຍອດຜະລິດຕະພັນພາຍໃນ 15,76 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໜຶ່ງ 36,93 ລ້ານກີບຕໍ່ຄົນຕໍ່ປີ, ການປະຕິບັດແຜນລາຍຮັບ, ລາຍຈ່າຍງົບປະມານຕິດພັນກັບການຫັນເປັນທັນສະໄໝເທື່ອລະກ້າວ, 6 ເດືອນຜ່ານມາຈັດເກັບລາຍຮັບໄດ້ທັງໝົດ 1.169,75 ຕື້ກີບ, ເທົ່າກັບ 60,37%, ໃນນີ້ລາຍຮັບພູດສູນກາງປະຕິບັດໄດ້ 50,61% ແລະ ພູດທ້ອງຖິ່ນ 79,17%; ການຈັດຕັ້ງປະຕິບັດລາຍງຈ່າຍງົບປະມານປະຕິບັດໄດ້ 329,82 ຕື້ກີບ, ເທົ່າກັບ 63,85% ຂອງແຜນການປີບັນລຸຄາດໝາຍວາງໄວ້, ການລົງທຶນທົ່ວສັງຄົມທັງໝົດ 2.296,34 ຕື້ກີບ ເທົ່າກັບ 53,95% ຂອງແຜນການປີ, ອົງການປົກຄອງແຂວງໄດ້ສຸມໃສ່ ແກ້ໄຂໜີ້ສິນການລົງທຶນຂອງລັດດ້ວຍຫລາຍຮູບແບບເປັນຕົ້ນໄດ້ຈັດສັນທຶນຊໍາລະເຂົ້າແຜນງົບປະມານປະຈໍາປີ, ໄດ້ນໍາໃຊ້ເງິນເກີນແຜນ ຈໍານວນ 81,90 ກ່ວາຕື້ກີບ ສືບຕໍ່ຊໍາລະໂຄງການລົງທຶນຂອງລັດໄດ້ຈໍານວນໜຶ່ງ ແລະແກ້ໄຂວຽກງານຈໍາເປັນຂອງແຂວງ ແລະ ໜີ້ສິນຄ່າກະແສໄຟຟ້າ ແລະ ນໍ້າປະປາ.

ມາຮອດເດືອນ ກໍລະກົດ 2024 ໃນທົ່ວແຂວງໄຊຍະບູລີ ມີໂຄງການລົງທຶນຂອງລັດທີ່ຍັງຄ້າງຊໍາລະທັງໝົດ 382 ໂຄງການ ມູນຄ່າຕາມສັນຍາທັງໝົດ 2.189,58 ຕື້ກີບ, ມູນຄ່າຕາມໜ້າວຽກສໍາເລັດ 1.667,94 ຕື້ກີບ, ຊໍາລະໄປແລ້ວ 804,78 ຕື້ກີບ, ຍັງຄ້າງຊໍາລະ 863,16 ຕື້ກີບ. ສ່ວນການຄຸ້ມຄອງລາຄາສິນຄ້າແມ່ນໄດ້ສຸມໃສ່ ບັນດາກຸ່ມການຜະລິດ ແລະ ກຸ່ມການບໍລິການ ໃຫ້ມີການກໍານົດໂຄງສ້າງລາຄາສິນຄ້າ ແລະ ເຮັດການດຸນດ່ຽງ ໂດຍສະເພາະສິນຄ້າກະທົບໄວ ເຊັ່ນ: ເຂົ້າ, ຊີ້ນ, ໄຂ່, ປາ ແລະພືດຜັກສິ່ງສໍາຄັນແມ່ນໄດ້ອອກເປັນແຈ້ງການຂອງເຈົ້າແຂວງຕໍ່ກັບການຈໍາກັດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນເຊິ່ງພາຍໃນສາມາດຜະລິດເອງໄດ້ ປະກອບມີ 137 ລາຍການໃນ 3 ໝວດສິນຄ້າ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ