ອັດຕະປື ຜະລິດອຸດສະຫະກໍາປຸງແຕ່ງໄດ້ 719 ກວ່າຕື້ກີບ ພາຍໃນ ເດືອນ

ຂະແໜງອຸດສະຫະກໍາປຸງແຕ່ງ ແມ່ນຂະແໜງການຕົ້ນຕໍໜຶ່ງ ທີ່ຊ່ວຍຍູ້ແຮງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຂອງແຂວງອັດຕະປື ມີການຂະຫຍາຍຕົວເພີ່ມຂຶ້ນ, ເຊິ່ງໃນ 6 ເດືອນຕົ້ນປີ 2024, ການຜະລິດອຸດສາຫະກຳປຸງແຕ່ງ ປະຕິບັດໄດ້ທັງໝົດ 719.47 ຕື້ກີບ ເທົ່າກັບ 64% ຂອງແຜນການ (ມະຕິສະພາ 1,117.6 ຕື້ກີບ), ຜົນຜະລິດທີ່ສ້າງມູນຄ່າເພີ່ມ ລວມມີ: ຜະລິດຕະພັນນໍ້າຕານ, ຜະລິດຕະພັນແປ້ງມັນຕົ້ນ, ຜະລິດຕະພັນຢາງພາລາ ແລະ ຜະລິດຕະພັນໄມ້, ປັດຈຸບັນທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງທັງໝົດ 255 ຫົວໜ່ວຍ ມູນຄ່າການລົງທຶນ 2,182 ຕື້ກີບ ໃນນີ້, ໂຮງງານຂະໜາດໃຫຍ່ ມີ 17 ຫົວໜ່ວຍ, ຂະໜາດກາງ ມີ 25 ຫົວໜ່ວຍ, ຂະໜາດນ້ອຍ ມີ 99 ຫົວໜ່ວຍ ແລະ ແບບຄອບຄົວ ມີ 114 ຫົວໜ່ວຍ.

ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງໆອັດຕະປື ລາຍງານໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 11 ສະໄໝທີ XI ໃນວັນທີ 23 ກໍລະກົດ 2024 ນີ້ວ່າ: ການຜະລິດກະແສໄຟຟ້າ, ທົ່ວແຂວງມີໂຮງງານເຂື່ອນໄຟຟ້ານໍ້າຕົກທັງໝົດ 26 ແຫ່ງ, ມີກຳລັງຕິດຕັ້ງ 1,754.45 ເມກາວັດ ໃນນີ້, ໂຮງງານເຂື່ອນໄຟຟ້າ ເຊກະໝານ 1, ເຊກະໝານ-ຊານໄຊ, ເຊປຽນ-ເຊນໍ້ານ້ອຍ, ເຊນໍ້ານ້ອຍ 1, ນໍ້າກົງ 1, ນໍ້າກົງ 2, ນໍ້າກົງ 3 ແລະ ຫ້ວຍສະໝອງ, ເຊິ່ງໃນ 6 ເດືອນຜ່ານມາ ສາມາດຜະລິດກະແສໄຟຟ້າໄດ້ 138.47 ລ້ານກິກະວັດໂມງ ເທົ່າກັບ 75% ຂອງແຜນການ (ມະຕິສະພາ 185 ລ້ານ ກິກະວັດໂມງ), ຈໍາໜ່າຍກະແສໄຟຟ້າໄດ້ 124.05 ລ້ານກິກະວັດໂມງ ເທົ່າກັບ 79% ຂອງແຜນການ (ມະຕິສະພາ 157 ລ້ານ ກິກະວັດໂມງ).

ນອກຈາກນີ້, ການຈໍາໜ່າຍແຮ່ທາດ ໃນ 6 ເດືອນຕົ້ນປີ, ເຊິ່ງແຂວງອັດຕະປື ສາມາດສົ່ງແຮ່ທາດອອກ 793,247 ໂຕນ ລວມມູນຄ່າ 38.86 ລ້ານໂດລາ ໃນນັ້ນ, ແຮ່ເຫລັກ 30,000 ໂຕນ, ແຮ່ບົກຊິດ 393,172 ໂຕນ, ແຮ່ຄໍາ ແລະ ແຮ່ເງິນ 370,102 ກຣາມ.

ຂ່າວ: ວັດທະນາ