ອຸດົມໄຊ ດຶງດູດການລົງທຶນໄດ້ເກີນຄາດຫມາຍ

ໃນໄລຍະ 6 ເດືອນຕົ້ນປີ 2024 ການຈັດຕັ້ງປະຕິບັດບັນດາຄາດໝາຍມະຫາພາກ, 

ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງ ອຸດົມໄຊ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໃນວັນທີ 18 ກໍລະກົດນຜ່ານມາໃຫ້ຮູ້ວ່າ: ການລົງທຶນລວມເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄດ້ທັງໝົດ 2.618,89 ຕື້ກີບ, ເທົ່າກັບ 95,78%, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໄດ້ທັງໝົດ 42 ໂຄງການ ລວມມູນຄ່າ 45,02 ຕື້ກີບເທົ່າກັບ 73,90%. ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)ໄດ້ 220,46 ຕື້ກີບ ປະຕິບັດໄດ້ເກີນແຜນ 60,12% ໃນນີ້,ທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ “NGOs” ມີ 5 ໂຄງການ, ມູນຄ່າ 5,26 ຕື້ກີບ ເທົ່າກັບ 33,89%; ທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ, ສະຖາບັນການເງິນ ແລະບັນດາປະ ເທດ ມີ 23 ໂຄງການ,ມູນຄ່າ 6,37 ຕື້ກີບ ເທົ່າກັບ 22,43%;ທຶນກູ້ຢືມ 5 ໂຄງການ, ມູນຄ່າ 208,83 ຕື້ກີບ ເທົ່າກັບ 49,72%;ທຶນສົມທົບລັດຖະບານ 2 ໂຄງການ, ມູນຄ່າ 0,25 ຕື້ກີບ ເທົ່າກັບ 6,67%; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ສາມາດດຶງດູດການລົງທຶນຂອງພາກເອກະຊົນເພື່ອກະຕຸ້ນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ທັງໝົດ 55 ໂຄງການ, ມູນຄ່າ 2.089,16 ຕື້ກີບ ຫຼື 98,93 ລ້ານໂດລາປະຕິບັດໄດ້ເກີນແຜນ 34,65% ໃນນີ້ມີກິດຈະການທົ່ວໄປ 47 ໂຄງການ, ມູນຄ່າ 424,93 ຕື້ກີບ ແລະກິດຈະການຄວບຄຸມ ແລະ ສຳປະທານ 8 ໂຄງການ, ມູນຄ່າ 1.624,24 ຕື້ກີບ ຫຼື 78,81 ລ້ານໂດລາ, ເຊິ່ງມີບັນດາໂຄງການສົ່ງເສີມການປູກພືດກະສິກຳ ຢູ່ເມືອງຮຸນ, ໂຄງການ ພັດທະນາຕາດນໍ້າແຮງ ບ້ານນາຊຽງດີ ເມືອງຮຸນ, ໂຄງການກໍ່ສ້າງເຂດບໍລິການຄ່ຽນຖ່າຍສິນຄ້າ, ສາງພັກສິນຄ້າ, ຂົນສົ່ງສິນຄ້າ ແລະ ບໍລິການຈອດລົດຂົນສົ່ງສິນຄ້າ ຢູ່ເມືອງໄຊ ແລະເມືອງນາໝໍ້, ໂຄງການກໍ່ສ້າງໂຮງ ແຮມແລກມາກ ຢູ່ເມືອງໄຊ, ໂຄງການຂຸດຄົ້ນຫີນປູນຢູ່ເມືອງນາໝໍ້ ແລະ ໂຄງການສໍາຫຼວດແຮ່ຄໍາ ແລະແຮ່ຕິດພັນ ຢູ່ເມືອງປາກແບງ.

ນອກຈາກນັ້ນ, ແຂວງຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບັນດາບໍລິສັດ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຈໍານວນ 7 ໂຄງການ ຄື: ໂຄງການສຶກສາ, ສໍາຫຼວດ ແລະ ພັດທະນາໂຄງການເຂດນິຄົມອຸດສາຫະກຳເຄມີ ຢູ່ເມືອງງາ, ໂຄງການສໍາຫຼວດແຮ່ຄໍາ ແລະແຮ່ຕິດພັນ ເມືອງຮຸນ ແລະ ເມືອງປາກແບງ, ໂຄງການສໍາຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການພະລັງງານໄຟຟ້າແສງຕາ ເວັນ ເມືອງໄຊ, ເມືອງ ແບງ ແລະໂຄງການ ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການກໍ່ສ້າງສາຍສົ່ງ 230 KV ຈາກສະຖານີເມືອງນາໝໍ້ ແຂວງອຸດົມໄຊ, ສະຖານີເມືອງລອງ ແຂວງຫຼວງນໍ້າທາ ສປປ ລາວ ຫາຊາຍແດນ ລາວ- ມຽນມາ ແລະ ໂຄງການຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມ ເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ຊີລິຄອນ ຢູ່ເມືອງຮຸນ. ໃນຂະນະທີ່ການສະໜອງສິນເຊື່ອຂອງທະນາຄານ ບັນລຸໄດ້ 264,25 ຕື້ກີບ ເທົ່າກັບ 25,67%.

ຂ່າວ: ຄໍາພູສະຫວັນ ເພັນສະຫວັດ