ຍຶດໝັ້ນ ບໍລິການຊື່ສັດ ນຳພາທຸລະກິດເຕີບໃຫຍ່

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະກົດ1955 – 20 ກໍລະກົດ 2024) ແມ່ຍິງລາວບັນດາເຜົ່າມີມູນເຊື້ອອັນດີງາມທີ່ສືບທອດກັນມາໃນຫຼາຍຍຸກຫຼາຍສະໄໝ ຊຶ່ງໃນນີ້ບໍ່ສະເພາະແຕ່ຮ່ວມຮັກສາ ແລະສືບທອດວັດທະນະທໍາຄອງປະເພນີອັນດີງາມຂອງຊາດລາວບໍ່ໃຫ້ຈາງຫາຍເທົ່ານັ້ນແຕ່ແມ່ຍິງລາວບັນດາເຜົ່າໃນອະດີດກໍຄືສະມາຊິກສະຫະພັນແມ່ຍິງລາວຍັງໄດ້ຮັກສາ ແລະສືບຕໍ່ເສີມຂະຫຍາຍຜົນງານການເຄື່ອນໄຫວຕິດແໜ້ນກັບຂະບວນການປະຕິວັດທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄລຍະປັດຈຸບັນ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ທ່ານນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ໃນນາມເປັນຄົນລາວຜູ້ໜຶ່ງຮູ້ສຶກມີກຽດ ແລະພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເກີດເປັນຄົນລາວທີ່ມີມູນເຊື້ອອັນອົງອາດກ້າແກ່ນບໍ່ຍອມຈໍານົນຕໍ່ຊາດອື່ນພວກເຮົາມີບັນພະບູລຸດຂອງຊາດລາວ ແລະມີພັກປະຊາຊົນ ປະຕິວັດລາວນໍາພາຕໍ່ສູ້ກູ້ຊາດຈົນສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະສະໝຸນບໍລິວານຂອງພວກເຂົາໄດ້ຢ່າງສົມບູນ ແລະສະຖາປະນາປະເທດຊາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າອົງອາດພັກປະຊາຊົນປະຕິວັດລາວໄດ້ນໍາພາປວງຊົນລາວທັງຊາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ,ປະເທດຊາດມີຄວາມຈະເລີນມາເປັນກ້າວໆ ຈົນເທົ່າທຸກວັນນີ້ ແລະຕໍ່ໆໄປ.

ຂ້າພະເຈົ້າຂໍອວຍໄຊໃຫ້ພອນມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບພະລານາໄມເຂັ້ມແຂງສືບຕໍ່ນໍາພາປະເທດຊາດໄປເຖິງຈຸດໝາຍແຫ່ງສັງຄົມນິຍົມຕາມເປົ້າໝາຍທີ່ຕັ້ງໄວ້. ຂໍອວຍໄຊໃຫ້ພອນມາຍັງພະນັກງານ,ທະຫານ,ຕໍາຫຼວດ ແລະພີ່ນ້ອງຮ່ວມເຊື້ອຊາດລາວທຸກເຜົ່າຊົນທັງພາຍໃນ ແລະ ຕ່າງປະເທດທີ່ຮັກເຊື້ອແພງຊາດຈົ່ງປະສົບແຕ່ຄວາມສຸກກາຍສະບາຍໃຈອາຍຸໝັ້ນຂວັນຍືນຈະເລີນກ້າວໜ້າໃນການປະກອບສຳມາອາຊີບຂອງແຕ່ລະທ່ານດ້ວຍຄວາມຜາສຸກສະບາຍດີຕະຫຼອດໄປ.

ທ່ານນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມຮູ້ວ່າ: ການເປັນນັກທຸລະກິດແມ່ຍິງຕໍ່ຄວາມຄິດຂອງສັງຄົມປະຈຸບັນນີ້ແມ່ນມີຄວາມໄດ້ປຽບຫຼາຍຢ່າງໃຫ້ແມ່ຍິງທຸລະກິດພວກເຮົາແລະເປັນທີ່ຍອມຮັບຢ່າງກວ້າງຂວາງຕໍ່ຜົນສຳເລັດແລະຄວາມຫ້າວຫັນຄວາມຮູ້ຄວາມສາມາດປະດິດຄິດສ້າງພັດທະນາໃນວຍກທຸລະກິດແລະເຮັດໃຫ້ຜົນງານຂອງແມ່ຍິງທຸລະກິດພວກເຮົາມີຄວາມກ້າວກະໂດດນຳເອົາຄວາມສຳເລັດໃນທຸລະກິດນຳເອົາຄວາມພັດທະນາສີວິໄລສູ່ຄອບຄົວເປັນທີ່ຍອມຮັບໃຫ້ກັບສັງຄົມຄຽງຄູ່ກັບຄວາມສຳເລັດ, ແມ່ຍິງພວກເຮົາໄດ້ເປັນທ່າແຮງຊ່ວຍເຫຼືອແລະພັດທະນາສັງຄົມຄໍ້າຊູຊຸກຍູ້ບູລະນະພຸດທະສາດສະໜາໃນຂອບເຂດທີ່ມີການພັດທະນາຫຼາຍໆດ້ານແລະການພັດທະນາກ້າວກະໂດດເດັ່ນເປັນສະຫງ່າສິ່ງເລົ່ານີ້ໄດ້ເປັນແຮງພັກດັນຊຸກຍູ້ແລະກຳລັງແຮງໃຈໃຫ້ນັກທຸລະກິດແມ່ຍິງຂອງພວກເຮົາກ້າຄິດນຳເອົາຄວາມສາມາດເຂົ້າປະກອບສ່ວນພັດທະນາທີ່ດີຢູ່ແລ້ວໃຫ້ມີການພັດທະນາໃຫ້ດີຂຶ້ນເລື່ອຍໆ.

ບໍລິສັດແກ້ສອຸດສາຫະກຳຄໍາມ່ວນຈຳກັດຜູ້ດຽວເລີ່ມສ້າງຕັ້ງຂື້ນມາແຕ່ປີ 2010 ມີການບໍລິການນຳເຂົ້າແລະຈຳໜ່າຍອາຍແກັສຫຸງຕົ້ມ,ອາຍແກ້ສອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ,ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ ), ໃນຄົວເຮືອນແລະສັງຄົມໄດ້ຮັບໃຊ້ເຂົ້າໃນວຽກງານນອຸດສາຫະກຳທີ່ໃຫຍ່ໆເຊັ່ນ: ເຄື່ອນໄຟຟ້ານໍ້າເທີນ 2, ເຄື່ອນໄຟຟ້າປາກກະດິງ, ບໍລິສັດຄໍາມ່ວນຊິມັງ, ໂຮງງານເກືອກາລີ (ຊີໂນ ) ດົງໃຕ້, ບໍລິສັດລາວຄາຍຢວນ ແລະວຽກງານອື່ນໆ.