ຊີເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ເຕີບໃຫຍ່ ເຂັ້ມແຂງ ຍ້ອນສີມືແມ່ຍິງຢູ່ເບື້ອງຫຼັງ

(ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20 ກໍລະກົດ 2024 ຄົບຮອບ 69 ປີ)
.
ເພື່ອລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955 - 20 ກໍລະກົດ 2024 ຄົບຮອບ 69 ປີ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ ແລະມູນເຊື້ອຂອງແມ່ຍິງລາວໃນທົ່ວປະເທດ. ໃນໄລຍະຜ່ານມາບໍ່ວ່າຈະເປັນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານກໍຄືໃນໄລຍະສ້າງສາພັດທະນາປະເທດຊາດ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍໄດ້ຄຽງບ່າຄຽງໄຫຼ່ຮ່ວມກັບອ້າຍນ້ອງຊາຍໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງຊຶ່ງເຫັນໄດ້ຜົນງານອັນໂດດເດັ່ນໃຫຍ່ຫຼວງຫຼາຍທ່ານໄດ້ກາຍເປັນວິລະຊົນແຫ່ງຊາດ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20ກໍລະກົດ 1955 – 20ກໍລະກົດ 2024) ທ່ານ ນາງ ຈັນນະພາ ວົງສະໝໍລະພູມກ່າວ: ຂໍສະແດງຄວາມຮູ້ບຸນຄຸນທຸກພາກສ່ວນ ແລະຂໍອວຍໄຊໃຫ້ພອນອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະຄອບຄົວ; ສືບຕໍ່ຊີ້ນໍາໆພາປະຊາຊົນລາວພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ; ອວຍພອນແດ່ພະນັກງານ, ຜູ້ໃຊ້ແຮງງານກໍຄືປະຊາຊົນລາວທົ່ວໜ້າຈົ່ງມີຄວາມສຸກຄວາມຈະເລີນ, ມີເຫື່ອແຮງປະກອບສ່ວນໃນພາລະກິດສ້າງສາພັດທະນາປະເທດຊາດເພີ່ມຕື່ມ ແລະຍິ່ງໃຫຍ່ກວ່າເກົ່າ.

ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ສະແດງທັດສະນະວ່າ: ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກຂັ້ນເທິງ, ມອບໝາຍໜ້າທີ່ອັນສໍາຄັນ ແລະມີກຽດໃຫ້ບໍລິສັດໄດ້ມີໂອກາດເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາລະບົບເສດຖະກິດ - ສັງຄົມຂອງຊາດເຊິ່ງ ບໍລິສັດ ຊີເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ຂາເຂົ້າ-ຂາອອກ ຈຳກັດສ້າງຕັ້ງໃນປີ 2004 ຈຶ່ງໄດ້ດຳເນີນການຊອກຂຸດຄົ້ນບໍ່ເຫຼັ ຢູ່ເມືອງຫຼາ ແຂວງອຸດົມໄຊ,ບໍ່ທອງແດງ ແລະ ບໍ່ຊືນສັງກະສີ, ເຊິ່ງເປັນທຸລະກິດໜຶ່ງທີ່ກ້າວມາຈາກການດຳເນີນຂຸດຄົ້ນບໍ່ແຮ່ ແລະໄດ້ເຊັນສັນຍາກັບລັດຖະບານ ເພື່ອຊອກຄົ້ນສຳຫຼວດບໍ່ແຮ່ເຫຼັກ, ຊືນ ແລະ ສັງກະສີ, ພ້ອມທັງໄດ້ລົງສ້າງຕັ້ງໂຮງງານຂຸດຄົ້ນແຮ່ໃນປີ 2011 ແລະມາໃນປີ2013-2014 ໄດ້ເລີ່ມຂຸດຄົ້ນແຮ່ເຫຼັກສົ່ງອອກຈຳນວນ 5 ແສນໂຕນ, ໂດຍແຮ່ທັງໝົດແມ່ນໄດ້ຜ່ານການປຸງແຕ່ງສຳເລັດເພື່ອສົ່ງອອກໄປສາທາລະນະລັດປະຊາຊົນຈີນ.