ສານອາເມລິກາຕັດສີນແອັບເປີ້ນ ລະເມີດສິດທິບັດຂອງ QUALCOMM

 

ຫຼັງຈາກສານພິຈາລະນາຄະ ດີມາແລ້ວກວ່າສອງອາທິດຫຼ້າສຸດ Apple ກໍຖືກຕັດສີນໃຫ້ແພ້ຄະດີລະ ເມີດສິດທິບັດຂອງ Qualcomm ທັງໝົດ 3 ລາຍການເຮັດໃຫ້ Apple ຕ້ອງຈ່າຍຄ່າເສຍຫາຍໃຫ້ Qualcomm ເປັນເງິນຈຳວນ 1 ລ້ານໂດລາສະຫະລັດ.

ແທ້ຈິງແລ້ວ Qualcomm ເຄີຍບອກສິດທິບັດດັ່ງກ່າວຕັ້ງແຕ່ປີ 2017 ໂດຍສິດທິບັດທັງສາມ ປະກອບມີ: ລະບົບເຮັດໃຫ້ເຄື່ອງຕໍ່ອິນເຕີເນັດໄວຂຶ້ນເມື່ອເປີດເຄື່ອງ ລະບົບການຈັດການພະລັງງານ ແລະປະມວນຜົນກຣາຟິກລະບົບຈັດການຂອງແອັບພລິເຄຊັນເຮັດໃຫ້ສາມາດດາວໂຫຼດຂໍ້ມູນໄດ້ໄວຂຶ້ນ Apple ໄດ້ຕອບໂຕ້ກັບສານ ໂດຍມີພະຍານຄືທ່ານ ArjunaSiva ອະດີດວິສາວະກອນຂອງ ບໍລິສັດແຕ່ປະຈຸບັນ Siva ໄດ້ຍ້າຍໄປຢູ່ກັບ Google ແລ້ວຊຶ່ງທ່ານ Siva ເອງກໍປະຕິເສດທີ່ຈະເປັນພຍານໃຫ້ກັບຄະດີນີ້ເຮັດໃຫ້ນ້ຳໜັກ ຂອງ Apple ຫຼຸດລົງໄປຊຶ່ງ Apple ບອກວ່າຄະດີທີ່ເກີດຂຶ້ນເພາະ Qualcomm ຕ້ອງການແກ້ແຄ້ນ Apple ກໍລະນີ Apple ນອກໃຈ ໄປໃຊ້ຊິປໂມເດັມຂອງ Intel ບາງສ່ວນນີ້ບໍ່ແມ່ນຄັ້ງທຳອິດທີ່ Appleແພ້ຄະດີສິດທິບັດໃຫ້ Qualcomm ເພາະກ່ອນໜ້ານີ້ Appleແພ້ຄະດີໃນເຢຍລະມັນເຮັດໃຫ້ບໍລິສັດຖືກສັ່ງຫ້າມຈຳໜ່າຍ iPhone 7 ແລະiPhone 8 ທີ່ໃຊ້ ຊິປໂມເດັມຂອງ Intel ໃນເຢຍລະມັນທັນທີແຕ່ເມື່ອກັບມາໃຊ້ຊິປໂມ ເດັມຂອງ Qualcomm ແລ້ວກໍ ກັບມາຈຳໜ່າຍໄດ້ອີກ.

 ແຕ່ສົງຄາມຟ້ອງຮ້ອງນີ້ຍັງບໍ່ຈົບງ່າຍໆເພາະເດືອນໜ້ານີ້ກໍຈະມີການພິຈາລະນາຄະດີໃໝ່ຊຶ່ງ Apple, Intel ແລະ Federal Trade Commission  ຟ້ອງຮ້ອງ Qualcomm ກໍລະນີຜູກຂາດໂມ ເດັມສະມາດໂຟນອີກດ້ວຍ.

ນສພ ເສດຖະກິດ-ສັງຄົມ