ພິທີເປີດຂະບວນການລົງຕິດຕາມການຕິດລາຄາສິນຄ້າ ແລະການແລກປ່ຽນເງິນຕາ

ທະນາຄານ ແຫ່ງ ສປປ ລາວໄດ້ຈັດພິທີເປີດຂະບວນການລົງຕິດຕາມການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາ ຂຶ້ນໃນວັນທີ 18 ກໍລະກົດນີ້ ທີ່ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພາຍໃຕ້ການເປັນປະທານກ່າວເປີດຂະບວນການດັ່ງກ່າວໂດຍທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານ ແຫ່ງ ສປປ ລາວ ຊຶ່ງມີພະນັກງານຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ກະຊວງອຸດສາຫະກຳ ແລະການຄ້າເຂົ້າຮ່ວມ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດກ່າວວ່າ: ໃນຊຸມປີຜ່ານມາ, ເພື່ອເຮັດໃຫ້ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ຫັນເຂົ້າສູ່ການຄຸ້ມຄອງຕາມລະບຽບກົດໝາຍ ທະນາຄານແຫ່ງ ສປປ ລາວ ກໍຄືກົມຄຸ້ມຄອງເງິນຕາຕ່າງປະເທດ ໄດ້ມີການປັບປຸງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 7ກໍລະກົດ 2022ແລະ ໄດ້ຄົ້ນຄວ້າອອກບັນດານິຕິກໍາທີ່ຕິດພັນກັບວຽກງານນີ້ເປັນອັນສະເພາະແຕ່ລະວຽກງານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ການຄຸ້ມຄອງເງິນຕາຕ່າງປະເທດໃຫ້ເປັນໄປຕາມລະບຽບກົດໝາຍເປັນການປະກອບສ່ວນສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາສະຖຽນລະພາບຄ່າເງິນກີບໃຫ້ມີຄວາມໝັ້ນທ່ຽງເຮັດໃຫ້ລະບົບເສດຖະກິດຂອງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານນີ້ຊຶ່ງຕິດພັນ ແລະເປັນໜ້າທີ່ຂອງທຸກພາກສ່ວນຢູ່ໃນສັງຄົມເພື່ອພ້ອມກັນຈັດຕັ້ງປະຕິບັດ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຕາງໜ້າໂດຍກົມຄຸ້ມຄອງເງິນຕາຕ່າງປະເທດ ຈຶ່ງໄດ້ເປີດຂະບວນການລົງຕິດຕາມການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາຂຶ້ນ ເພື່ອໃຫ້ເປັນການລົງຕິດຕາມ, ເຜີຍແຜ່ ແລະໃຫ້ທຸກຄົນມີສະຕິໃນການຈັດຕັ້ງປະຕິບັດນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນໍາໃຊ້ເງິນກີບຢ່າງກວ້າງຂວາງໃຫ້ເຫັນໄດ້ຄຸນຄ່າຂອງເງິນກີບຫັນມາຖືຄອງ ແລະນໍາໃຊ້ເງິນກີບໃນການຊໍາລະຄ່າສິນຄ້າ ແລະບໍລິການຕ່າງໆຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດໃຫ້ໜ້ອຍລົງ.

ເພື່ອເຮັດໃຫ້ຂະບວນການຄັ້ງນີ້ໄດ້ຮັບຜົນຕາມລະດັບຄາດໝາຍ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ:ທຫລ