ໂຮງຮຽນອະນຸບານ ແລະປະຖົມແສງອາລຸຸນ ບໍ່ຮັບເງິນຕາຕ່າງປະເທດ

ໂຮງຮຽນອະນຸບານ ແລະປະຖົມແສງອາລຸນສຶກສາ ຕັ້ງຢູ່ບ້ານໂນນດູ່ ນະຄອນປາກເຊ ແຂວງຈໍາປາສັກ ເປັນອີກພາກສ່ວນໜຶ່ງທີ່ບໍ່ຮັບເງິນຕາຕ່າງປະເທດໃນການຊໍາລະສະສາງຄ່າທໍານຽມຕ່າງໆພາຍໃນໂຮງຮຽນ.

ທ່ານ ນາງ ປັນຈະລາ ທອງມະນີລາ ຜູ້ອໍານວຍການໂຮງຮຽນອະນຸບານ ແລະ ປະຖົມແສງອາລຸນສຶກສາ ໃຫ້ສໍາພາດໃນວັນທີ 16 ກໍລະກົດ 2024 ນີ້ວ່າ: ໂຮງຮຽນພວກເຮົາຮັບນັກຮຽນອະນຸບານ ແລະ ຊັ້ນປະຖົມ ເປັນຈໍານວນຫຼາຍ, ພວກເຮົາເປີດສອນຫຼັກສູດອະນຸບານ ແລະ ປະຖົມ ຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ. ໂຮງຮຽນພວກເຮົາ ມີອາຄານ ແລະ ສະຖານທີ່ຮໍ່າຮຽນທີ່ມີຄວາມສະອາດສວຍງາມ, ຫ້ອງຮຽນໄດ້ມາດຕະຖານ, ກວ້າງຂວາງ, ມີຫ້ອງພັດລົມ ແລະ ຫ້ອງແອ ໃຫ້ນັກຮຽນໄດ້ຮຽນຢ່າງມີຄວາມສຸກ ແລະ ເຢັນສະບາຍ, ມີຫ້ອງສະໝຸດ ແລະ ຫ້ອງຄອມພິວເຕີ, ພິເສດ ໂຮງຮຽນພວກເຮົາ ຍັງໄດ້ສອນພາສາອັງກິດ ໂດຍເລີ່ມສອນແຕ່ຊັ້ນອະນຸບານຂຶ້ນໄປ, ມີຄູ - ອາຈານ ທີ່ມີຄວາມຮູ້ ຄວບຄູ່ກັບຄຸນນະທໍາ, ຮັກເດັກນ້ອຍນັກຮຽນຄືລູກຫຼານຂອງຕົນ, ລະດັບການສຶກສາ ມີທັງຊັ້ນສູງ ແລະ ປະລິນຍາຕີ ທີ່ມີປະສົບການຫຼາຍກວ່າ 20 ປີ. ນອກນີ້ ທາງໂຮງຮຽນພວກເຮົາ ຍັງມີກິດຈະກໍາທີ່ຫຼາກຫຼາຍ ເຊັ່ນ: ກິລາ, ສິລະປະ - ວັນນະຄະດີ ແລະ ອື່ນໆ.
ທ່ານ ນາງ ປັນຈະລາ ທອງມະນີລາ ກ່າວຕື່ມວ່າ: ພວກເຮົາຍັງໄດ້ຂະຫຍາຍໂຮງຮຽນລ້ຽງເດັກ ແລະອະນຸບານ ອີກ 1ແຫ່ງ ຄື: ໂຮງຮຽນລ້ຽງເດັກ ແລະ ອະນຸບານ ປັນຍາພອນສຶກສາ ຕັ້ງຢູ່ບ້ານພັດທະນາຫຼັກເມືອງ ນະຄອນປາກເຊ ຫຼັງກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ໂຮງຮຽນພວກເຮົາມຸ່ງໝັ້ນພັດທະນາຄົນໃຫ້ມີຄວາມຮູ້ ຄູ່ຄຸນນະທໍາ, ນໍາການສຶກສາ ສູ່ພາກປະຕິບັດ, ຈັດກິດຈະກໍາທີ່ຫຼາກຫຼາຍ, ຂະຫຍາຍຄວາມຮູ້ ກ້າວສູ່ສາກົນ. ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ໃນວັນຂ້າງໜ້າ, ຖ້າເດັກນ້ອຍ ມີຄວາມຮູ້ຄວາມສາມາດ ຈະພາປະເທດຊາດກ້າວສູ່ຄວາມຈະເລີນຮຸ່ງເຮືອງ. ໃນຍາມພັກຮຽນ ທາງໂຮງຮຽນພວກເຮົາ ກໍຮັບນັກຮຽນມາຮຽນເພີ່ມເພື່ອເຮັດໃຫ້ລູກຫຼານມີກິດຈະກໍາ ບໍ່ປ່ອຍປະໃຫ້ເດັກນ້ອຍຫຼິ້ນແຕ່ໂທລະສັບ, ຖ້າວ່າພໍ່ແມ່ຜູ້ປົກຄອງທ່ານໃດມີຄວາມສົນໃຈຢາກເອົາລູກຫຼານມາຮ່ວມຮຽນນໍາໂຮງຮຽນພວກເຮົາ ກໍຍິນດີຕ້ອນຮັບທຸກໆທ່ານດ້ວຍຄວາມເຕັມໃຈ.

ສໍາລັບສາເຫດ ທີ່ໂຮງຮຽນອະນຸບານ ແລະ ປະຖົມແສງອາລຸນສຶກສາ ບໍ່ຮັບເງິນຕາຕ່າງປະເທດ ໃນການຊໍາລະສະສາງຄ່າທໍານຽມຕ່າງໆ ນັ້ນ, ທ່ານ ນາງ ປັນຈະລາ ທອງມະນີລາ ກ່າວວ່າ: ຍ້ອນມີຄວາມຮັບຮູ້ເຂົ້າໃຈກ່ຽວກັບສະພາບອັດຕາການແລກປ່ຽນເງິນຕາຕ່າງປະເທດ ທີ່ນັບມື້ສູງຂຶ້ນ ໂດຍສະເພາະອັດຕາການແລກປ່ຽນນອກລະບົບ ເຮັດໃຫ້ຄ່າເງິນກີບອ່ອນຕົວ, ຄ່າຄອງຊີບນັບມື້ສູງຂຶ້ນເລື້ອຍໆ ເຊິ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພະນັກງານ, ທະຫານ, ຕຳຫຼວດ ແລະພໍ່ແມ່ປະຊາຊົນ ຜູ້ທີ່ມີລາຍຮັບຕໍ່າ, ໂຮງຮຽນອະນຸບານ ແລະ ປະຖົມແສງອາລຸຸນສຶກສາພວກເຮົາ ຈິ່ງບໍ່ຮັບເງິນຕາຕ່າງປະເທດໃນການຊຳລະເງິນຄ່າທໍານຽມຕ່າງໆພາຍໃນໂຮງຮຽນ. ຈຸດປະສົງ ກໍເພື່ອປະກອບສ່ວນຊຸກຍູ້ສົ່ງເສີມໃຫ້ຄົນລາວ ເຫັນໄດ້ເຖິງຄຸນຄ່າຂອງເງິນກີບລາວ. ແຕ່ໃດມາ ໂຮງຮຽນພວກເຮົາ ບໍ່ຮັບເງິນຕາຕ່າງປະເທດໃນການຊໍາລະສະສາງຄ່າທໍານຽມຕ່າງໆພາຍໃນໂຮງຮຽນ ແລະ ແຕ່ນີ້ເມືອໜ້າ ກໍຈະບໍ່ຮັບເຊັ່ນກັນ, ບໍ່ແມ່ນດ້ອຍຄ່າເງິນຕາຕ່າງປະເທດ, ເງິນຕາຕ່າງປະເທດບໍ່ວ່າສະກຸນໃດກໍລ້ວນແລ້ວແຕ່ມີຄຸນຄ່າ, ແຕ່ເພື່ອເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບຄືກັນກັບປະເທດອື່ນໆໃນໂລກ, ເຮັດໃຫ້ເງິນກີບຂອງລາວເຮົາແຂງຄ່າ, ເລື່ອງເງິນຕາຕ່າງປະເທດ ໃຜກໍຕ້ອງການແຕ່ຂໍໃຫ້ໄດ້ມາຢ່າງຖືກລະບົບ. ຍ້ອນແນວນັ້ນຄົນລາວທຸກຄົນ ຕ້ອງເປັນເຈົ້າການ, ຢູ່ປະເທດລາວຕ້ອງໃຊ້ເງິນກີບລາວ, ລາວເຮັດລາວໃຊ້ລາວໄດ້ ລາວຈະເລີນ.

ຕໍ່ກັບສາເຫດທີ່ໂຮງຮຽນອະນຸບານ ແລະປະຖົມແສງອາລຸນສຶກສາ ທີ່ບໍ່ຮັບເປັນເງິນຕາຕ່າງປະເທດ ໃນການຊໍາລະສະສາງຄ່າທໍານຽມຕ່າງໆ ນັ້ນ, ຖືວ່າໂຮງຮຽນດັ່ງກ່າວເປັນແບບຢ່າງທີ່ດີເພາະວ່າເຈົ້າຂອງກິດຈະການໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະເຊື່ອມຊື່ມຕໍ່ແນວທາງນະໂຍບາຍຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ ກ່ຽວກັບວຽກງານຕ້ານໄພເງິນເຟີ້ ພ້ອມທັງເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໂດຍບໍ່ຮັບເປັນເງິນຕາຕ່າງປະເທດໃນການສຊໍາສະສາງຄ່າທໍານຽມຕ່າງໆພາຍໃນໂຮງຮຽນ. ຍ້ອນແນວນັ້ນ, ຈິ່ງຮຽກຮ້ອງ - ເຊີນຊວນ ໃຫ້ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ປະຊາຊົນໃນແຂວງຈຳປາສັກ ຈົ່ງພ້ອມໃຈກັນຕິດລາຄາສິນຄ້າເປັນເງິນກີບ ແລະ ບໍ່ຮັບເງິນຕາຕ່າງປະເທດໃນການຊຳລະສະສາງຕ່າງໆ.
ຂ່າວ-ພາບ: ທູນທອງໃຈ