ນະຄອນຫລວງວຽງຈັນ ມີ 481 ບ້ານ ສາມາດບັນລຸບ້ານພົ້ນທຸກໄດ້ 100%

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IIໃນວັນທີ 8 ກໍລະກົດ 2024 ວ່າ: ນະຄອນຫຼວງວຽງຈັນ ປະກອບມີ 9 ເມືອງ, 481 ບ້ານ, 13.158 ໜ່ວຍ, 154.811 ຄອບຄົວ, ພົນລະເມືອງທັງໝົດຈໍານວນ 745.329ຄົນ, ເປັນຍິງ 384.111 ຄົນ, ມີ 03 ເຂດຈຸດສຸມພັດທະນາ, ການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ.

ມາຮອດປັດຈຸບັນ ສາມາດສ້າງຄອບຄົວພົ້ນທຸກໄດ້ 152.985 ຄອບຄົວ ເທົ່າກັບ 98,89% ຂອງຈໍານວນຄອບຄົວທັງໝົດ 154,811 ຄອບຄົວ, ສ້າງບ້ານພົ້ນທຸກບັນລຸ ຈຳນວນ 481 ບ້ານເທົ່າກັບ 100% ແລະ ສ້າງເມືອງພົ້ນທຸກບັນລຸ ຈໍານວນ 9 ເມືອງ ເທົ່າກັບ 100%.