ແຂວງຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 81,008 ເຮັກຕາ

ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການຜະລິດເຂົ້ານາປີ 2024 ທົ່ວແຂວງມີເນື້ອທີ່ແຜນການທໍາການຜະລິດທັງໝົດ 91,272 ເຮັກຕາ , ຄາດຄະເນຜົນຜະລິດໃຫ້ໄດ້ 341,810 ໂຕນ ,ຄາດຄະເນໝົດແນວເຂົ້າປູກ 5,476 ໂຕນ, ໃນນີ້ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານ 61,317 ເຮັກຕາ , ຄາດຄະເນຜົນຜະລິດ 226,555 ເຮັກຕາ , ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າ 29,955 ເຮັກຕາ , ຄາດຄະເນຜົນຜະລິດ 115,255 ເຮັກຕາ .
ຊາວນາພາຍໃນແຂວງໄດ້ເລີ້ມລົງມືທໍາການຜະລິດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາເນື່ອງຈາກວ່າສະພາບດິນຟ້າອາກາດໄດ້ມີການເອື້ອອໍານວຍຄວາມສະດວກໃຫ້ເປັນຢ່າງດີບວກກັບໂຄງການຊົນລະປະທານທີ່ມີຢູ່, ມາຮອດປະຈຸບັນນີ້ການປູກເຂົ້ານາປີໃນທົ່ວແຂວງບັນລຸໄດ້ 81,008 ເຮັກຕາ ເທົ່າກັບ 88.75 % ຂອງເນື້ອທີ່ແຜນການ,ໃນນັ້ນນາຫວ່ານປະຕິບັດໄດ້ແລ້ວ 22,455 ເຮັກຕາ ເທົ່າກັບ 24.60 % ຂອງເນື້ອທີ່ແຜນການທັງໝົດ,ນາດໍາປະຕິບັດໄດ້ແລ້ວ 58,553 ເຮັກຕາ ເທົ່າກັບ 64,15 % ຂອງເນື້ອທີ່ແຜນການທັງໝົດ , ເນື້ອທີ່ການຜະລິດເປັນສະບຽງອາຫານປະຕິບັດໄດ້ແລ້ວ 52,241 ເຮັກຕາ ເທົ່າກັບ 85,20 % ຂອງເນື້ອທີ່ແຜນການ, ເນື້ອທີ່ຜະລິດເປັນສິນຄ້າປະຕິບັດໄດ້ແລ້ວ 25,799 ເຮັກຕາ ເທົ່າກັບ 86,13 % ຂອງເນື້ອທີ່ແຜນການ .
ທົ່ວແຂວງໄດ້ນໍາໃຊ້ກົນຈັກທີ່ທັນສະໄໝກວມເອົາອັດຕາສ່ວນຫຼາຍໂດຍສົມທົບກັບການຜະລິດແບບດັ່ງເດີມ . ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດຫຼາຍກວ່າໝູ່ແມ່ນເມືອງໜອງບົກ , ເມືອງທ່າແຂກ ແລະ ເມືອງມະຫາໄຊ,ໄຊບົວທອງ ແລະ ຍົມມະລາດຕາມລໍາດັບ . ຊາວກະສິກອນໄດ້ປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 308 ເຮັກຕາເຊິ່ງມີ 02 ເມືອງຄື : ເມືອງບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 178 ເຮັກຕາ.