ດ່ານພາສີສາກົນວັງເຕົ່າ ແລະທ່າບົກວັງເຕົ່າ ເກັບລາຍຮັບ 6 ເດືອນຕົ້ນປີໄດ້ລື່ນແຜນການ

ອີງຕາມການໃຫ້ສຳພາດຂອງທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະທ່າບົກວັງເຕົ່າໃນຫວ່າງບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 6ເດືອນຕົ້ນປີ 2024ມີຫຼາຍໜ້າວຽກທີ່ພົ້ນເດັ່ນໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ 2024ສາມາດປະຕິບັດໄດ້ 779ຕື້ກວ່າກີບເທົ່າກັບ115,48% ຂອງແຜນການ 6 ເດືອນຕົ້ນປີ ຫຼື ເທົ່າກັບ57,74%ຂອງແຜນການປີ, ແຕ່ທຽບໃສ່ໄລະດຽວກັນປີຜ່ານມາເພີ່ມຂຶ້ນ 24,47%.

ທ່ານ ພູຊ່ອງ ສົມຄິດຫົວ ໜ້າດ່ານພາສີສາກົນວັງເຕົ່າ ແລະທ່າບົກວັງເຕົ່າກ່າວຕື່ມອີກວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 6 ເດືອນຕົ້ນປີ, ໄດ້ຫັນການຈັດຕັ້ງປະຕິບັດວຽກຄຸ້ມຄອງວຽກງານພາສີຫັນເປັນທັນສະໄໝ, ການແຈ້ງພາສີເປັນລາຍລະອຽດແບບເອເລັກໂຕຣນິກ,ວຽກງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ວຽກງານກວດກາພາຫະນະ-ຜູ້ໂດຍສານເຮັດໃຫ້ການຈັດເກັບລາຍຮັບມອບເຂົ້າງົບປະມານໄດ້ລື່ນແຜນການ. ທັງນີ້, ກໍຍ້ອນການນໍາເຂົ້ານໍ້າມັນເຊື້ອໄຟຄ່າພາສີ-ອາກອນ, ການນໍາເຂົ້າພາຫະນະປະເພດຕ່າງໆ, ການນໍາເຂົ້າສິນຄ້າ, ເຄື່ອງຂອງປະເພດອື່ນໆເພີ່ມຂຶ້ນ.

ຄຽງຄູ່ກັນນີ້, ຍ້ອນມີກົດໝາຍວ່າດ້ວຍພາສີ,ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ນິຕິກໍາລຸ່ມກົດໝາຍເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໄວ້ ແລະ ອີກປັດໄຈທີ່ສຳຄັນແມ່ນທາງຄະນະພັກ,ຄະນະນໍາສາຍຕັ້ງ, ສາຍຂວາງເວົ້າລວມເວົ້າສະເພາະກໍແມ່ນຄະນະນໍາຈາກກົມພາສີ,ພາສີປະຈໍາແຂວງຈຳປາສັກໄດ້ລົງໃກ້ຊິດຕິດແທດ,ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ການເປັນເຈົ້າການຂອງຄະນະດ່ານ,ພະນັກງານວິຊາການ, ສຸມສະຕິປັນຍາປະກອບສ່ວນເຮືອແຮງ,ຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ.
ທ່ານ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະທ່າບົກວັງເຕົ່າ ເນັ້ນຕື່ມອີກວ່າ: ໃນປີ 2024 ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າໄດ້ຮັບຕົວເລກແຜນການທັງໝົດ 1.349ຕື້ກີບເພີ່ມຂຶ້ນຈາກປີຜ່ານມາ36,35%.ສະນັ້ນ,

ທິດທາງແຜນການ 6 ເດືອນທ້າຍປີ, ສຸ່ມໃສ່ການຈັດເກັບລາຍຮັບໃຫ້ບັນລຸຕາມຄາດໝາຍ, ນໍາໃຊ້ມາດຕະການທາງດ້ານກົດໝາຍ ແລະນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງເຂັ້ມງວດ, ພ້ອມນີ້, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ,ພະນັກງານ-ລັດຖະກອນໃຫ້ມີຄວາມໜັກແໜ້ນ,ເອົາໃຈໃສ່ຄຸ້ມຄອງ ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດແບບເອເລັກໂຕຼນິກ,ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ຊໍາລະຄ່າພາສີ-ອາກອນຜ່ານຊ່ອງທາງຂອງທະນາຄານດ້ວຍລະບົບ Smart Tax & Fass Tax, ຊຳລະຄ່າທໍານຽມ ແລະ ຄ່າບໍລິການ ຜ່ານລະບົບ Easy Pass ຜ່ານຊ່ອງທາງຂອງທະນາຄານພັດທະນາລາວ;ເອົາໃຈໃສ່ການອໍານວຍຄວາມສະດວກໃຫ້ແກ່ພາຫະນະຂົນສົ່ງສິນຄ້າ,ເຄື່ອງຂອງເຂົ້າ-ອອກສາງທ່າບົກ-ວັງເຕົ່າໃຫ້ມີຄວາມຮັດກຸມ,ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ,ເອົາໃຈໃສ່ໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ,ປະສານສົມທົບກັບ ຂະແໜງກວດກາຄຸນນະພາບປະຈໍາດ່ານ,ຂະແໜງສ່ວຍສາອາກອນໃນການຄຸ້ມຄອງສາງສິນຄ້າ,ນໍ້າມັນເຊື້ອໄຟ ແລະ ອາຍແກັສ ແລະຊອກຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ,ອັດຊ່ອງຫວ່າງການຮົ່ວໄຫຼລາຍຮັບມອບເຂົ້າງົບປະມານຢ່າງເຂັ້ມງວດ;ຄຸ້ມຄອງພາຫະນະນໍາເຂົ້າທ່ອງທ່ຽວຢ້ຽມຢາມ,ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທັນເນີ), ເກັບຄ່າທໍານຽມພາຫະນະໃຫ້ຖືກຕາມປະເພດຂອງພາຫະນະທີ່ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ ແລະເອົາໃຈໃສ່ຈັດຕັ້ງປະຕິບັດໃນບັນດາໜ້າວຽກສໍາຄັນອື່ນໆ...ເພື່ອບຸກບືນສູ້ຊົນໃຫ້ສາມາດບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.