6 ເດືອນ ເຊກອງ ສົ່ງອອກສິນຄ້າບັນລຸ 86 ລ້ານກວ່າໂດລາ

ໃນ 6 ເດືອນຕົ້ນປີ 2024 ແຂວງເຊກອງ ປະຕິບັດການນໍາເຂົ້າສິນຄ້າໄດ້ທັງໝົດ 1,14 ລ້ານໂດລາ ທຽບໃສ່ແຜນປີເທົ່າກັບ 6,03% ແລະ ຜະລິດສິນຄ້າສົ່ງອອກ 86,54 ລ້ານໂດລາ ທຽບໃສ່ແຜນປີເທົ່າກັບ 33,8% ເຮັດໃຫ້ເກີນດຸ່ນການຄ້າປະມານ 85,39 ລ້ານໂດລາ ແລະການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍປະຕິບັດໄດ້ 227,37 ຕື້ກີບ ທຽບໃສ່ແຜນເທົ່າກັບ 78,54%.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ (ເປີດກວ້າງ) ຄັ້ງທີ 10 ສະໄໝທີ X ໃນລະຫວ່າງວັນທີ 10-12 ກໍລະກົດ 2024 ຜ່ານມາ ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງ ກໍຄືຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ສຸມໃສ່ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ໄປສູ່ຄຸນນະພາບໃໝ່ໃຫ້ເຂັ້ມແຂງ ແລະສາມາດແຂ່ງຂັນກັບຕະຫຼາດພາຍໃນ-ພາຍນອກ; ເອົາໃຈໃສ່ສ້າງທຸກເງື່ອນໄຂ ແລະ ຊຸກຍູ້ສົ່ງເສີມການຜະລິດເສດຖະກິດທໍາມະຊາດ ໄປສູ່ການຜະລິດເສດຖະກິດການຄ້າ ແລະ ເອົາໃຈໃສ່ສ້າງສິ່ງອໍານວຍໃຫ້ຜູ້ປະກອບການ-ນັກທຸລະກິດພາກເອກະຊົນພາຍໃນ ແລະ ຕ່າງປະເທດ ລົງທຶນໃນການສ້າງຕັ້ງ ແລະ ຂະຫຍາຍທຸລະກິດໃຫ້ກວ້າງອອກເປັນຕົ້ນສ້າງຕັ້ງໂຮງງານອຸດສາຫະກໍາປຸງແຕ່ງຕ່າງໆ ແລະ ຊຸກຍູ້ໂຮງງານປຸງແຕ່ງທີ່ມີແລ້ວໃຫ້ເຄື່ອນໄຫວ ແລະ ດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງພາຍໃຕ້ກອບກົດໝາຍຕິດພັນກັບການນໍາໃຊ້ວັດຖຸດິບພາຍໃນ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ທັງນີ້ກໍເພື່ອສ້າງພື້ນຖານຍູ້ແຮງການສົ່ງອອກສິນຄ້າຂອງແຂວງໃຫ້ມີມູນຄ່າເພີ່ມສູງຂຶ້ນໂດຍສະເພາະສິນຄ້າທີ່ເປັນທ່າແຮງຂອງແຂວງ, ຕະຫຼາດພາຍໃນ ແລະ ຕ່າງປະເທດຕ້ອງການ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາສາມາດຂຶ້ນ ແລະດັດແກ້ທະບຽນໄດ້ທັງໝົດ 109 ຫົວໜ່ວຍ ທຶນຈົດທະບຽນ 1,406.93 ຕື້ກີບ. ໃນນັ້ນ, ອອກໃໝ່ 79 ຫົວໜ່ວຍ ທຶນຈົດທະບຽນ 388.81 ຕື້ກີບ, ດັດແກ້ປ່ຽນແປງ 25 ຫົວໜ່ວຍ ທຶນຈົດທະບຽນ 1,008.11 ຕື້ ກີບ ແລະ ສາຂາ 5 ຫົວໜ່ວຍ ທຶນຈົດທະບຽນ 10 ຕື້ກີບ. ພ້ອມນີ້, ຍັງໄດ້ໃຫ້ຄໍາປຶກສາ, ສັງລວມຂໍ້ມູນ ແລະຈັດບູລິມະສິດ, ຝຶກອົບຮົມໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ເພື່ອຍົກສູງປະສິດທິພາບ ແລະມູນຄ່າເພີ່ມການຜະລິດເຮັດໃຫ້ການສົ່ງອອກສິນຄ້າຂອງແຂວງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະໄລຍະ.
---
ຂ່າວ-ພາບ: ສັນຍາ