ອິນທຣາໂຄໂປເຣຊັນ ສຳປະທານແຫຼ່ງທ່ອງທ່ຽວຫຼາຍແຫ່ງຢູ່ຫີນບູນ

  ບໍລິສັດອິນທຣາໂຄໂປເຣຊັນຈຳກັດຜູ້ດຽວໄດ້ຮັບອະນຸມັດໃນການສຳປະທານ ແລະພັດທະນາແຫຼ່ງທ່ອງທ່ຽວ ແລະ ການພັດທະນາກະສິກຳແບບອະນຸລັກທຳ ມະຊາດ, ຍືນຍົງ, ສີຂຽວໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າໃນໂຄງການ The Green World @ Kham ouane ໃນເຂດຂຸນກອງແລງ, ຂຸນແຂ້, ວັງນ້ຳຕົກ (ຖ້ຳຫຼວງ), ຂຸນນ້ຳປະກັນ, ຕາດຄອນແກ້ວ, ພູຄອຍຊູ້, ພູຜາຊ້າງ ແລະພູຜາດ້າງເມືອງຫີນບູນ ແຂວງຄຳມ່ວນ.

  ພິທີເຊັນສັນຍາສຳປະທານດັ່ງກ່າວຈັດຂຶ້ນໃນວັນທີ 25 ມີນາ 2019 ຜ່ານມາທີ່ເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງທ່ານ ພູຊະນະ ໄຊໂກສີ ຮອງຫົວ ໜ້າພະແນກແຜນການ ແລະການລົງທຶນ ແຂວງຄຳມ່ວນ, ທ່ານ ຂັນຕີ ໂພທິນ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງຕາງໜ້າຝ່າຍອົງການປົກຄອງແຂວງ ແລະທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາໂຄ ໂປເລຊັນຈຳກັດ, ໂດຍມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ບັນດາທ່ານການນຳຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

  ພາຍຫຼັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງບໍລິສັດກັບອົງການການປົກຄອງແຂວງຄຳມ່ວນໃນວັນທີ 27 ມີນາ 2018 ບໍລິສັດອິນທຣາໂຄໂປເຣຊັນກໍ່ໄດ້ວ່າຈ້າງບໍລິສັດວິສະວະກຳທີ່ປຶກສາສິ່ງແວດລ້ອມລາວຈຳກັດຜູ້ດຽວໃນການສຳຫຼວດ ແລະ ສ້າງບົດສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງ ທ່ອງທ່ຽວ ແລະພັດທະນາກະສິກຳແບບອະນຸລັກທຳມະຊາດ, ຍືນຍົງແລະສີຂຽວ, ບໍລິສັດທີ່ປຶກສາຈາກປະເທດໄທ, ຮົງກົງ ແລະມາເລເຊຍໃນການສ້າງແຜນທີ່ TOPO, ອອກແບບຝາຍ, ຄູກັນນ້ຳ, ກິດຈະກຳພະຈົນໄພ ແລະການຕະຫຼາດເຊິ່ງບັນດາໜ້າວຽກຕ່າງໆທີ່ປິ່ນອ້ອມແຜນງານສຶກສາສຳຫຼວດຄວາມເປັນໄປໄດ້ໃນ ການພັດທະນາແມ່ນໄດ້ສຳເລັດສົມບູນໃນຕົ້ນປີ 2019 ເຊິ່ງປະກອບດ້ວຍ 8 ເຂດພັດທະນາຄື: ຂຸນກອງແລງ, ຂຸນແຂ້, ວັງນ້ຳຕົກ (ຖ້ຳຫຼວງ), ຂຸນນ້ຳປະກັນ, ຕາດຄອນແກ້ວ, ພູຄອຍຊູ້, ພູຜາຊ້າງ ແລະ ພູຜາດ້າງແລະໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳເຊັ່ນ: ສູນບໍລິການນັກທ່ອງທ່ຽວ, ບ່ອນຈອດລົດ, ໂຮງ ແຮມ, ຣີສອດ (ບ້ານແຄັບຊູນແບບທັນສະໄໝ, ເຮືອນໄມ້ໄຜ່ ແລະເຮືອນຊົງລາວ), ສວນອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ຖະໜົນຄົນຍ່າງ, ເຮືອນພັກຕາກອາກາດ, ສູນຮັກສາສຸຂະພາບ, ສວນນ້ຳ, ຈຸດເບິ່ງ ທັດສະນີຍະພາບ, ຂົວແກ້ວ, ໂຮງງານຜະລິດນ້ຳແຮ່ທາດ, ສວນພຶກສາ, ສູນວິໄຈປູກພືດພັນ, ສິນ ຄ້າຈາກສະໝູນໄພພື້ນເມືອງລາວ, ບໍລິການກິດຈະກຳແບບທຳມະຊາດປະກອບມີ: ລອຍນ້ຳ, ດຳນ້ຳ, ຂີ່ລົດຖີບ, ຂີ່ມ້າ, ຂີ່ຄວາຍ, ຍ່າງປ່າ, ສຳຫຼວດຖ້ຳ, ຕັ້ງແຄ້ມແລະກິດຈະກຳພະຈົນໄພປະກອບມີ: ພາຍເຮືອຄາຍັກ, ໄຕ່ເຊືອກ, ຂີ່ສະລິງ, ຂີ່ບອນລູນ, ຂີ່ລົດ ATV-UTV, ຂີ່ລົດໂກຄາດ, ຂີ່ລົດ Off load, ປີນຜາ , ໂດດຈ້ອງ, ຂີ່ລູກບານຍັກ, ປີນຜາ, ຍິງປືນແລະກິດຈະກຳໄຕ່ໜ້າຜາ.

  ເຊິ່ງແຜນພັດທະນາເບື້ອງຕົ້ນແມ່ນຈະໄດ້ສຸມໃສ່ອະນາໄມບໍລິເວນອ້ອມຮອບຂຸນນ້ຳ, ສາຍນ້ຳ, ຟື້ນຟູປ່າໄມ້, ຈັດສວນ ແລະປູກຕົ້ນໄມ້ຄືນໃໝ່ໃນເຂດບໍລິ ເວນຂຸນນ້ຳກອງແລງຈາກນັ້ນກໍ່ຈະສູມໃສ່ກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ບ່ອນຈອດລົດ, ຈຸດບໍລິການນັກທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມ, ຣີສອດ, ເຮືອນພັກຕາກອາກາດ, ກິດຈະກຳທາງທຳມະຊາດ ແລະກິດຈະກຳພະຈົນໄພ.

ຂ່າວ: ກອງຄຳ