ວານິດາ ອິນທະວົງ ຮອງອັນດັບ1 ນາງສາວຜ້າໄຫມລາວ

ບອກໄວ້ເລີຍອານາຄົດສົດໃສ ນາງ ວານິດາ ອິນທະວົງ ຫຼືທີ່ຮູ້ຈັກຊື່ຫຼີ້ນ ( ນໍ້າໜື່ງ ) ແມ່ນໜື່ງໃນ ສາວງາມຜູ້ເຂົ້າປະກວດ 25 ນາງສາວ ເວທີ ນາງສາວຜ້າໄຫມລາວ ເປັນໜຶ່ງນ້ອງ ທີ່ມີຄວາມຮູ້ຄວາມສາມາດຫຼາຍດ້ານ ທີ່ໄດ້ເຫັນສະແດງຢູ່ເວທີ່ປະກວດພາຍໃນ ແລະ ຕ່າງປະເທດມາແລ້ວ ແລະ ຫຼ້າສຸດເພິ່ນກໍ່ໄດ້ຮອງອັນດັບ1 ນາງສາວຜ້າໄຫມລາວ 2024. ເພິ່ນມີຄຳຂວັນວ່າ: ບໍ່ມີໃຜບໍ່ເຄີຍລົ້ມເຫຼວ ບໍ່ມີໃຜບໍ່ເຄີຍຜິດຫວັງ ຂຶ້ນຢູ່ກັບວ່າເຮົາຈະມີຄວາມພະຍາຍາມສໍ່າໃດ ຂໍພຽງແຕ່ເຮົາເຊື່ອໝັ້ນໃນຕົນເອງ ນັ້ນແຫຼະເຮົາມາຮອດເຄິ່ງທາງແລ້ວ.
ຫຼັງຈາກການແຂງຂັນສຳເລັດນາງວານິດາ ອິນທະວົງ ຮອງອັນດັບ 1 ນາງສາວຜ້າໄໝລາວ 2024 ກ່າວຄວາມຮູ້ສຶກສວນຕົວ ວ່າ: ນ້ອງເອງຮູ້ສຶກປື້ມປິຕິຍິນດີຫຼາຍທີ່ໄດ້ຮັບຕຳແໜ່ງນີ້ ກວ່າຈະມາຮອດຈຸດນີ້ໄດ້ບໍ່ແມ່ນເລື່ອງງ່າຍເລີຍໂຕນໍ້າໜຶ່ງເອງໄດ້ພະຍາຍາມເຝິກຝົນຫຼໍ່ຫຼອມຕົນເອງຢູ່ເລື້ອຍໆບໍ່ວ່າຈະເປັນບຸກຄະລິກກະພາບ, ການປະພຶດ ແລະ ກິລິຍາທ່າທີ ແລະ ມື້ນີ້ນໍ້າໜຶ່ງກໍສາມາດເຮັດຕາມຄວາມຝັນຂອງຕົນເອງໄດ້ສຳເລັດ.
ນໍ້າໜຶ່ງເອງຕ້ອງຂໍຂອບໃຈພໍ່ແມ່ Da LounnyAeng Inthavong, ລຸງບົວເພັດ ຈັງ, ຄອບຄົວ, ໝູ່ຄູ່ ແລະ ຄົນອ້ອມຂ້າງທຸກໆຄົນທີ່ສະໜັບສະໜູນຄວາມຝັນຂອງນໍ້າໜຶ່ງ ໃຫ້ກຳລັງໃຈສົ່ງແຮງເຊຍໃຫ້ນໍ້າໜຶ່ງມາໂດຍຕະຫຼອດທັງໃນຫນ້າງານ ແລະ ໃນໂຊຊ້ຽວ ທຸກຄົນຄືສ່ວນໜຶ່ງທີ່ຊ່ວຍກັນເຕີມເຕັມຄວາມຝັນຂອງນໍ້າໜຶ່ງໃຫ້ກາຍເປັນຈິງ.
ຂໍຂອບໃຈໂຄງການປະກວດThay Make Upນາງສາວຜ້າໄໝລາວທີ່ເປີດໂອກາດໃຫ້ນ້ອງໄດ້ສະແດງສະກະຍະພາບ, ຂອບໃຈອ້າຍລ້ຽງເອື້ອຍລ້ຽງ Thip Make UpLaiphone VingsavanMēk Konmek, ຄູອາຈານ Kham SoneKone Nanthakone ແລະ ທີມງານກອງປະກວດນາງສາວຜ້າໄໝລາວທຸກໆຄົນທີ່ຄອຍສິດສອນໃຫ້ຄວາມຮູ້ ແລະ ຊ່ວຍປັບບຸກຄະລິກພວກນ້ອງທັງ 25 ນາງສາວ ຂໍຂອບໃຈຄູ Beer Inthavong ຫຼາຍໆເຖິງໂຕຈະຢູ່ໄກກັນ ແຕ່ຄູເບຍກະເປັນຫ່ວງເປັນໃຍນໍ້າໜຶ່ງສະເໝີຄອຍໃຫ້ຄຳປຶກສາເລື່ອງເສື້ອຜ້າໜ້າຜົມ, ຄອຍໃຫ້ກຳລັງໃຈນໍ້າໜຶ່ງມາຕະຫຼອດ.