ຈັບສອງອ້າຍນ້ອງຮ່ວມກັນຄ້າ-ຂາຍ ແລະເສບຢາເສບຕິດ

ໃນກາງເດືອນ ມິຖຸນາ ຫາ ຕົ້ນເດືອນ ກໍລະກົດ 2024 ນີ້, ເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີສອງອ້າຍນ້ອງເຄື່ອນໄຫວຄ້າ - ຂາຍ ແລະ ເສບຢາເສບຕິດ ປະເພດ (ຢາບ້າ) ຢູ່ເທດສະບານເມືອງໄຊຍະບູລີ, ຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ນໍາໜ່ວຍງານວິຊາສະເພາະລົງເຄື່ອນໄຫວກວດກາຕິດຕາມ ຈື່ງໄດ້ພົບເຫັນວ່າມີມູນຄວາມຈິງແທ້ ແລະ ໄດ້ສະແດງຕົວ ເຂົ້າກັກຕົວ ທ້າວ ທອງສະຫັວນ ທອງມະນີວົງ ອາຍຸ 54 ປີ, ອາຊີບປະຊາຊົນ, ບ້ານສີເມືອງ, ເມືອງໄຊຍະບູລີ, ພ້ອມຂອງກາງຢາເສບຕິດປະເພດ (ຢາບ້າ) ຈໍານວນ 1,463 ເມັດ, ໂທລະສັບມືຖື 01 ເຄື່ອງ, ເງິນກີບ 689,000 ກີບ ແລະ ທ້າວ ແສງເພັດ ທອງມະນີວົງ (ຜູ້ເປັນນ້ອງຊາຍ) ອາຍຸ 42 ປີ, ອາຊີບປະຊາຊົນ, ບ້ານສີເມືອງ, ເມືອງໄຊຍະບູລີ, ພ້ອມຂອງກາງຢາເສບຕິດປະເພດ (ຢາບ້າ) ຈໍານວນ 02 ເມັດ, ຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ນໍາຕົວ ທັງສອງ ມາດໍາເນີນການສືບສວນ - ສອບສວນ.
ຜ່ານການສືບສວນ - ສອບສວນຂອງເຈົ້າໜ້າທີ່ ຜູ້ຖືກຫາທັງສອງຄົນຍອມຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນເປັນຂອງຕົນເອງແທ້ ເຊີ່ງທ້າວ ແສງເພັດ ຜູ້ເປັນນ້ອງໄດ້ເລີ່ມພົວພັນເສບຢາເສບຕິດແຕ່ປີ 2003 ແລະ ທ້າວ ທອງສະຫວັນ ແມ່ນໄດ້ເລີ່ມພົວພັນເສບຢາເສບຕິດແຕ່ປີ 2005 ເປັນຕົ້ນມາ ຕົກມາຮອດປິ 2020 ທັງສອງຄົນໄດ້ມີການພົວພັນຄ້າ - ຂາຍຢາເສບຕິດນໍາພັກພວກດຽວກັນຫຼາຍຄັ້ງ, ຄັ້ງລ້າສຸດ ກ່ອນຖືກເຈົ້າໜ້າທີ່ກັກຕົວ ທ້າວ ທອງສະຫວັນ ຜູ້ເປັນອ້າຍ ໄດ້ໂທສັ່ງຢາບ້ານໍາພັກພວກດຽວກັນ ຈໍານວນ 8 ຖົງ ໃນລາຄາ 7,000,000 ກີບ, ພາຍຫຼັງໄດ້ຢາບ້າມາແລ້ວ ກໍ່ເອົາມາແບ່ງຂາຍໃຫ້ທ້າວ ແສງເພັດ ຈໍານວນ 100 ເມັດ ໃນລາຄາ 1,000,000 ກີບ ແລະ ໄດ້ແບ່ງເສບ 37 ເມັດ ຍັງເຫຼືອຈໍານວນ 1,463 ເມັດ ຊຸກເຊື່ອງໄວ້ຖົງຢາງຫໍ່ເຈ້ຍໄວ້ຖົງໂສ້ງ ແລະ ບ່ອນແຕ່ງກິນ ເພື່ອກຽມໄວ້ຂາຍ, ສ່ວນທ້າວ ແສງເພັດ ຜູ້ເປັນນ້ອງ ພາຍຫຼັງໄດ້ຢາບ້ານໍາຜູ້ເປັນອ້າຍມາແລ້ວ ກໍ່ແບ່ງໄວ້ເສບ ແລະ ຂາຍຕໍ່ໃຫ້ໄວໜຸ່ມຕາມເທສະບານເມືອງໄຊຍະບູລີ ຈໍານວນ 65 ເມັດ ແລະ ເອົາໄວ້ເສບ 33 ເມັດ ຍັງເຫຼືອ 2 ເມັດ ຊຸກເຊື່ອງໄວ້ຫ້ອງນອນຂອງຕົນເອງ ຮອດວັນທີ 6 ກໍລະກົດ 2024 ທັງສອງຄົນຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງໄຊຍະບູລີ