ສຶກສາເຕັກນິກ, ຜົນກະທົບສິ່ງແວດລ້ອມ ແລະສັງຄົມໂຄງການສາຍສົ່ງ

  ວັນທີ11 ເມສາຜ່ານມາທີ່ກະຊວງພະລັງງານ ແລະບໍ່ແຮ່ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ-ເສດຖະກິດ ແລະສຶກສາຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ ແລະສັງຄົມຂອງໂຄງການສາຍສົ່ງລະຫວ່າງກະຊວງພະລັງງານ ແລະບໍ່ແຮ່ ແລະອົງການການເງິນສາກົນ ໂດຍລົງນາມສັນຍາຂອງທ່ານ ທອງພັດ ອິນທະວົງ ຜູ້ຈັດການຝ່າຍລົງທຶນໃນໂຄງການຊັບພະຍາກອນທໍາມະຊາດ ແລະ ພື້ນຖານໂຄງລ່າງປະຈໍາພາກພື້ນອາຊີ ແລະປາຊີຟິກຂອງອົງການ IFC, ມີບັນຫົວໜ້າກົມ, ຮອງກົມກະຊວງພະລັງງານ ແລະບໍ່ແຮ່ເຂົ້າຮ່ວມ.

  ອີງໃສ່ທ່າແຮງພື້ນຖານທາງດ້ານພູມສາດ ແລະຊັບພະຍາກອນທຳມະຊາດຂອງປະເທດ, ການສະໜອງພະລັງງານຕົ້ນຕໍຂອງປະເທດໄດ້ມີການຂະຫຍາຍຕົວ ໃນລະດັບ7,5%ຕໍ່ປີ ເຮັດໃຫ້ການສົ່ງອອກພະລັງງານໄຟຟ້າເພີ່ມຂຶ້ນເກືອບ 4 ເທົ່າຕົວພາຍໃນໄລຍະເວລາ 15 ປີແຕ່ປີ 2000-2015 ການພັດທະນາພຶ້ນຖານໂຄງລ່າງສາຍສົ່ງພັດເຫັນວ່າມີຄວາມຊັກຊ້າຊຶ່ງອາດເປັນການຈຳກັດຄວາມອາດສາມາດຂອງປະເທດໃນການຜັນຂະຫຍາຍທ່າແຮງທີ່ມີໃນພາກການຜະລິ ດເພື່ອຕອບສະໜອງການຊົມໃຊ້ພາຍໃນ ແລະການສົ່ງອອກ.

  ເພື່ອເປັນການຊ່ວຍລະດົມການລົງທຶນຈາກພາກເອກະຊົນເຂົ້າໃນການຂະຫຍາຍເຄືອຂ່າຍຕາໜ່າງແຈກຢາຍພະລັງງານທີ່ມີໃນປະຈຸບັນ, ຊຶ່ງອົງການການ ເງິນສາກົນ IFC ຈະໃຫ້ການຊ່ວຍເຫຼືອກະຊວງພະລັງງານໃນການປະເມີນບັນດາໂຄງການສາຍສົ່ງຈຳນວນໜຶ່ງ ແລະກຳນົດຫາໂຄງການສະເພາະເພື່ອຈະລະດົມການລົງທຶນຂອງພາກເອກະຊົນພາຍໃຕ້ຮູບການລົງທຶນທີ່ເໝາະສົມໃນນ້ັນໂຄງການອາດແມ່ນເພື່ອການສະໜອງພະລັງງານໄຟຟ້າພາຍໃນ ຫຼືການສົ່ງອອກ.

  ທ່ານ ທອງພັດ ອິນທະວົງ ກ່າວວ່າ: ເພື່ອໃຫ້ສາມາດນຳໃຊ້ທ່າແຮງທາງດ້ານການຜະລິດພະລັງງານໄຟຟ້າທີ່ມີຫຼາຍຢູ່ປະເທດເຮົາມີຄວາມຈຳເປັນຢ່າງຍິ່ງທີ່ ຕ້ອງໄດ້ພັດທະນາພື້ນຖານໂຄງລ່າງສາຍສົ່ງທີ່ມີຄຸນນະພາບ, ປະຈຸບັນເປັນຊ່ວງໄລຍະທີ່ລັດຖະບານພວມສຸມໃສ່ຂະຫຍາຍການສົ່ງອອກພະລັງງານໄຟຟ້າເພື່ອຊຸກຍູ້ກາຍຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ.

 ໂດຍໃນໄລຍະ 6 ເດືອນພາຍຫຼັງການເຊັນບົດບັນທຶກອົງການໄອເອັບຊີຈະເພີ່ມກັບລັດວິສາຫະກິດໄຟຟ້າລາວດຳເນີນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຕໍ່ໂຄງການສາຍສົ່ງ 500 ກິໂລໂວນ (KV) ເສັ້ນໜຶ່ງທີ່ຈະນຳໃຊ້ເຂົ້າໃນການສົ່ງພະລັງງານໄຟຟ້າຈາກ ສປປ ລາວ ໄປສູ່ປະເທດຫວຽດນາມ,ຖ້າຜົນການສຶກສາຫາກພົບວ່າໂຄງການສາຍສົ່ງເສັ້ນດັ່ງກ່າວບໍ່ແທດເໝາະ,ອົງການໄອເອັບຊີກໍຈະສຶບຕໍ່ຊ່ວຍກະຊວງພະລັງງານ ແລະ ບໍ່ແຮ່ໃນການກຳນົດຫາ ແລະປະເມີນໂຄງ ການສາຍສົ່ງເສັ້ນອື່ນໆທີ່ອາດເໝາະສົມສຳລັບການລົງທຶນຂອງພະເອກະຊົນ.

ຂ່າວ: ວົງມະນີ