ກະຊວງແຜນການ ແລະການລົງທຶນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳລາວ (UNFPA) ແລະ ບັນດາພາກສ່ວນກ່ຽວຈັດພິທີສະເຫລີມສະຫລອງວັນປະຊາກອນໂລກ ປະຈຳປີ 2024 ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ກໍລະກົດ ພາຍໃຕ້ຫົວຂໍ້ “ສານຕໍ່ຄຳໝາຍໝັ້ນ: ຢຸດຕິຄວາມບໍ່ສະເຫມີພາບ ດ້ານສິດທິສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ ”. ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງວັນປະຊາກອນໂລກ ໃນການເພີ່ມທະວີຄວາມຮັບຮູ້ເຖິງຄວາມຄືບໜ້າ ແລະ ຄໍາໝາຍຫມັ້ນ ຂອງ ສປປ ລາວ, ພ້ອມສະແດງໃຫ້ເຫັນເລື່ອງລາວຂອງຄວາມສໍາເລັດ, ແລະການຮຽນຮູ້ຈາກການປະຕິບັດທີ່ດີທີ່ສຸດເພື່ອເລັ່ງດຳເນີນການຈັດຕັ້ງປະຕິບັດແຜນດຳເນີນງານກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA). ເຊິ່ງກິດຈະກໍາຂອງພິທີສະເຫລີມສະຫລອງໄດ້ເນັ້ນຫນັກໃສ່ກິດຈະກຳທີ່ປະສົມປະສານດ້ານສິລະປະ ແລະ ຂໍ້ມູນ, ໂດຍການມີສ່ວນຮ່ວມຂອງກຸ່ມໄວໜຸ່ມທີ່ມີພອນສະຫວັນ ແລະ ຄວາມສາມາດດ້ານການສະແດງຕ່າງໆ ແລະການສ້າງສັນຜົນງານຜ່ານງານສິນລະປະການອອກແບບ ທີ່ເປັນມິດກັບສິ່ງແວດລ້ອມ ທີ່ສະແດງໃຫ້ເຫັນເຖິງມໍລະດົກຂອງລາວ ແລະຄວາມເປັນຜູ້ນໍາ ຂອງບັນດາຊົນເຜົ່າ, ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ (LBGTQI) ແລະກຸ່ມໄວໜຸ່ມທີ່ມີຄວາມພິການ.
ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ແມ່ນໃຫ້ຄວາມສຳຄັນໃນການເກັບກຳ ແລະ ຜະລິດຂໍ້ມູນສະຖິຕິລັກສະນະດ້ານປະຊາກອນ ແລະຕົວເລກດ້ານເສດຖະກິດສັງຄົມທີ່ສຳຄັນຜ່ານການສຳຫລວດພົນລະເມືອງ ແລະທີ່ຢູ່ອາໃສ, ການສຳຫລວດດັດສະນີໝາຍສັງຄົມລາວ ແລະການສຳຫລວດ ອື່ນໆ ແລະ ປັບປຸງລະບົບຖານຂໍ້ມູນສະຖິຕິອື່ນໆ ເຊັ່ນ: ລະບົບສະຖິຕິສາທາລະນະສຸກ, ສະຖິຕິສຶກສາ ແລະ ກິລາ, ການຈົດທະບຽນ ແລະສະຖິຕິພົນລະເມືອງ ເຫລົ່ານີ້ເປັນຕົ້ນເພື່ອສະໜອງຂໍ້ມູນທີ່ທັນເວລາ ແລະມີຂໍ້ມູນແຍກເພດ ແລະກຸ່ມອາຍຸ, ຕາມເຂດ ແລະລະດັບການສຶກສາເປັນຕົ້ນ.
ທ່ານ ດຣ. ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ໃຫ້ຄຳໝາຍໝັ້ນທີ່ເຂັ້ມແຂງ ແລະ ຕໍ່ເນື່ອງ ຕໍ່ແຜນດຳເນີນງານຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ໂດຍກ່າວວ່າ, “ເມື່ອສາມສິບປີກ່ອນ, ໃນກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ, ສປປ ລາວ ເຫັນດີເຫັນພ້ອມໃນການເອົາຄົນເປັນຈຸດໃຈກາງຂອງການພັດທະນາ, ນັບແຕ່ນັ້ນມາ, ສປປ ລາວກໍ່ໄດ້ຊຸກຍູ້ໃຫ້ມີຄວາມກ້າວໜ້າທີ່ສຳຄັນຫລາຍດ້ານ ໃນການເຂົ້າເຖິງການບໍລິການຮັກສາສຸຂະພາບຈະເລີນພັນຂອງແມ່ຍິງ, ຫຼຸດການເສຍຊີວິດຂອງແມ່, ແລະການປັບປຸງຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໜຶ່ງໃນວິລະຊົນທີ່ມີພຽງໜ້ອຍຄົນຮູ້ຈັກ ເຊິ່ງເປັນປັດໃຈຊຸກຍູ້ຄວາມກ້າວຫນ້າເຫຼົ່ານີ້ ກໍຄືຂໍ້ມູນຕົວເລກ, ທີ່ຊ່ວຍໃຫ້ພວກເຮົາມີເຄື່ອງມືທີ່ຈໍາເປັນ ໃນການຕິດຕາມ ແລະບັນລຸເປົ້າຫມາຍການພັດທະນາແບບຍືນຍົງ. ການປັບປຸງການເກັບກຳ ແລະການວິເຄາະຂໍ້ມູນ, ເປັນຕົ້ນແມ່ນເຕັກໂນໂລຊີ ຈະຍັງສືບຕໍ່ເພີ່ມຄວາມພ້ອມໃນການສະໜອງຂໍ້ມູນໃຫ້ຄົບຖ້ວນ ແລະຖືກຕ້ອງຫຼາຍຂຶ້ນ ທີ່ສາມາດຮັບຮູ້ກ່ຽວກັບພົນລະເມືອງກຸ່ມທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດ, ຊ່ວຍໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດວັດແທກ ແລະບັນລຸເປົ້າໝາຍທີ່ກ່ຽວຂ້ອງກັບການມີສຸຂະພາບທີ່ດີ ແລະການບັນລຸສິດທິ ແລະທາງ ເລືອກຕ່າງໆ, ໂດຍບໍ່ປະປ່ອຍໃຜໄວ້ທາງຫລັງ”.
ໃນພິທີ ໄດ້ຈັດສະແດງບັນດາຜົນງານທີ່ປະສົບຜົນສໍາເລັດໃນປີທີ່ຜ່ານມາ, ສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານແລະ ການບໍລິການສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນຢ່າງທົ່ວເຖິງ, ຮັບຮູ້ເຖິງສິດທິໃນການຈະເລີນພັນ, ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະໄວໜຸ່ມ, ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຖືກປະປ່ອຍໄວ້ທາງຫຼັງ. ໃນໄລຍະຫຼາຍປີແຫ່ງການຮ່ວມມືທີ່ເຂັ້ມແຂງ, ລັດຖະບານ ສປປ ລາວ ແລະອົງການ UNFPA ໄດ້ສະໜັບສະໜູນຂໍ້ລິເລີ່ມຕ່າງໆ ເພື່ອເພີ່ມຄວາມພ້ອມໃນການມີຂໍ້ມູນ ແລະການເຂົ້າເຖິງຂໍ້ມູນປະຊາກອນໃນລັກສະນະຕ່າງໆງ, ລວມທັງການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ການປັນຜົນທາງດ້ານປະຊາກອນ, ການສຳຫຼວດພົນລະເມືອງ, ການສຳຫຼວດ ແລະການຄົ້ນຄວ້າຕ່າງໆ. ຄວາມພະຍາຍາມນີ້ໄດ້ອໍານວຍຄວາມສະດວກໃຫ້ແກ່ ການກຳນົດນະໂຍບາຍພົນລະເມືອງທີ່ກວມເອົາທຸກກຸ່ມຄົນ ແລະການເຊື່ອມສານ ດ້ານສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ, ສິດທິໃນການຈະເລີນພັນ ແລະບົດບາດຍິງ-ຊາຍ ເຂົ້າໃນແຜນງານຂອງບັນດາຂະແໜງການ. ນອກຈາກນີ້, ພາກສ່ວນກ່ຽວຂ້ອງຍັງໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດທີ່ສຳຄັນຫລາຍດ້ານຂອງ ສປປ ລາວ ລວມທັງການຫຼຸດຜ່ອນອັດຕາສ່ວນ ຂອງປະຊາກອນທີ່ດຳລົງຊີວິດຕໍ່າກວ່າເສັ້ນຄວາມທຸກຍາກແຫ່ງຊາດ ຈາກ 48% ໃນປີ 1990 ມາເປັນ 18.3% ໃນປີ 2018-2019, ການຫຼຸດອັດຕາການເສຍຊີວິດຂອງແມ່ ຈາກ 905 ຕໍ່ການເກີດມີຊີວິດ 100,000 ຄົນ ໃນປີ 1990 ມາເປັນ 126 ຕໍ່ການເກີດລູກທີ່ມີຊີວິດ 100,000 ຄົນ ໃນປີ 2020, ເຊິ່ງອັດຕາການເກີດລູກ ທີ່ມີບຸກຄະລາກອນທີ່ມີຄວາມຊຳນານຊ່ວຍເກີດເພີ່ມຂື້ນເຖິງ 79.8% ເປີເຊັນ.
ເຖິງແມ່ນວ່າ ສປປ ລາວ ຈະມີຄວາມຄືບໜ້າທີ່ສຳຄັນຫລາຍດ້ານ ໃນໄລຍະສາມທົດສະວັດທີ່ຜ່ານມາ, ແຕ່ຄວາມແຕກຕ່າງຍັງມີຢູ່ໃນກຸ່ມຊົນເຜົ່າ, ຂົງເຂດພູມສັນຖານ, ກຸ່ມອາຍຸ, ແລະ ໃນກຸ່ມພື້ນຖານເສດຖະກິດ-ສັງຄົມ. ຕົວຊີ້ວັດທີ່ສໍາຄັນທີ່ໄດ້ສະແດງໃຫ້ເຫັຍຂໍ້ມູນໃໝ່ຈາກ ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ຄືຂໍ້ມູນຂອງ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍ 5.6.1 ເຊິ່ງຮັບຮູ້ຄວາມສໍາຄັນຂອງຄວາມເປັນເອກະລາດທາງດ້ານຮ່າງກາຍ ເຊິ່ງເປັນສິດທິມະນຸດ. ຕົວເລກໄດ້ສະແດງໃຫ້ເຫັນວ່າມີແມ່ຍິງພຽງແຕ່ 18% ເທົ່ານັ້ນ ທີ່ສາມາດຕັດສິນໃຈເອງໄດ້ກ່ຽວກັບການນໍາໃຊ້ການຄຸມກໍາເນີດ ແລະ ມີພຽງແຕ່ 45% ເທົ່ານັ້ນ ທີ່ພວກເຂົາສາມາດຕັດສິນໃຈເອງກ່ຽວກັບການຮັກສາສຸຂະພາບ. ຕົວເລກນີ້ຍິ່ງຮ້າຍແຮງອີງໃສ່ຄວາມແຕກໂຕນລະຫວ່າງເຂດຕົວເມືອງ ແລະຊົນນະບົດ (ໂດຍສະເພາະແມ່ນເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ) ແລະ ຕາມກຸ່ມອາຍຸ, ກຸ່ມຊົນເຜົ່າ ແລະ ແຕ່ລະພາກ.
ໃນຂະນະທີ່ພາບລວມຂອງປະຊາກອນ ໄດ້ປ່ຽນແປງໄປສູ່ອັດຕາສ່ວນຂອງ ແມ່ຍິງໄວເຮັດວຽກ ທີ່ເພີ່ມຫຼາຍຂຶ້ນ, ພວກເຮົາຕ້ອງເພີ່ມຄວາມເອົາໃຈໃສ່ຂອງພວກເຮົາຕໍ່ໄວໜຸ່ມຍິງ ແລະແມ່ຍິງ ໃຫ້ຫລາຍຂຶ້ນກວ່າເກົ່າ, ໂດຍສະເພາະກ່ຽວກັບບັນຫາຕ່າງໆເຊັ່ນການຖືພາຂອງໄວໜຸ່ມ ແລະການແຕ່ງດອງຂອງເດັກ. ຕົວຢ່າງ: ໃນແຂວງບໍ່ແກ້ວ ແມ່ນພົບພໍ້ກັບບັນຫາ ອັດຕາການຖືພາຂອງໄວໜຸ່ມມີເຖິງ 27%, ເຊິ່ງຫຼາຍກວ່າອັດຕາສະເລ່ຍທົ່ວໂລກເຖິງ 2 ເທົ່າ. ບັນຫາການແຕ່ງດອງຂອງເດັກ, ຫຼາຍກວ່າເຄິ່ງຫນຶ່ງຂອງແມ່ຍິງລາວທີ່ທຸກຍາກທີ່ສຸດ ແມ່ນໄດ້ແຕ່ງດອງກ່ອນອາຍຸ 18 ປີ, ເຊິ່ງຫຼາຍກວ່າແມ່ຍິງທີ່ຮັ່ງມີ ເຖິງ 5 ເທົ່າ. ການສຶກສາຍັງເປັນສິ່ງທີ່ສໍາຄັນ; ເດັກຍິງທີ່ບໍ່ໄດ້ຮັບການສຶກສາ ແມ່ນມີອັດຕາການເກີດລູກທີ່ສູງກວ່າ ແມ່ຍິງທີ່ໄດ້ຮັບການສຶກສາສູງກວ່າເຖິງ 8 ເທົ່າ. ຈາກຂໍ້ມູນໄດ້ສະແດງໃຫ້ເຫັນວ່າ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນການລົງທຶນເພື່ອການພັດທະນາທີ່ສຳຄັນ, ໂດຍການຕອບແທນ ແລະ ສ້າງຜົນປະໂຫຍດທາງດ້ານສັງຄົມ ແລະເສດຖະກິດຢ່າງຫຼວງຫຼາຍ, ແລະຜົນຕອບແທນທີ່ສຳຄັນ ສາມາດໄດ້ຮັບຈາກການວາງແຜນຄອບຄົວທີ່ອີງໃສ່ສິດທິ, ການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈ, ປັບປຸງຜົນໄດ້ຮັບທາງດ້ານການສຶກສາ, ເພີ່ມລາຍຮັບຕະຫຼອດຊີວິດສຳລັບເດັກຍິງ, ແລະເສີມຂະຫຍາຍການມີສ່ວນຮ່ວມຂອງແຮງງານແມ່ຍິງ.
ໃນພິທີຍັງໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຮ້າຍແຮງຂຶ້ນຍ້ອນບັນຫາຄວາມແຕກຕ່າງໃນກຸ່ມຊົນເຜົ່າ, ຂົງເຂດ, ກຸ່ມອາຍຸ, ແລະສະຖານະທາງເສດຖະກິດ-ສັງຄົມ, ຊຶ່ງພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ເຖິງ ຄວາມຈໍາເປັນທີ່ສໍາຄັນໃນການສືບຕໍ່ລົງທຶນໃສ່ຂໍ້ມູນຕົວເລກຢ່າງຕໍ່ເນື່ອງເພື່ອກໍານົດ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຄົນທີ່ດ້ອຍໂອກາດ.ພິທີສະເຫລີມສະຫລອງໃນປີນີ້ຍັງໄດ້ສຸມໃສ່ເຖິງຜົນກະທົບດ້ານການຫັນປ່ຽນຂອງການສ້າງຂໍ້ມູນທີ່ລວມເອົາທຸກກຸ່ມຄົນ ແລະຄວາມສຳຄັນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ ສປປ ລາວ ທີ່ຈະມາເຖິງນີ້ເພື່ອຜະລິດຂໍ້ມູນທີ່ເຂັ້ມແຂງກ່ຽວກັບຄຸນລັກສະນະທາງດ້ານເສດຖະກິດ-ສັງຄົມ ເພື່ອເປັນຂໍ້ມູນໃນຂະບວນການວາງແຜນ ເພື່ອແນໃສ່ໃຫ້ບັນລຸ 3 ເປົ້າໝາຍໃຫ້ເຫລືອສູນມີດັ່ງນີ້: ຍຸດຕິການເສຍຊີວິດຂອງແມ່ທີ່ປ້ອງກັນໄດ້, ຍຸດຕິຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ແລະ ຍຸດຕິຄວາມຮຸນແຮງບົນພື້ນຖານທາງເພດ ແລະທຸກການກະທຳທີ່ເປັນອັນຕະລາຍ, ລວມທັງການແຕ່ງດອງຂອງເດັກ.
ຂ່າວ: ສາວລາວໃຕ້