ປີໃໝ່ 3 ວັນ ນະຄອນຫຼວງວຽງຈັນ ເສຍຊີວິດ 5 ຄົນ ຈາກອຸບັດຕິເຫດ

   ກ່ອນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວເຖິງແມ່ນເຈົ້າໜ້າທີ່ຈະມີການເອົາໃຈໃສ່ໃນການໂຄສະນາ ແລະເຂັ້ມງວດຕໍ່ການປະຕິບັດໜ້າທີ່ຕໍ່ຜູ້ຂັບຂີ່ກໍຕາມ ແຕ່ຕົວເລກອຸບັດເຫດຕາມທ້ອງຖະໜົນຍັງເກີດຂຶ້ນຫຼາຍອັນໄດ້ສົ່ງຜົນເສຍຫາຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນສະເພາະຢູ່ນະຄອນຫຼວງວຽງຈັນ ພຽງ 3 ວັນມີອຸບັດເຫດເກີດທັງໝົດ 20 ຄັ້ງ ແລະມີຜູ້ເສຍຊີວິດທັງໝົດ 5 ຄົນ ຖ້າທຽບໃສ່ປີຜ່ານມາອຸບັດເຫດຫຼຸດລົງ ປີ 2018 ເກີດ 33 ລາຍ ເສຍຊີວິດ 6 ຄົນ.

  ຕຳຫຼວດພະແນກຈາລະຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄລຍະບຸນປີໃໝ່ລາວແຕ່ວັນທີ 14-16 ເມສາ 2019 ຕາມການລົງພື້ນທີ່ເກັບກຳຂໍ້ມູນຕົວເລກຕາມທ້ອງຖະໜົນມີອຸບັດເຫດເກີດຂຶ້ນທັງໝົດ 20 ຄັ້ງ, ພາຫະນະເປ່ເພເລັກນ້ອຍ 10 ຄັນ, ສົມຄວນ 30 ຄັນ, ມີຄົນຮັບບາດເຈັບເລັກນ້ອຍ 11 ຄົນ, ສົມຄວນ 8 ຄົນ, ສາຫັດ 10 ຄົນ ແລະເສຍຊີວິດ 5 ຄົນ.

 ນອກຈາກນີ້ຜ່ານການຈັດຕັ້ງປະຕິບັດລະບຽບຈາລະຈອນຍັງພົບຜູ້ລະເມີດທັງໝົດ 188 ຄົນ, ສຶກສາອົບຮົມ 137 ໃບ, ຂຽນໃບສັ່ງ 51 ໃບ, ກັກເອກະ ສານ 52 ໃບ, ກວດກາພົບຄວາມໄວ 57 ຄົນ, ກວດພົບທາດເຫຼົ້າ 58 ຄົນ ແລະເມືອງເກີດອຸບັດເຫດຫຼາຍກວ່າໝູ່ສີໂຄດຕະບອງ, ປາກງື່ມຕາມໆມາ.

 ສຳລັບຢູ່ບັນດາແຂວງໃນຂອບເຂດທົ່ວປະເທດໂດຍສະເພາະແຂວງວຽງຈັນ ມີລາຍງານຈາກເຈົ້າໜ້າທີ່ກອງຄະດີອຸບັດເຫດພະແນກຕຳຫຼວດຈາລະຈອນຫ້ອງ ການຕຳຫຼວດ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ສະພາບການເກີດອຸບັດເຫດໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວໃນການລົງເຄື່ອນໄຫວວຽກງານຕາມທ້ອ ງຖະໜົນ 2 ວັນ ແຕ່ທີ 14-15 ເມສາ 2019 ຈຳນວນເກີດອຸບັດເຫດທັງໝົດ 24 ຄັ້ງ ໃນນີ້ມີຜູ້ປະສົບເຄາະຮ້າຍ 53 ຄົນ, ຍິງ 21 ຄົນ ໄດ້ຮັບບາດເຈັບ

ເລັກນ້ອຍ 27 ຄົນ, ຍິງ 15 ຄົນ, ເຈັບສົມຄວນ 13 ຄົນ, ຍິງ 5 ຄົນ, ເຈັບສາຫັດ 8 ຄົນ ແລະເສຍຊີວິດ 5 ຄົນ, ຍິງ 1 ຄົນ,ມີພາຫະນະເປ່ເພ 42 ຄັນ, ເລັກນ້ອຍ 19 ຄັນ, ສົມຄວນ 22 ຄັນ ໃຊ້ການບໍ່ໄດ້ 1 ຄັນ ຊຶ່ງເຫດການທັງ ໝົດນີ້ແມ່ນສ້າງຄວາມເສຍຫາຍ 3 ຮ້ອຍ ລ້ານກີບ.

ຂ່າວ: ບຸນນິກ