ແຂວງຄຳມ່ວນ ກວດພົບຝຸ່ນເຄມີ (ປຸ໋ຍ) ບໍ່ໄດ້ມາດຕະຖານທີ່ນຳເຂົ້າ ແລະ ຈຳໜ່າຍ ພາຍໃນແຂວງ

ເຈົ້າໜ້າທີ່ຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລົງເກັບຕົວຢ່າງ ຝຸ່ນເຄມີ (ປຸ໋ຍ) ຈາກບັນດາບໍລິສັດນໍາເຂົ້າ ແລະ ຮ້ານຈໍາໜ່າຍ ພາຍໃນ 4 ຕົວເມືອງ ຄື: ເມືອງທ່າແຂກ, ໜອງບົກ, ຫີນບູນ ແລະ ເຊບັ້ງໄຟ ເພື່ອນໍາໄປວິໄຈຫາທາດອາຫານພືດ ທີ່ບັນຈຸໃນຝຸ່ນເຄມີ ວ່າມີຄຸນນະພາບຖືກຕ້ອງ ແລະ ຄົບຖ້ວນຕາມມາດຕະຖານ ຫຼື ບໍ່, ເມື່ອເດືອນມິຖຸນາ ປີ 2024 ຜ່ານມານີ້.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງເຈົ້າໜ້າທີ່ ໄດ້ເກັບຕົວຢ່າງທັງໝົດ 7 ຕົວຢ່າງ ແລ້ວສົ່ງໃຫ້ສູນວິໄຈດິນ, ພືດ ແລະ ຝຸ່ນ (ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກຳ ແລະ ປ່າໄມ້) ເພື່ອເຮັດການວິໄຈ ເຊິ່ງວ່າຜົນຂອງການວິໄຈດັ່ງກ່າວອອກມາ ໃນ 7 ຕົວຢ່າງນັ້ນ ລວມມີ 2 ຕົວຢ່າງ ທີ່ບໍ່ໄດ້ຕາມມາດຕະຖານ.
ຕໍ່ບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ ກໍ່ໄດ້ແຈ້ງເຕືອນໄປຫາ ບໍລິສັດ ແລະ ຮ້ານຈໍາໜ່າຍ ເພື່ອບໍ່ໃຫ້ນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ (ປຸ໋ຍ) ທີ່ບໍ່ມີຄຸນນະພາບຕາມມາດຕະຖານສາກົນ ພ້ອມກັນນັ້ນ ເຈົ້າໜ້າທີ່ ແມ່ນຍັງສືບຕໍ່ເອົາໃຈໃສ່ໃນການ ຕິດຕາມກວດກາ ການນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ (ປຸ໋ຍ) ຢ່າງເຄັ່ງຄັດໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງພໍ່ແມ່ປະຊາຊົນ ກໍ່ຄືຊາວກະສິກອນ.ແຫຼ່ງຂ່າວ: ສື່ມວນຊົນ ແຂວງຄໍາມ່ວນ
.
- ໜັງສືພິມເສດຖະກິດ-ສັງຄົມ