ສານປະຊາຊົນ ລົງໂທດປະຫານຊີວິດ 2 ຈໍາເລີຍ ຖານຄ້າຂາຍຢາບ້າ

ວັນທີ 28 ມິຖຸນາ 2024 ຜ່ານມາ ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາຕັດສິນຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 93 ມັດ ນໍ້າໜັກ 22 ກິໂລ ໂດຍຈຳເລີຍແມ່ນ ທ້າວ ຮາວັນແທັງ ອາຍຸ 52 ປີ ສັນຊາດຫວຽດນາມ ແລະ ທ້າວ ສຸລິຍົງ ຫຼື ບຸນຍົງ ອາຍຸ 52 ປີ ສັນຊາດລາວ ທັງ 2 ຖືກຕັດສີນປະຫານຊີວິດ.
ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງສໍານວນຄະດີ ດັ່ງກ່າວໃນຫ້ອງປະຊຸມສານໃຫ້ຮູ້ວ່າ: ໃນເວລາປະມານ 11 ໂມງຂອງວັນທີ 7 ມີນາ 2022 ເຈົ້າໜ້າທີ່ຕໍາຫຼວດໜ່ວຍສະເພາະກິດ ປກສ ແຂວງ ທີ່ປະຈຳຢູ່ຈຸດກວດກາຫຼັກ 44 (ເສັ້ນທາງແຂວງ ອຸດົມໄຊ ຫາ ແຂວງ ຫຼວງພະບາງ) ໄດ້ກວດກາເອກະສານລົດ ກະບະ HYUNDAI ສີຟ້າ ໝາຍເລກທະບຽນ ກຳແພງນະຄອນ ກນ 1847 ຂອງທ້າວ ຮາວັນແທັງ ແລະ ມີທ້າວ ແທງລໍວັນ ນັ່ງມານໍາ, ໃນເວລາເຈົ້າໜ້າທີ່ ກວດກາເອກະສານລົດຢູ່ນັ້ນ ສັງເກດເຫັນວ່າ ທັງສອງມີທ່າທາງພິລຸດສົງໄສ ຈຶ່ງໄດ້ຂໍອະນຸຍາດກວດຄົ້ນລົດຄັນດັ່ງກ່າວ; ຜ່ານການກວດຄົ້ນໄດ້ພົບເຫັນຢາບ້າ ຈຳນວນ 93 ມັດ ມີ 186.000 ເມັດ ນໍ້າໜັກ 22 ກິໂລກຣາມ ຊຸກເຊື່ອງຢູ່ຝາຂ້າງຫ້ອງແຄັບ, ຖັງນໍ້າມັນ ຈໍານວນ 5 ຖັງ, ບັ້ງແກ໊ດ ຈຳນວນ 2 ບັ້ງ, ຈັກສິດຢາຂ້າຫຍ້າ ຈໍານວນ 1 ເຄື່ອງ, ຜ້າເສື່ອ ຈຳນວນ 3 ຜືນ, ຜ້າຮົ່ມ ຈໍານວນ 3 ເປົາ, ໝອນ ແລະ ຜ້າປູ ຈຳນວນ 1 ເປົາ ແລະອື່ນໆ ຈຶ່ງກັກຕົວຜູ້ກ່ຽວມາສອບສວນ.
ຜ່ານການສອບສວນ ທ້າວ ຮາວັນແທັງ ຮັບສາລະພາບວ່າ: ຕົນ ແລະ ທ້າວ ແທງລໍວັນ ຈະໄປຊອກຮັບຈ້າງໄຖສວນກາເຟຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລ້ວຈະເອົາຢາບ້າໄປຊອກຂາຍນໍາ ຕົນຈຶ່ງສັ່ງຊື້ຢາບ້າ ນໍາທ້າວ ສຸລິຍົງ ຫຼື ບຸນຍົງ ຢູ່ບ້ານ ນາປົວ, ເມືອງ ໃໝ່, ແຂວງ ຜົ້ງສາລີ; ມາຮອດເວລາປະມານ 10 ໂມງ ຂອງວັນທີ 9 ມີນາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອຸດົມໄຊ ໄດ້ສົມທົບ ກັບເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ໃໝ່ ແຂວງ ຜົ້ງສາລີ ເຂົ້າຈັບຕົວທ້າວ ສຸລິຍົງ ຫຼື ບຸນຍົງ, ຜ່ານການກວດຄົ້ນໄດ້ພົບເຫັນຢາບ້າ ຈຳນວນ 2 ເມັດ ນໍ້າໜັກ 0,2 ກຣາມ ແລະ ເຄື່ອງຂອງອື່ນໆ.
ທ້າວ ສຸລິຍົງ ຫຼື ບຸນຍົງ ຮັບສາລະພາບວ່າ: ຕົນຂາຍຢາບ້າໃຫ້ກັບທ້າວ ຮາວັນແທັງ ແທ້ ແຕ່ຂາຍໃຫ້ພຽງແຕ່ 9 ມັດເທົ່ານັ້ນ, ສ່ວນທີ່ເຫຼືອແມ່ນບໍ່ຮູ້ວ່າ ທ້າວ ຮາວັນແທັງ ເອົາມາແຕ່ໃສ.
ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລ້ວ: ເຫັນວ່າ: ການກະທໍາຂອງທ້າວ ຮາວັນແທງ (ຈໍາເລີຍ 1) ແລະ ທ້າວ ສຸລິຍົງ ຫຼື ບຸນຍົງ (ຈໍາເລີຍ 2 ) ມີຄວາມຜິດຕາມຂໍ້ກ່າວຫາແທ້ ສານຈຶ່ງຕັດສິນລົງໂທດປະຫານຊີວິດ ທັງ 2 ຈໍາເລີຍ; ສ່ວນທ້າວ ແທງລໍວັນ ທີ່ໄດ້ເອົາຕົວລົບຈາກສະທີ່ຄຸມຂັງນັ້ນ ເຈົ້າໜ້າທີ່ວິຊາສະເພາະຍັງສືບຕໍ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ:ຈັນສະຫມອນ