ເປີດແຫຼ່ງທ່ອງທ່ຽວຕາດກູດແລະຖ້ຳບ້ານດອນຄູນ

ພິທີເປີດແຫຼ່ງທ່ອງທ່ຽວຕາດກູດ ແລະຖ້ຳບ້ານດອນຄູນກຸ່ມສາກົກເມືອງຮ້ຽມແຂວງຫົວພັນ ໄດ້ຈັດຂື້ນວັນທີ 10 ເມສາ ຜ່ານມາ ນີ້ ໂດຍການເຂົ້າຮ່ວມຂອງທ່ານລາຄອນວົງລາສີຮອງເຈົ້າເມືອງໆຮ້ຽມມີຫົວໜ້າ-ຮອງຫົວໜ້າຫ້ອງ ການ, ພະນັກງານ-ລັດຖະກອນ, ຄະນະພັກ, ອຳນາດການປົກຄອງ 5 ບ້ານກຸ່ມສາກົກເຂົ້າຮ່ວມ.

ແຫຼ່ງທ່ອງທ່ຽວນໍ້າຕົກຕາດກູດ ແລະຖ້ຳບ້ານດອນຄູນ ຕັ້ງຢູ່ບ້ານ ດອນຄອນ ຕາມເສັ້ນທາງເລກ 1C ຫ່າງຈາກເທສະບານເມືອງ 40 ກິ ໂລແມັດ, ການພັດທະນາແຫຼ່ງທ່ອງ  ທ່ຽວຕາດກູດ ແລະຖ້ຳເປັນການລົງ ທືນຂອງນັກລົງທືນພາຍໃນ 100% ໂດຍແມ່ນທ່ານ ອິນມາລອນວິວັນທອງ ບ້ານນາທວນ ເປັນຜູ້ລົງທືນ ພັດທະນາໃນມູນຄ່າທັງໝົດ 675 ລ້ານກີບ. ມີທັງໝົດ 11 ກິດຈະກຳ ມີໄລຍະເວລາໃນການພັດທະນາ 5 ປີ. ໄລຍະທີໜຶ່ງໄດ້ເລີ່ມລົງມືມາແຕ່  ທ້າຍເດືອນພະຈິກ  2018 ຜ່ານການ ຈັດຕັ້ງປະຕິບັດ 4 ເດືອນຜ່ານມາ ການພັດທະນາໄດ້ສຳເລັດແລ້ວ 8 ກິດຈະກຳຄື: ກໍ່ສ້າງປະຕູໂຂງ, ສ້າງບ່ອນເກັບປີ້, ສ້າງທາງຍ່າງຂັ້ນໄດເຂົ້າຫາຕາດຍາວ 600 ແມັດ, ສ້າງຮ້ານອາຫານ 1 ຫຼັງ,ສ້າງຕູບລຽບແຄມນ້ຳ 12 ຫຼັງ, ປັບພື້ນທີ່ບ່ອນຈອດລົດ 2 ຈຸດ, ສ້າງລະບົບນ້ຳ ລິນຍາວ 1 ພັນແມັດ, ສ້າງຫ້ອງນ້ຳ ສາທາລະນະ 2 ຫຼັງ 8 ຫ້ອງທຽບໃສ່ໜ້າວຽກປະຈຸບັນໄດ້ສຳເລັດແລ້ວ63%. ສ່ວນ 3 ກິດຈະກຳທີ່ຍັງຄົງ ຄ້າງມີ: ດືງຕາຂ່າຍໄຟຟ້າເຂົ້າຫາ ຕາດເຂດບໍລິການມີຄວາມຍາວ 500 ແມັດ, ກໍ່ສ້າງເຮືອນພັກຈຳນວນ 5 ຫຼັງ ແລະກໍ່ສ້າງເຮືອນພັກຖາວອນມີ 10 ຫ້ອງນອນ-ຮ້ານອາຫານໃຫຍ່ 1 ຫຼັງ ຄາດວ່າຈະໃຫ້ສຳເລັດ ໃນ 2 ປີຂ້າງໜ້າ.

ໂອກາດນີ້ທ່ານລາຄອນວົງລາສີຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດ ວັດທະນະທຳ-ສັງຄົມໄດ້ມີຄຳເປີດ ແຫຼ່ງທ່ອງທ່ຽວຕາດກູດ ແລະຖ້ຳບ້ານດອນກຸ່ມສາກົກພ້ອມທັງຕັດ ແຖບຜ້າ, ເປີດປ້າຍ ແລະລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ພິທີ.

ນສພ ເສດຖະກິດ-ສັງຄົມ