ຫາລືການສະໜອງທຶນຟື້ນຟູ ແລະສົ່ງເສີມການລ້ຽງໄກ່

ກອງປະຊຸມປຶກສາຫາລືກ່ຽວກັບການສະໜອງທຶນຟື້ນຟູ ແລະສົ່ງເສີມການລ້ຽງໄກ່ລາດ ຢູ່ 5 ເມືອງພາຍໃນແຂວງສາລະວັນ ເພື່ອສະໜອງໃຫ້ກຸ່ມປິ້ງໄກ່ນາປົ່ງ ຈັດຂຶ້ນໃນວັນທີ 6 ມີນາ 2024 ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ ແລະທ່ານນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ໂດຍມີເຈົ້າເມືອງ,ຮອງເຈົ້າເມືອງພາກສ່ວນກ່ຽວຂ້ອງຈາກ ເມືອງຄົງເຊໂດນ, ເມືອງລະຄອນເພັງ, ເມືອງຕຸ້ມລານ, ເມືອງວາປີ ແລະເມືອງເລົ່າງາມ, ມີທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກໍາ ແລະ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນໃນຫລາຍບັນຫາທີ່ກ່ຽວຂ້ອງ, ຮັບຟັງຄວາມຄິດເຫັນ, ຄວາມຕ້ອງການຂອງອໍານາດການປົກຄອງບ້ານ ແລະ ປະຊາຊົນໂດຍເບື້ອງຕົ້ນໄດ້ເປັນເອກະພາບໃຫ້ອົງການປົກຄອງບ້ານນໍາເອົາເນື້ອໃນຈິດໃຈຂອງປະທານກອງປະຊຸມການຊຸກຍູ້ການລ້ຽງໄກ່ລາດ ພ້ອມທັງ, ເກັບກໍາຈໍານວນຄອບຄົວ ຫລືຜູ້ສົນໃຈການລ້ຽງໄກ່ລາດເພື່ອເປັນຂໍ້ມູນພື້ນຖານໃນການດໍາເນີນຊຸກຍູ້ສົ່ງເສີມໃນການເຂົ້າຫາແຫລ່ງທຶນ ແລະຝຶກອົບຮົມທາງດ້ານເຕັກນິກຂັ້ນຕໍ່ໄປ.

ໃນກອງປະຊຸມ, ທ່ານ ຄໍາໝັ້ນ ສີດໍາດວນ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງຄົງເຊໂດນ ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 333/ຈມ.ຄດ ລົງວັນທີ 5 ກໍລະກົດ 2023 ວ່າດ້ວຍ: ອະນຸມັດ ໃຫ້ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ມາສົ່ງເສີມ-ຍົກລະດັບມາດຕະຖານ ປີ້ງໄກ່ນາປົ່ງ ໃຫ້ມີຄຸນນະພາບໃໝ່ ແລະບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 3 ຕົວເມືອງ ຄື: ເມືອງຄົງເຊໂດນ, ເມືອງລະຄອນເພັງ ເມືອງຕຸ້ມລານ ແລະບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ . ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາພາຍໃນ ເມືອງ ເຫັນວ່າ ການນຳຂັ້ນເມືອງໄດ້ລົງຊຸກຍູ້ກັບບັນດາບ້ານ ທີ່ມີເປົ້າໜາຍທີ່ຈະລ້ຽງໄກ່ ຄື: ບ້ານກຸດມີໄຊ, ບ້ານນາປົ່ງ ແລະບ້ານໂຮງເລື່ອຍມີໄຊ. ນອກນັ້ນ, ກໍໄດ້ເອົາບ້ານທີ່ມີຄວາມພ້ອມເຂົ້າຮັບຟັງແຜນການຕ່າງໆ ຂອງການນຳຂັ້ນເມືອງ ແລະ ນະໂຍບາຍຕ່າງໆຂອງບໍລິສັດ ເຊິ່ງເຫັນວ່າຫລາຍຄອບຄົວກໍໃຫ້ຄວາມສົນໃຈກັບນະໂຍບາຍ ແລະຮູບແບບ ໃນການຈັດຕັ້ງປະຕິບັດຂອງບໍລິສັດ.

ທ່ານ ຄໍາໝັ້ນ ສີດໍາດວນ ຍັງໃຫ້ຮູ້ອີກວ່າ: ພ້ອມກັນນີ້, ຫ້ອງການກະສິກຳ ແລະປ່າໄມ້ເມືອງ ກໍໄດ້ຂຸ້ນຂ້ຽວໃນການສ້າງຕັ້ງກຸ່ມການຜະລິດ ໄດ້ທັງ 5 ກຸ່ມ ເພື່ອເປັນບ່ອນອີງ ໃນການເຂົ້າເຖິງ ແຫລ່ງ ທຶນຂອງທະນະຄານຕ່າງໆ, ມາຮອດປະຈຸບັນເຫັນວ່າທະນະຄານນະໂຍບາຍກຳລັງປ່ອຍເງິນໃຫ້ຈຳ ນວນ 3 ກຸ່ມ, ມີ 16 ຄອບ ຄົວ,ໃນວົງ ເງິນ 590 ລ້ານກີບ. ສ່ວນດ້ານວິຊາການກໍໄດ້ຈັດກອງຊຸມຊຸກຍູ້ສົ່ງເສີມຝຶກອົບຮົບຮົມທາງດ້ານເຕັກນິກວິຊາການການລ້ຽງໄກ່ລາດພື້ນເມືອງເພື່ອສະໜອງກຸ່ມປິ້ງໄກ່ນາປົ່ງບັນດາບ້ານເປົ້າໝາຍພາຍໃນ 5 ຕົວເມືອງ.

ສຳລັບຄວາມຕ້ອງການລູກໄກ່ ໃນເບື້ອງຕົ້ນມາສະໜອງໃຫ້ກຸ່ມລ້ຽງໄກ່ນັ້ນ, ເມືອງຄົງເຊໂດນ ມີຄວາມຕ້ອງການຈໍານວນ 6.000 ໂຕ, ເມືອງວາປີ, ເມືອງຕຸ້ມລານ ແລະເມືອງເລົ່າງາມ ເມືອງລະ 5.000 ໂຕ ໂດຍແມ່ນສູນເພາະພັນໄກ່ເມືອງລະຄອນເພັງເປັນຜູ້ສະໜອງໃຫ້.
ຂ່າວ-ພາບ: ວີລະວັນ